(Chinhphu.vn) - ທ່ານລັດຖະມົນຕີ ການຕ່າງປະເທດ ກູບາ Bruno Rodriguez ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ຄວາມເປັນຫ່ວງເປັນໄຍຂອງຫວຽດນາມ, ແບ່ງປັນ ແລະໜູນຊ່ວຍ ກູບາ ໃນສະພາບການປະຈຸບັນ ໂດຍຜ່ານການຊ່ວຍເຫຼືອດ້ານເຂົ້າ, ສະໜອງເຂົ້າຢ່າງໝັ້ນຄົງໃຫ້ແກ່ກູບາ, ຊ່ວຍໃຫ້ກູບາ ພັດທະນາສະບຽງອາຫານ ແລະອາຫານທະເລ, ໜູນຊ່ວຍ ກູບາ ຢູ່ບັນດາເວທີປາໄສສາກົນ.
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ມີການພົບປະກັບສະຫາຍ Bruno Rodriguez, ກຳມະ ການກົມການເມືອງ , ລັດຖະມົນຕີການຕ່າງປະເທດ ກູບາ - ພາບ: VGP/Hai Minh
ໃນຂອບເຂດການຢ້ຽມຢາມກູບາຢ່າງເປັນທາງການ, ຕອນເຊົ້າວັນທີ 15/4, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ໄດ້ມີການພົບປະເຈລະຈາກັບສະຫາຍ Bruno Rodriguez, ກຳມະການກົມການເມືອງ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ກູບາ.
ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ Bruno Rodriguez ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ແລະ ຄະນະຜູ້ແທນລັດຖະບານ ຫວຽດນາມ ປະຈຳ ກູບາ, ຕີລາຄາສູງຄວາມໝາຍ ແລະ ຄວາມສຳຄັນຂອງການຢ້ຽມຢາມທາງລັດຖະກິດເຖິງການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ກູບາ, ພິເສດແມ່ນໃນສະພາບການໂລກປະຈຸບັນພວມສັບສົນ, ຮຽກຮ້ອງໃຫ້ ຫວຽດນາມ ແລະ ກູບາ ເພີ່ມທະວີຄວາມສາມັກຄີ, ຮ່ວມມື.
ລັດຖະມົນຕີ ທ່ານ Bruno Rodriguez ຖືວ່າ, ການຢ້ຽມຢາມຂອງທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ຈະປະກອບສ່ວນສືບຕໍ່ປະຕິບັດບັນດາຂໍ້ຕົກລົງຂອງບັນດາການນຳຂັ້ນສູງ 2 ປະເທດຢ່າງມີປະສິດທິຜົນ, ສ້າງຂີດໝາຍໃໝ່ໃນປະຫວັດສາດການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ກູບາ.
ທ່ານລັດຖະມົນຕີການຕ່າງປະເທດ ກູບາ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ການເອົາໃຈໃສ່, ແບ່ງປັນ ແລະ ສະໜັບສະໜູນຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ບັນດາການນຳຂັ້ນສູງ ກໍ່ຄືລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ກັບ ກູບາ ໃນສະພາບການປະຈຸບັນ ໂດຍຜ່ານການໜູນຊ່ວຍເຂົ້າ, ສະໜອງເຂົ້າຢ່າງໝັ້ນຄົງໃຫ້ແກ່ກູບາ, ໜູນຊ່ວຍ ກູບາ ພັດທະນາສະບຽງອາຫານ ແລະ ສິນໃນນ້ຳ, ໜູນຊ່ວຍ ກູບາ ຢູ່ບັນດາເວທີປາໄສສາກົນ.
2 ຝ່າຍປຶກສາຫາລືກ່ຽວກັບສະພາບການຢູ່ແຕ່ລະປະເທດ, ກວດກາ ແລະ ຕີລາຄາບັນດາຂົງເຂດຮ່ວມມື - ພາບ: VGP/Hai Minh
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນດ້າຍກວາງ ສະແດງຄວາມປິຕິຊົມຊື່ນທີ່ມາຢ້ຽມຢາມ ກູບາ ເປັນຄັ້ງທຳອິດ ແລະ ໄດ້ມີການພົບປະກັບສະຫາຍ. Bruno Rodriguez; ຊົມເຊີຍ 2 ປະເທດຈັດຕັ້ງບັນດາເຫດການສຳຄັນໃນການພົວພັນສອງຝ່າຍຄື: ສະເຫຼີມສະຫຼອງ 50 ປີແຫ່ງວັນການມາຢ້ຽມຢາມ ແລະ ເຮັດວຽກຢູ່ເຂດປົດປ່ອຍ ຫວຽດນາມ ໃຕ້ (ເດືອນ ກັນຍາ 1979 – ກັນຍາ 2023), ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຄະນະກຳມາທິການສາມັກຄີກັບ ຫວຽດນາມ ໃຕ້, ອະດີດການນຳຂອງສະມາຄົມມິດຕະພາບ ຫວຽດນາມ - 26 Sept. ວັນທີ 25 ກັນຍາ 2023, ເຊັ່ນດຽວກັນກັບການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຫວູດິ່ງເຫ້ວ ໃນເດືອນ 4/2023 ແລະ ການຢ້ຽມຢາມຂອງປະທານສະພາແຫ່ງຊາດ ກູບາ ເຖິງ ຫວຽດນາມ ໃນເດືອນ 9/2023. ເຊື່ອໝັ້ນວ່າ, ບັນດາການເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈ, ເຊື່ອມໂຍງ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ .
ທ່ານຮອງນາຍົກລັດຖະມົນຕີ ຊົມເຊີຍ ກູບາ ກ່ຽວກັບບັນດາໝາກຜົນສຳຄັນຂອງຕົນ ໃນສະພາບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງ ຍ້ອນການປິດລ້ອມ ແລະ ກີດຂວາງ; ຢືນຢັນຫຼັກໝັ້ນຂອງຫວຽດນາມທີ່ເປັນເອກະພາບສະເໝີຕົ້ນສະເໝີປາຍ ແລະ ສະໜັບສະໜູນກູບາ, ຄັດຄ້ານ ແລະ ຮຽກຮ້ອງໃຫ້ຢຸດຕິນະໂຍບາຍສະກັດກັ້ນ ແລະ ກີດຂວາງກູບາໃນທຸກຮູບການ.
ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ເຊື່ອໝັ້ນວ່າ ກູບາ ດ້ວຍມູນເຊື້ອອັນສະຫງ່າລາສີ ແລະ ຄວາມໝັ້ນຄົງຂອງຕົນ, ຈະຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ແລະ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າອີກໃນພາລະກິດອັນສູງສົ່ງຂອງຕົນ.
ທີ່ການພົບປະ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ແຕ່ລະປະເທດ, ກວດກາ ແລະ ຕີລາຄາບັນດາຂົງເຂດຮ່ວມມື, ແລກປ່ຽນບັນດາທິດທາງ ແລະ ມາດຕະການເພື່ອແນໃສ່ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ກູບາ ໃຫ້ເລິກເຊິ່ງກ່ວາອີກ.
2 ຝ່າຍເຫັນດີເປັນເອກະສັນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການກະກຽມໃຫ້ບັນດາການຢ້ຽມຢາມ ແລະ ການພົວພັນຂັ້ນສູງ, ຊຸກຍູ້ບັນດາກົນໄກສົນທະນາ ແລະ ການຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນລະຫວ່າງບັນດາກະຊວງ, ສາຂາ, ທ້ອງຖິ່ນ ແລະ ປະຊາຄົມວິສາຫະກິດຂອງສອງປະເທດ; ສະແຫວງຫາວິທີແກ້ໄຂເພື່ອຊຸກຍູ້ການພົວພັນດ້ານການຄ້າ - ການລົງທຶນ ແລະ ການຮ່ວມມືໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈເຊັ່ນ: ກະສິກຳ, ກໍ່ສ້າງ, ການສຶກສາ - ສາທາລະນະສຸກ, ການຢາ, ວິທະຍາສາດ - ເຕັກໂນໂລຊີ, ວັດທະນະທຳ - ກິລາ ແລະ ການແລກປ່ຽນປະຊາຊົນ.
2 ຝ່າຍກໍ່ປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ ເຊິ່ງ ຫວຽດນາມ ແລະ ກູບາ ແມ່ນສະມາຊິກ, ພິເສດແມ່ນຢູ່ສະຫະປະຊາຊາດ ແລະ ການເຄື່ອນໄຫວບໍ່ຮ່ວມກຸ່ມ.
2 ຝ່າຍກໍ່ໄດ້ແບ່ງປັນຫຼັກໝັ້ນໃນການແກ້ໄຂການພິພາດສາກົນດ້ວຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ./.
Hai Minh - ປະຕູລັດຖະບານ
ທີ່ມາ
(0)