ກອງທັບສະຫະລັດ ຢູ່ແຂວງ Al-Hasakah, ຊີຣີ (ພາບ: Getty).
"ໃນເວລາບໍ່ຮອດໜຶ່ງຊົ່ວໂມງ, ຖານທີ່ໝັ້ນຂອງສະຫະລັດຖືກໂຈມຕີ 3 ຄັ້ງ, ຄັ້ງທຳອິດດ້ວຍລູກສອນໄຟ 2 ລູກ, ຈາກນັ້ນ ລູກສອນໄຟອີກ 3 ລູກ ກໍ່ຖືກຍິງໃສ່ຖານທັບ. ການປ້ອງກັນທາງອາກາດຂອງ ອາເມລິກາ ບໍ່ສາມາດສະກັດກັ້ນລູກສອນໄຟໄດ້,” ແຫຼ່ງຂ່າວທ້ອງຖິ່ນໃນຊີຣີ ບອກ Sputnik ໃນວັນທີ 13 ກຸມພາ.
ໃນການໂຈມຕີຄັ້ງທີສາມ, “ລູກສອນໄຟຫຼາຍກວ່າ 10 ລູກໄດ້ຍິງໃສ່ຖານທັບ, ເຮັດໃຫ້ເກີດໄຟໄໝ້,” ແຫຼ່ງຂ່າວກ່າວວ່າ.
ຕາມແຫຼ່ງຂ່າວແລ້ວ, ກອງທັບອາເມລິກາໄດ້ຕອບໂຕ້ເຫດການດັ່ງກ່າວດ້ວຍການຍິງປືນໃສ່ບັນດາຕຳແໜ່ງຂອງກຳລັງບຸກໂຈມຕີ. ເຮືອບິນເຮລິກົບແຕຂອງສະຫະລັດຍັງໄດ້ຖືກສົ່ງໄປລາດຕະເວນໃນບໍລິເວນດັ່ງກ່າວ.
ກອງກຳລັງປະກອບອາວຸດສະຫະລັດ ຄວບຄຸມດິນແດນໃນພາກຕາເວັນອອກ ແລະພາກຕາເວັນອອກສຽງເໜືອຂອງຊີເຣຍ ໃນແຂວງ Deir ez-Zor, Al-Hasakah ແລະ Raqqa, ບ່ອນທີ່ມີແຫຼ່ງນ້ຳມັນ ແລະແກັສທີ່ໃຫຍ່ທີ່ສຸດຂອງຊີເຣຍ.
ຊີເຣຍໄດ້ຕຳໜິຕິຕຽນການມີທະຫານອາເມລິກາຢູ່ໃນເຂດດິນແດນຂອງຕົນ ໂດຍກ່າວຫາວໍຊິງຕັນວ່າ ຕ້ອງການຄວບຄຸມເຂດນ້ຳມັນຢູ່ທີ່ນັ້ນ.
ຖານທັບ ທະຫານ ຂອງສະຫະລັດໃນຊີເຣຍ ແລະອີຣັກ ເມື່ອບໍ່ດົນມານີ້ ໄດ້ຖືກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ແລະລູກສອນໄຟນຳວິຖີ.
ໃນຕົ້ນເດືອນນີ້, ອົງການຕ້ານລັດອິສລາມໃນອີຣັກ (IRI) ໄດ້ປະກາດວ່າໄດ້ນຳໃຊ້ UAV ໄປໂຈມຕີຖານທັບທະຫານອາເມລິກາ ໃກ້ກັບເຂດບໍ່ນ້ຳມັນ Al-Omar ໃນແຂວງ Deir ez-Zor ທາງພາກຕາເວັນອອກຂອງຊີຣີ. IRI ແມ່ນພັນທະມິດຂອງກຸ່ມຫົວຮຸນແຮງທີ່ໜູນຫຼັງໂດຍອີຣ່ານໃນອີຣັກ.
ເຊື່ອກັນວ່າ IRI ໄດ້ທຳການໂຈມຕີຫຼາຍກວ່າ 150 ບັ້ນໃສ່ຖານທັບຂອງສະຫະລັດໃນອີຣັກ ແລະຊີເຣຍ ໃນໄລຍະສາມເດືອນຜ່ານມາ, ນັບຕັ້ງແຕ່ການປະທະກັນລະຫວ່າງອິສຣາແອລ ແລະກຸ່ມຮາມາສໄດ້ເກີດຂຶ້ນ.
ໃນເດືອນແລ້ວນີ້ ເຈົ້າໜ້າທີ່ສະຫະລັດຍັງໄດ້ກ່າວຫາພວກຕໍ່ຕ້ານລັດອິສລາມໃນອີຣັກວ່າເປັນຜູ້ຢູ່ເບື້ອງຫຼັງການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບໃສ່ຖານທັບອາກາດສະຫະລັດໃນປະເທດຈໍແດັນ ທີ່ເຮັດໃຫ້ທະຫານ 3 ຄົນເສຍຊີວິດ ແລະຫຼາຍກວ່າ 40 ຄົນໄດ້ຮັບບາດເຈັບ.
ນີ້ແມ່ນຄັ້ງທຳອິດທີ່ທະຫານອາເມລິກາເສຍຊີວິດຢູ່ໃນພາກພື້ນ ນັບແຕ່ການປະທະກັນລະຫວ່າງ ອິດສະຣາແອນ - Hamas ຢູ່ເຂດ Gaza ໄດ້ເກີດຂຶ້ນໃນເດືອນຕຸລາຜ່ານມາ. ກ່ອນໜ້ານີ້, ຖານທີ່ໝັ້ນຂອງອາເມລິກາຢູ່ຊີຣີ ແລະ ອີຣັກ ກໍ່ຖືກຍິງປືນໃສ່.
ເພື່ອຕອບໂຕ້ການບຸກໂຈມຕີຖານທັບທະຫານ, ອາເມລິກາໄດ້ດຳເນີນການບຸກໂຈມຕີຫຼາຍຄັ້ງຕໍ່ບັນດາເປົ້າໝາຍຂອງກຸ່ມປະກອບອາວຸດທີ່ສະໜັບສະໜູນອີຣານຢູ່ອີຣັກ ແລະ ຊີຣີ. ວໍຊິງຕັນໄດ້ປະກາດວ່າ ນີ້ແມ່ນພຽງແຕ່ຈຸດເລີ່ມຕົ້ນຂອງການເຄື່ອນໄຫວຕອບໂຕ້ເທົ່ານັ້ນ.
ອາເມລິກາປະກາດວ່າສະໜັບສະໜູນອິດສະຣາແອນສະເໝີຕົ້ນສະເໝີປາຍ ແລະ ພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອດ້ານການທະຫານເພື່ອຊ່ວຍອິດສະຣາແອນຕອບໂຕ້ຕໍ່ກຸ່ມ Hamas.
ທຳນຽບຂາວໄດ້ກ່າວຫາອີຣ່ານວ່າ “ໄດ້ສ້າງຄວາມສະດວກຢ່າງຕັ້ງໜ້າ” ບັນດາກຸ່ມທີ່ໜູນຫຼັງໂດຍ Tehran ເພື່ອດຳເນີນການໂຈມຕີດ້ວຍລູກສອນໄຟ ແລະ drone ໃສ່ຖານທີ່ໝັ້ນການທະຫານຂອງອາເມລິກາ ໃນອີຣັກ ແລະ ຊີຣີ.
ປະຈຸບັນ, ອາເມລິກາຍັງຮັກສາກຳລັງທະຫານ 900 ຄົນຢູ່ຊີຣີ ແລະ 2,500 ຄົນຢູ່ປະເທດເພື່ອນບ້ານອີຣັກ. ວໍຊິງຕັນກ່າວວ່າ ຕົນພວມປະຕິບັດພາລະກິດໃຫ້ຄຳແນະນຳ ແລະ ໜູນຊ່ວຍກຳລັງທ້ອງຖິ່ນ ເພື່ອສະກັດກັ້ນການລຸກຮື້ຂຶ້ນຂອງກຸ່ມລັດອິສລາມ (IS).
ບັນດານັກວິເຄາະດ້ານຄວາມໝັ້ນຄົງກ່າວວ່າ ມີຄວາມວິຕົກກັງວົນທີ່ເພີ້ມທະວີຂຶ້ນວ່າ ຄວາມຂັດແຍ້ງລະຫວ່າງອິສຣາແອລ-ຮາມາສ ອາດຈະແຜ່ລາມໄປທົ່ວຕາເວັນອອກກາງ ແລະເຮັດໃຫ້ຖານທີ່ໝັ້ນຂອງກອງທັບສະຫະລັດ ເປັນເປົ້າໝາຍການໂຈມຕີ.
ທີ່ມາ
(0)