ຕາມນັ້ນແລ້ວ, ທ່ານປະທານປະເທດໄດ້ມອບນາມມະຍົດເອກອັກຄະລັດຖະທູດຊັ້ນທີ 2 ໃຫ້ທ່ານຮອງລັດຖະ ມົນຕີການຕ່າງປະເທດ ຫງວຽນແມ້ງເກື່ອງ; ແລະ ມອບນາມມະຍົດເອກອັກຄະລັດຖະທູດຊັ້ນໜຶ່ງໃຫ້ແກ່ທ່ານນາງ ຟ້າມທິກິມຮວາ, ຮອງຫົວໜ້າຄະນະກຳມະການແຫ່ງລັດປະຈຳຫວຽດນາມ; ທ່ານ ຫງວຽນກວາງຈູງ, ກົງສຸນໃຫຍ່ຫວຽດນາມ ປະຈໍາ ແວນຄູເວີ, ການາດາ; ທ່ານ ຟ້າມຮ່ວາງກິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ; ແລະ ທ່ານ Do Son Hai, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕວກກີ.
ທ່ານປະທານປະເທດ ໄດ້ແຕ່ງຕັ້ງເອກອັກຄະລັດຖະທູດຫວຽດນາມ ປະຈຳ ປອກຕຸຍການ ແລະ ໄອແລນ.

ຕາງໜ້າການນໍາພັກ, ລັດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຊົມເຊີຍບັນດາພະນັກງານທີ່ໄດ້ຮັບນາມມະຍົດ ແລະ ແຕ່ງຕັ້ງ, ເນັ້ນໜັກວ່າ ນີ້ແມ່ນການຮັບຮູ້ ແລະ ຕີລາຄາສູງຕໍ່ວຽກງານ ແລະ ບຳລຸງສ້າງພະນັກງານ, ກໍ່ຄືຄວາມເຊື່ອໝັ້ນຂອງພັກ, ລັດ ແລະ ຂະແໜງການທູດ.
ທ່ານປະທານປະເທດໄດ້ກ່າວເຖິງບັນດາຜົນງານອັນໃຫຍ່ຫຼວງທີ່ມີຄວາມໝາຍປະຫວັດສາດ. ຫວຽດນາມ, ຈາກປະເທດທີ່ຫາກໍ່ເກີດສົງຄາມ, ເປັນປະເທດທຸກຍາກ ແລະ ຖອຍຫຼັງ, ຖືກຂວ້ຳບາດ, ມາຮອດປະຈຸບັນ ບັນລຸໄດ້ພື້ນຖານ, ຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ກຽດສັກສີສາກົນ. ບັນດາໝາກຜົນທີ່ບັນລຸໄດ້ແມ່ນຄວາມມານະພະຍາຍາມຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ໃນນັ້ນມີການປະກອບສ່ວນສຳຄັນຂອງຂະແໜງການການທູດ.
ໃນສະພາບການໂລກຍັງມີການຜັນແປໄປຢ່າງສັບສົນ ແລະ ບໍ່ສາມາດຄາດຄະເນໄດ້, ດ້ວຍກາລະໂອກາດສະດວກ ແຕ່ຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ພວມມຸ່ງໄປເຖິງສອງຈຸດໝາຍ 100 ປີຢ່າງໝັ້ນຄົງ. ເພື່ອບັນລຸໄດ້ນັ້ນ, ຄະນະບໍລິຫານງານສູນກາງ, ກົມການເມືອງ , ຄະນະເລຂາໄດ້ມີການຕັດສິນໃຈສຳຄັນທີ່ໄດ້ຮັບການສະໜັບສະໜູນຈາກທົ່ວພັກ, ປະຊາຊົນ, ກອງທັບ.
ດ້ວຍບົດບາດ “ສຳຄັນ ແລະ ເປັນປະຈຳ”, ຂະ ແໜງການທູດ ມີໜ້າ ທີ່ ສຳຄັນ ປະກອບສ່ວນ ຮັກສາ ສະພາບ ແວດ ລ້ອມ ສັນຕິພາບ ແລະ ຄວາມ ໝັ້ນຄົງ ໃຫ້ ແກ່ ການ ພັດທະນາ ປະ ເທດ ຊາດ ໃນ ໄລຍະ ໃໝ່, ຜ່ານນັ້ນ ນຳ ປະ ເທດ ຊາດ ກ້າວ ເຂົ້າ ສູ່ ຍຸກ ແຫ່ງ ການ ພັດທະນາ.
ທ່ານປະທານປະເທດ ໄດ້ຮຽກຮ້ອງໃຫ້ບັນດາພະນັກງານທີ່ໄດ້ຮັບການແຕ່ງຕັ້ງ ແລະ ຍົກສູງອາຍຸການສືບຕໍ່ເອົາໃຈໃສ່ຢ່າງລະອຽດກ່ຽວກັບແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ພິເສດແມ່ນມະຕິເລກທີ 59 ຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່.
ຂະແໜງການການທູດຕ້ອງເຮັດວຽກງານຄົ້ນຄ້ວາ, ໃຫ້ຄຳປຶກສາ, ຄາດຄະເນຍຸດທະສາດແຕ່ຕົ້ນ ແລະ ໄລຍະໄກ, ໂດຍໄວ, ສະເໜີບັນດາການຕັດສິນ ແລະ ນະໂຍບາຍສຳຄັນຂອງພັກ ແລະ ລັດ ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື.
ທ່ານປະທານປະເທດຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ໃຫ້ຄວາມສຳຄັນໃນການຊຸກຍູ້, ສະແຫວງຫາ ແລະ ເຊື່ອມຕໍ່ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ, ເຕັກໂນໂລຊີ, ການສຶກສາ, ບຳລຸງສ້າງ ແລະ ສາທາລະນະສຸກ.
ທ່ານປະທານປະເທດ ເນັ້ນໜັກວ່າ, ການທູດຕ້ອງແມ່ນຜູ້ສົ່ງຂ່າວເຜີຍແຜ່ພາບພົດຂອງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ສະໜິດສະໜົມ ແລະ ພັດທະນາຂອງຫວຽດນາມ.
ບັນດາເອກອັກຄະລັດຖະທູດຕ້ອງເຮັດວຽກງານປົກປັກຮັກສາພົນລະເມືອງ ແລະ ຊາວ ຫວຽດນາມ ຢູ່ຕ່າງປະເທດ, ເປັນການໜູນຊ່ວຍທີ່ໜ້າເຊື່ອຖືຂອງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດເກືອບ 6 ລ້ານຄົນ; ຊຸກຍູ້ແຫຼ່ງຊັບພະຍາກອນມະນຸດ, ສະຕິປັນຍາ ແລະ ການເງິນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອພັດທະນາປະເທດຊາດ.
ບັນດາເອກອັກຄະລັດຖະທູດຕ້ອງເປັນເຈົ້າການ, ເປັນແບບຢ່າງ, ມີຄວາມຮັບຜິດຊອບ ແລະ ເອົາໃຈໃສ່ເຖິງການເພີ່ມທະວີຄວາມສາມັກຄີພາຍໃນທັງຢູ່ພາຍໃນປະເທດ, ຫົວໜ່ວຍເປັນອົງການຜູ້ຕາງໜ້າຢູ່ຕ່າງປະເທດ; ປະຕິບັດວຽກງານຂອງພັກ ແລະ ວຽກງານປົກປ້ອງການເມືອງພາຍໃນໃຫ້ດີ, ພ້ອມທັງສຸມໃສ່ອົບຮົມ ແລະ ພັດທະນາພະນັກງານຢູ່ບັນດາອົງການ, ຫົວໜ່ວຍ, ອົງການຕາງໜ້າ.
ທີ່ມາ: https://vietnamnet.vn/chu-tich-nuoc-luong-cuong-phong-ham-va-bo-nhiem-cac-dai-su-2451177.html
(0)