| ເຂດທີ່ຖືກນ້ຳຖ້ວມຢ່າງເລິກເຊິ່ງຢູ່ເມືອງ ກາວບັງ ຫຼັງຈາກພະຍຸເລກ 3. |
ແບ່ງປັນກ່ຽວກັບການໜູນຊ່ວຍ, ທ່ານເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ Shawn Steil ເນັ້ນໜັກວ່າ: “ການໜູນຊ່ວຍນີ້ລວມມີການໜູນຊ່ວຍ NGO ທ້ອງຖິ່ນ ແລະ ສາກົນ, ກໍ່ຄືອົງການກາແດງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນທີ່ສຸດ, ການາດາ ສືບຕໍ່ຕິດຕາມສະຖານະການຢ່າງແໜ້ນແຟ້ນ, ພ້ອມແລ້ວທີ່ຈະປະຕິບັດການໜູນຊ່ວຍ, ຄວາມສາມັກຄີກັບປະຊາຊົນຫວຽດນາມ, ຕະຫຼອດຮອດບັນດາຄວາມມານະພະຍາຍາມ, ຄວາມອົດທົນ”.
ກ່ອນໜ້ານັ້ນ, ວັນທີ 19/9, Oxfarm ຢູ່ ຫວຽດນາມ ໄດ້ປະກາດບ້ວງເງິນໜູນຊ່ວຍກູ້ໄພ 5 ຕື້ດົ່ງ ພາຍຫຼັງພາຍຸ Typhoon Yagi. ການຊ່ວຍເຫຼືອຈະແມ່ນແຂວງ ລາວກາຍ ແລະ ອຽນບ໋າຍ - ສອງທ້ອງຖິ່ນທີ່ໄດ້ຮັບຄວາມເສຍຫາຍຈາກໄພນໍ້າຖ້ວມຫຼາຍທີ່ສຸດພາຍຫຼັງພາຍຸໄຕ້ຝຸ່ນ Yagi.
ວັນທີ 18 ກັນຍານີ້, ສະຫະພາບເອີລົບ (ອີຢູ) ກໍ່ປະກາດສະໜອງເງິນຊ່ວຍເຫຼືອດ້ານມະນຸດສະທຳ 650.000 ເອີໂຣ (18 ຕື້ດົ່ງ) ໃຫ້ຜູ້ປະສົບເຄາະຮ້າຍຈາກລົມພາຍຸ Yagi ຢູ່ ຫວຽດນາມ.
“ການໜູນຊ່ວຍນີ້ຈະຊ່ວຍແກ້ໄຂບັນດາຄວາມຮຽກຮ້ອງຕ້ອງການອັນຮີບດ່ວນທີ່ສຸດເຊັ່ນ: ອາຫານ, ນ້ຳ ແລະ ສຸຂາພິບານ, ກໍ່ຄືການດູແລສຸຂະພາບ”, ຕາມຖະແຫຼງການໃນເວັບໄຊຂອງຄະນະຜູ້ແທນ EU ປະຈຳ ຫວຽດນາມ.
ແລະກໍ່ໃນວັນດຽວກັນ, ຕາມຂໍ້ມູນຂອງກອງທຶນເດັກສະຫະປະຊາຊາດ (UNICEF), ເພື່ອຮັບມືກັບຜົນກະທົບຢ່າງຮ້າຍແຮງຂອງພະຍຸເລກ 3 (Yagi) ຢູ່ພາກເໜືອຫວຽດນາມ, ສະຖານທູດໄອແລນ ໄດ້ປະກາດບ້ວງເງິນຊ່ວຍເຫຼືອ 250.000 ເອີໂຣ (ກວ່າ 6,8 ຕື້ດົ່ງ) ຜ່ານອົງການ UNICEF ເພື່ອສະໜອງນ້ຳສະອາດ ແລະ ສຸຂະອະນາໄມຂອງເດັກນ້ອຍໃນຄອບຄົວ.
ທີ່ມາ: https://baoquocte.vn/canada-supports-more-than-10-billion-dong-for-people-affected-by-bao-so-3-287088.html






(0)