ວັນທີ 15 ເມສານີ້, ກອງກຳລັງປ້ອງກັນປະເທດອິດສະຣາແອນ (IDF) ກ່າວວ່າ ທຸກມາດຕະການປ້ອງກັນຄວາມສະຫງົບກ່ອນການໂຈມຕີຂອງອີຣານໃນຄືນວັນທີ 13 ເມສານີ້ໄດ້ຍົກເລີກ.
ມາດຕະການຈຳກັດ, ລວມທັງການຫ້າມໂຮງຮຽນ ແລະ ສະຖານທີ່ ສຶກສາ ແລະ ການຊຸມນຸມຢູ່ກາງແຈ້ງ, ໄດ້ມີຜົນສັກສິດນັບແຕ່ຕອນແລງວັນທີ 13 ເມສາ ເປັນຕົ້ນໄປ ເຊິ່ງເປັນສ່ວນໜຶ່ງຂອງແຜນການປ້ອງກັນຂອງ ອິດສະຣາແອນ ຕໍ່ການໂຈມຕີດ້ວຍລູກສອນໄຟ ແລະ ເຮືອບິນບໍ່ມີຄົນຂັບຂອງອີຣານ.
ຂໍ້ຄວນລະວັງເຫຼົ່ານີ້ໃນເບື້ອງຕົ້ນກຳນົດຈະໝົດລົງໃນຕອນຄ່ຳວັນທີ 15 ເມສາ (ຕາມເວລາທ້ອງຖິ່ນ). ແນວໃດກໍດີ, ແນວໂຮມປະເທດຊາດ IDF ໄດ້ຕັດສິນໃຈຍົກອອກມາດຕະການດັ່ງກ່າວໃນເວລາທ່ຽງຄືນຂອງວັນທີ 14 ເມສານີ້ ພາຍຫຼັງໄດ້ຕີລາຄາສະພາບການ. ຖະແຫຼງການຂອງ IDF ກ່າວວ່າ "ໃນຖານະເປັນສ່ວນໜຶ່ງຂອງການປ່ຽນແປງ, ການເຄື່ອນໄຫວດ້ານການສຶກສາໃນທົ່ວປະເທດ ອິດສະຣາແອນ ໄດ້ຖືກຟື້ນຟູຄືນມາ.
ອີຣານ ແລະ ບັນດາກຸ່ມປະກອບອາວຸດພັນທະມິດໄດ້ຍິງໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ແລະ ລູກສອນໄຟໃສ່ ອິດສະຣາແອນ ໃນຄືນວັນທີ 13 ເມສາ. ພາຍຫຼັງກອງກຳລັງປະຕິວັດອີຣານ ປະກາດວ່າ ການໂຈມຕີທາງອາກາດ “ຕີ ແລະທຳລາຍເປົ້າໝາຍສຳຄັນ ທາງທະຫານ ຂອງ ອິດສະຣາແອນ”.
ວັນທີ 14 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian ໄດ້ໂອ້ລົມທາງໂທລະສັບກັບທ່ານ Faisal bin Farhan Al Saud ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີລົບ (EU) ທ່ານ Josep Borrell, ປຶກສາຫາລືກ່ຽວກັບບັນດາບາດກ້າວພັດທະນາຢູ່ຕາເວັນອອກກາງໃນປະຈຸບັນ. ອົງການຂ່າວ SPA ຂອງຊາອຸດີອາຣາເບຍ ລາຍງານວ່າ ໃນລະຫວ່າງການໂອ້ລົມທາງໂທລະສັບ, ລັດຖະມົນຕີການຕ່າງປະເທດ 2 ທ່ານ ໄດ້ປຶກສາຫາລືກ່ຽວກັບການພັດທະນາທີ່ເພີ່ມຂຶ້ນໃນພາກພື້ນ “ໃນສະພາບວິກິດການຢູ່ເຂດກາຊາ ແລະ ຜົນສະທ້ອນຂອງມັນ”. ຢ່າງໃດກໍ່ຕາມ, SPA ບໍ່ໄດ້ໃຫ້ລາຍລະອຽດຂອງການໂທຫາໂທລະສັບ.
ໃນຂະນະນັ້ນ, ກະຊວງ ການຕ່າງປະເທດ ອີຣານໄດ້ອອກຖະແຫຼງການທາງໂທລະສັບລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ Hossein Amir-Abdollahian ແລະ ທ່ານ Josep Borrell ໂດຍກ່າວວ່າ, ສອງຝ່າຍໄດ້ປຶກສາຫາລືບັນຫາພາກພື້ນແລະສາກົນທີ່ສຳຄັນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ຕາມທ່ານ Amir-Abdollahian, ພາຍຫຼັງສຳເລັດການໂຈມຕີທາງອາກາດໃນຕອນຄ່ຳວັນທີ 13 ເມສານີ້, ອີຣານໄດ້ສົ່ງສານຢືນຢັນວ່າບັນຫາດັ່ງກ່າວໄດ້ສິ້ນສຸດລົງ, ແຕ່ກ່າວຢ້ຳຄືນຄຳເຕືອນວ່າ, ຖ້າອິສຣາແອນຕອບໂຕ້ຄືນ, ອີຣານຈະຕອບໂຕ້ຢ່າງທັນການ, ກ້ວາງຂວາງແລະສູງສຸດ.
ຄານມິນ
ທີ່ມາ






(0)