ເຂດຕາແສງ ເຈີ່ນບຽນ, ແຂວງ ດົ່ງນາຍ . |
ການປ່ຽນແປງຫຼາຍ
ແຕ່ວັນທີ 1 ກໍລະກົດນີ້, ແຂວງດົ່ງນາຍໃໝ່ທີ່ມີ 95 ຕາແສງ ແລະ ຫວອດໄດ້ເລີ່ມດຳເນີນງານຢ່າງເປັນທາງການ. ດ້ວຍພື້ນທີ່ພັດທະນາໃໝ່, ກວ້າງກວ່າ ແລະ ຮູບແບບຂອງລັດຖະບານທ້ອງຖິ່ນ 2 ລະດັບ, ຈະສ້າງຜົນກະທົບໃໝ່ຕໍ່ຂົງເຂດ ເສດຖະກິດ -ສັງຄົມ, ລວມທັງການພັດທະນາຕົວເມືອງ.
ທ່ານປະທານສະມາຄົມສະຖາປະນິກແຂວງ ດົ່ງນາຍ ທ່ານ ຫງວຽນດຶກຈູງ ໃຫ້ຮູ້ວ່າ: ດ້ວຍການສົມທົບກັບບັນດາແຂວງ ແລະ ການຈັດຕັ້ງຕົວແບບຂອງທ້ອງຖິ່ນ 2 ຂັ້ນ, ແນວຄິດກ່ຽວກັບການພັດທະນາຕົວເມືອງກໍ່ໄດ້ມີການປ່ຽນແປງ.
ປະຈຸບັນ, ລະບົບຈັດແບ່ງຕົວເມືອງຢູ່ຫວຽດນາມ ໄດ້ແບ່ງອອກເປັນ 6 ປະເພດຕາມມະຕິເລກທີ 1210/2016/UBTVQH13 ຂອງຄະນະປະຈຳສະພາແຫ່ງຊາດ. ຕາມນັ້ນແລ້ວ, ການຈັດແບ່ງຕົວເມືອງຈະອີງໃສ່ມາດຖານຄື: ປະຊາກອນ, ຄວາມໜາແໜ້ນຂອງປະຊາກອນ, ອັດຕາແຮງງານບໍ່ແມ່ນ ກະສິກຳ , ລະດັບການພັດທະນາພື້ນຖານໂຄງລ່າງ ແລະ ອື່ນໆ.
ຕາມທ່ານຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ຫວູເຕີນດຶກ ແລ້ວ, ໜຶ່ງໃນບັນດາວິໄສທັດພັດທະນາຂອງແຂວງດົ່ງນາຍໃໝ່ແມ່ນສ້າງຕົວເມືອງຊັ້ນສູງ, ການທ່ອງທ່ຽວ, ເຂດບໍລິການຣີສອດ.
ຕາມທ່ານຫງວຽນດຶກຈູງແລ້ວ, ດ້ວຍຂອບເຂດບັນດາມາດຖານທີ່ກ່າວມານັ້ນ, ວິທີຈັດແບ່ງຕົວເມືອງຈະໄດ້ຮັບຜົນກະທົບໃນສະພາບການໃໝ່. ໂດຍສະເພາະ, ບາງເຂດຕົວເມືອງສາມາດໄດ້ຮັບການຍົກລະດັບໃນລະດັບໃນເວລາທີ່ປະຊາກອນແລະພື້ນທີ່ເພີ່ມຂຶ້ນຫຼັງຈາກການລວມຕົວ. ນອກຈາກມາດຖານການຈັດແບ່ງຕົວເມືອງແລ້ວ, ກົນໄກຄຸ້ມຄອງຕົວເມືອງຍັງຈະມີການປ່ຽນແປງເມື່ອການລວມຕົວບັນດາແຂວງ ແລະ ການຈັດຕັ້ງຕົວແບບ 2 ຂັ້ນຂອງທ້ອງຖິ່ນ. “ແນ່ນອນ, ຈະມີການປ່ຽນແປງຫຼາຍຢ່າງ, ຮຽກຮ້ອງໃຫ້ມີການດັດສົມ, ປັບປຸງບັນດາມາດຖານການຈັດແບ່ງຕົວເມືອງ, ການຄຸ້ມຄອງຕົວເມືອງທີ່ສົມເຫດສົມຜົນ, ແທດເໝາະກັບສະພາບການໃໝ່ ເພື່ອຊ່ວຍໃຫ້ຕົວເມືອງພັດທະນາໄວ, ຍົກລະດັບພື້ນຖານໂຄງລ່າງ ແລະ ຂະຫຍາຍຂະໜາດ” - ທ່ານ ຫງວ໋ຽນດຶກຈູງ ແບ່ງປັນ.
ເປີດໂອກາດໃຫມ່
ແຂວງດົ່ງນາຍແມ່ນໜຶ່ງໃນບັນດາທ້ອງຖິ່ນອັນດັບໜຶ່ງໃນທົ່ວປະເທດກ່ຽວກັບເນື້ອທີ່, ພົນລະເມືອງ ແລະ ຂະໜາດເສດຖະກິດ.
ຢູ່ຕາແສງ ບິ່ງເຟືອກ, ແຂວງ ດົ່ງນາຍ. |
ຄຽງຄູ່ກັບບັນດາທ່າໄດ້ປຽບທີ່ກ່າວມານັ້ນ, ດ້ວຍການພັດທະນາອຸດສາຫະກຳທີ່ມີມາແຕ່ດົນນານ ແລະ ໄດ້ຮັບຜົນກະທົບຈາກບັນດາໂຄງການພື້ນຖານໂຄງລ່າງຄົມມະນາຄົມທີ່ສຳຄັນຄື: ສະໜາມບິນສາກົນລອງແທ່ງ; ທ່າເຮືອ ຝູ໋ອານ; ທາງດ່ວນ, ທາງຫຼວງ, ຄວາມສາມາດບົ່ມຊ້ອນພັດທະນາຕົວເມືອງໃຫ້ແຂວງ ດົ່ງນາຍ ໃນໄລຍະຈະມາເຖິງແມ່ນໃຫຍ່ຫຼວງຫຼາຍ.
ທ່ານ ດຣ ມາຍຈ້ຽນເຫີຍ, ຮອງຫົວໜ້າກົມເສດຖະກິດການເມືອງ, ວິທະຍາຄານການເມືອງເຂດ II (ນະຄອນໂຮ່ຈີມິນ), ໃຫ້ຮູ້ວ່າ: ແຂວງ ດົ່ງນາຍ ມີ “ສະໜາມບິນ” ລອງແທ່ງ, ທ່າກຳປັ່ນ ຟູ໋ອ໋ກອານ, ສູນກາງການສັນຈອນຂອງພາກຕາເວັນອອກສຽງໃຕ້; ພ້ອມກັນນັ້ນ, ແຂວງຍັງເປັນປະຕູເຊື່ອມຕໍ່ການສັນຈອນກັບເຂດພູດອຍພາກກາງ, ພາກຕາເວັນຕົກສຽງໃຕ້, ພາກກາງພາກໃຕ້. ດ້ວຍທ່າໄດ້ປຽບດັ່ງກ່າວ, ດົ່ງນາຍ ມີຄວາມສາມາດບົ່ມຊ້ອນພັດທະນາເສດຖະກິດ.
ພ້ອມກັນນັ້ນ, ການພັດທະນາຄວນຖືເຂດລອງແທ່ງ, ເຫງ້ຈ່າງ ແລະ ບຽນຮວ່າ (ເກົ່າ) ເປັນກຳລັງແຮງຕົ້ນຕໍ. “ສະເພາະ, ສຸມໃສ່ພັດທະນາຕົວເມືອງອັດສະລິຍະດ້ວຍການບໍລິການທີ່ຫຼາກຫຼາຍ ແລະ ຄຸນນະພາບ, ພິເສດແມ່ນເຂດ ບຽນຮວ່າ (ເກົ່າ) ຈະເປັນໃຈກາງທາງດ້ານການເມືອງ ແລະ ການປົກຄອງຂອງແຂວງ, ຄວນສຸມໃສ່ພັດທະນາຕາມທິດຫັນເປັນຕົວເມືອງທັນສະໄໝດ້ວຍຫຼາຍການບໍລິການທີ່ມີຄຸນນະພາບສູງ, ພິເສດແມ່ນຕ້ອງຂຸດຄົ້ນ ແລະ ພັດທະນາ 2 ຝັ່ງແມ່ນ້ຳ ດົ່ງນາຍ ຕາມຕົວແບບຂອງ 2 ຝັ່ງແມ່ນ້ຳຂອງ”. ຮິວ.
ດ້ວຍພື້ນທີ່ພັດທະນາໃໝ່ທີ່ໃຫຍ່ກວ່າ, ສຸມໃສ່ຫຼາຍເຂດອຸດສາຫະກຳ ແລະ ໂຄງການພື້ນຖານໂຄງລ່າງການສັນຈອນສຳຄັນ, ແຂວງ ດົ່ງນາຍ ມີໂອກາດພັດທະນາຕົວເມືອງຫຼາຍປະເພດເຊັ່ນ: ຕົວເມືອງຕິດພັນກັບໂຄງການຈະລາຈອນຫຼັກ; ເຂດຕົວເມືອງອຸດສາຫະກໍາ; TOD ເຂດຕົວເມືອງ...
ຕາມທ່ານດຣ ວິທະຍາສາດ, ສະຖາປານິກ ຫງວຽນຫວຽດນາມ, ປະທານສະຖາປະນິກ NgoViet (ຢູ່ນະຄອນ ໂຮ່ຈີມິນ), ເມື່ອລວມແຂວງ ບິ່ງເຟືອກ (ເກົ່າ) ແລະ ແຂວງ ດົ່ງນາຍ (ເກົ່າ) ເຂົ້າເປັນແຂວງ ດົ່ງນາຍໃໝ່, ຂະແໜງອຸດສາຫະກຳສາມາດບຸລິມະສິດພັດທະນາໄປສູ່ແຂວງ ບິ່ງເຟືອກ (ເກົ່າ). ເມື່ອຮອດເວລານັ້ນ, ເຂດຕົວເມືອງຂອງແຂວງ ບຽນຮ່ວາ (ເກົ່າ) ແລະ ສະໜາມບິນລອງແທ່ງ ຈະມີຊ່ອງຫວ່າງເພື່ອຊຸກຍູ້ການພັດທະນາຕົວເມືອງ.
ຄຽງຄູ່ກັນນັ້ນ, ເມື່ອຫັນການພັດທະນາອຸດສາຫະກຳໄປສູ່ແຂວງ ບິ່ງເຟືອກ (ເກົ່າ), ກໍ່ຈະເປີດກາລະໂອກາດພັດທະນາຕົວເມືອງຢູ່ເຂດນີ້. ເພາະວ່າໃນເວລານັ້ນ, ການເຊື່ອມຈອດພື້ນຖານໂຄງລ່າງຈະລາຈອນຈະຕ້ອງໄດ້ລົງທຶນ ແລະ ພັດທະນາໄປຄຽງຄູ່ກັບການຫັນປ່ຽນແຫຼ່ງກຳລັງແຮງງານເປັນເງື່ອນໄຂເພື່ອຊຸກຍູ້ການພັດທະນາຕົວແບບຕົວເມືອງອຸດສາຫະກຳ.
“ແນ່ນອນ, ບໍ່ພຽງແຕ່ຕ້ອງການການລົງທຶນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມເທົ່ານັ້ນ, ພື້ນຖານໂຄງລ່າງສັງຄົມກໍ່ຕ້ອງລົງທຶນ, ກໍ່ສ້າງ ເພື່ອໃຫ້ເມື່ອປະຊາຊົນຍ້າຍມາຢູ່ທີ່ນີ້, ເຂົາເຈົ້າຮູ້ສຶກວ່າເຂົາເຈົ້າມີທຸກເງື່ອນໄຂເພື່ອຕອບສະໜອງຊີວິດການເປັນຢູ່”.
ຟ້າມຕຸ່ງ
ທີ່ມາ: https://baodongnai.com.vn/dong-nai-cuoi-tuan/202507/co-hoi-phat-trien-do-thi-cua-dong-nai-moi-d750a7f/
(0)