ຕາມເວັບໄຊຂໍ້ມູນຂ່າວສານເອເລັກໂຕຼນິກ ຂອງກະຊວງຍຸຕິທຳ , ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫົວໜ້າກົມຮ່ວມມືສາກົນ ຫງວຽນຮ່ວາບິ່ງ ໃຫ້ຮູ້ວ່າ: ປະຈຸບັນ, ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ ໄດ້ສຸມໃສ່ບັນດາຂົງເຂດສຳຄັນຄື: ກົດໝາຍອາຍາ, ກົດໝາຍແພ່ງ, ກົດໝາຍເສດຖະກິດ ແລະ ກົດໝາຍສາກົນ. 2 ຝ່າຍໄດ້ສ້າງຕັ້ງຄະນະເຮັດວຽກດ້ານກົດໝາຍ ໂດຍມີການເຂົ້າຮ່ວມຂອງບັນດາຜູ້ຊ່ຽວຊານຂອງທັງສອງປະເທດ, ຈັດຕັ້ງບັນດາກອງປະຊຸມສຳມະນາ, ໂອ້ລົມສົນທະນາ ແລະ ບັນດາການເຄື່ອນໄຫວແລກປ່ຽນວິຊາສະເພາະຫຼາຍຢ່າງ, ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ.
![]() |
ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ, ປະທານສະມາຄົມມິດຕະພາບຫວຽດນາມ - ລັດເຊຍ Phan Chi Hieu (ກາງ) ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: ກະຊວງຍຸຕິທຳ) |
ເພີ່ມທະວີການພົວພັນລະຫວ່າງກະຊວງຍຸຕິທຳ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ, ຍົກສູງບົດບາດເປັນຂົວຕໍ່ໃນການຮ່ວມມືດ້ານກົດໝາຍລະຫວ່າງ 2 ປະເທດ, ທ່ານ ຫງວຽນຮຸຍຮ່ວາ ສະເໜີໃຫ້ສ້າງຕັ້ງສາຂາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ຢູ່ກະຊວງຍຸຕິທຳ ເພື່ອເຕົ້າໂຮມບັນດາພະນັກງານທີ່ມີປະສົບການທີ່ມີຄວາມຮູ້ຄວາມສາມາດຂອງສະຫະພັນລັດເຊຍ, ເຊື່ອມຕໍ່ບັນດາການເຄື່ອນໄຫວຂອງສະມາຄົມກັບວຽກງານວິຊາສະເພາະຂອງກະຊວງ.
2 ຝ່າຍຈະສົມທົບກັນໂດຍຜ່ານຄະນະເຮັດວຽກຫວຽດນາມ - ສະຫະພັນລັດເຊຍ, ສົມທົບກັນຈັດຕັ້ງບັນດາກອງປະຊຸມສຳມະນາດ້ານກົດໝາຍ, ກອງປະຊຸມ, ແລກປ່ຽນບົດຮຽນ, ແປພາສາ ແລະ ເຜີຍແຜ່ເອກະສານນິຕິກຳສອງພາສາ; ຍາດແຍ່ງເອົາຊ່ອງທາງການທູດຂອງປະຊາຊົນເພື່ອເຊື່ອມຕໍ່ການຮ່ວມມືລະຫວ່າງສະຖາບັນດ້ານກົດໝາຍ ແລະ ການຝຶກອົບຮົມກົດໝາຍຂອງສອງປະເທດ. ພ້ອມກັນນັ້ນ, ຊຸກຍູ້ການແປພາສາ ແລະ ເຜີຍແຜ່ບັນດາເອກະສານນິຕິກຳສຳຄັນຂອງສະຫະພັນລັດເຊຍ ເປັນພາສາຫວຽດນາມ ແລະ ກົງກັນຂ້າມ, ປະກອບສ່ວນໜູນຊ່ວຍການຄົ້ນຄວ້າ ແລະ ການຮ່ວມມືດ້ານກົດໝາຍສາກົນຂອງກະຊວງຍຸຕິທຳ...
ທີ່ການພົບປະ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບກົນໄກປະສານງານລະຫວ່າງກະຊວງຍຸຕິທຳ ແລະ ສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ, ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການສະໜັບສະໜູນເຊິ່ງກັນ ແລະ ກັນ, ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ ແລະ ຈັດຕັ້ງບັນດາການເຄື່ອນໄຫວຮ່ວມມືທີ່ກ່ຽວຂ້ອງເຖິງບັນດາໜ້າທີ່ ແລະ ວຽກງານຂອງສອງຝ່າຍ, ດ້ວຍການເຂົ້າຮ່ວມຂອງບັນດາຄູ່ຮ່ວມມື ລັດເຊຍ.
ສະຫລຸບການພົບປະ, ທ່ານຮອງລັດຖະມົນຕີ Phan Chi Hieu ໃຫ້ຮູ້ວ່າ: ເພື່ອສືບຕໍ່ຍົກສູງປະສິດທິຜົນການຮ່ວມມືລະຫວ່າງກະຊວງຍຸຕິທຳ ແລະ ສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ, 2 ຝ່າຍຕ້ອງສືບຕໍ່ສ້າງເງື່ອນໄຂໃນບັນດາໂຄງການຮ່ວມມື ຫວຽດນາມ - ສະຫະພັນລັດເຊຍ ທີ່ແຕ່ລະຝ່າຍຈັດຕັ້ງ, ຊຸກຍູ້ການຮ່ວມມືເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນ. ກະຊວງພ້ອມແລ້ວທີ່ຈະສະໜັບສະໜູນສະມາຄົມໃນວຽກງານທີ່ກ່ຽວຂ້ອງ, ພ້ອມກັນນັ້ນກໍຮຽກຮ້ອງໃຫ້ສະມາຄົມສະໜັບສະໜູນການຂະຫຍາຍການຮ່ວມມືກັບບັນດາຄູ່ຮ່ວມມືສະຫະພັນລັດເຊຍ.
ທ່ານຮອງລັດຖະມົນຕີ Phan Chi Hieu ໄດ້ມອບໃຫ້ກົມຮ່ວມມືສາກົນເປັນຈຸດສຸມໃນການປະສານງານ; ຮຽກຮ້ອງບັນດານະໂຍບາຍຂອງຄະນະປະຈຳພັກ ແລະ ການນຳກະຊວງກ່ຽວກັບການສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ລັດເຊຍ ຢູ່ກະຊວງຍຸຕິທຳ, ຜ່ານນັ້ນຊຸກຍູ້ການພັດທະນາການພົວພັນຮ່ວມມືລະຫວ່າງ 2 ຝ່າຍໃຫ້ດີກ່ວາອີກ. ຄຽງຂ້າງນັ້ນ, ກົມກອງຕ້ອງເຮັດໃຫ້ຄະນະເຮັດວຽກຫວຽດນາມ - ສະຫະພັນລັດເຊຍສົມບູນແບບ, ໃນນັ້ນມີການເຂົ້າຮ່ວມຂອງຜູ້ຕາງໜ້າສະມາຄົມມິດຕະພາບຫວຽດນາມ - ລັດເຊຍ.
ທີ່ມາ: https://thoidai.com.vn/de-xuat-thanh-lap-chi-hoi-huu-nghi-viet-nga-tai-bo-tu-phap-216859.html
(0)