ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການຢ້ຽມຢາມທາງລັດຖະກິດຂອງປະທານປະເທດ Joe Biden ຕາມຄຳເຊີນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ. ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ຜູ້ຕາງຫນ້າການຄ້າ Katherine Tai ສະແດງຄວາມດີໃຈທີ່ໄດ້ມີການພົບປະຄັ້ງໃໝ່ພາຍຫຼັງທີ່ທ່ານນາງ Tai ມາຢ້ຽມຢາມຫວຽດນາມ ເມື່ອເດືອນ 02/2023.
ທ່ານນາຍົກລັດຖະມົນຕີ ແລະ ຜູ້ແທນການຄ້າ ອາເມລິກາ ລ້ວນແຕ່ເຫັນດີເປັນເອກະສັນກັນວ່າ: ການສ້າງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດເປີດໄລຍະໃໝ່ໃຫ້ແກ່ການຮ່ວມມືຢ່າງເລິກເຊິ່ງລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດ ເສດຖະກິດ , ການຄ້າ ແລະ ການລົງທຶນ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຕ້ອນຮັບທ່ານ Katherine Tai ຜູ້ຕາງໜ້າການຄ້າ ອາເມລິກາ. ພາບ: ເຢືອງ/VNA
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຂອບໃຈຜູ້ຕາງໜ້າການຄ້າ ອາເມລິກາ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງ 2 ຝ່າຍ. ສະເໜີສອງຝ່າຍສົມທົບກັນຢ່າງຕັ້ງໜ້າເພື່ອປະຕິບັດບັນດາຂໍ້ຕົກລົງຂອງບັນດາການນຳຂັ້ນສູງ 2 ປະເທດໂດຍໄວ, ໃນນັ້ນມີ ອາເມລິກາ ບຸລິມະສິດຊຸກຍູ້ແຜນທີ່ເສັ້ນທາງຮັບຮູ້ສະພາບເສດຖະກິດຕະຫຼາດຂອງຫວຽດນາມ, ເປີດກວ້າງຕະຫຼາດສິນຄ້າຂອງຫວຽດນາມ ເຊັ່ນ: ແຜ່ນແພ, ເກີບ, ຜະລິດຕະພັນກະເສດ, ພ້ອມກັນນັ້ນກໍ່ພິຈາລະນາຢ່າງເໝາະສົມກ່ຽວກັບຜົນປະໂຫຍດຂອງວິສາຫະກິດຫວຽດນາມ, ບໍ່ນຳໃຊ້ບັນດາມາດຕະການປ້ອງກັນຄວາມດຸ່ນດ່ຽງດ້ານການຄ້າ, ຜົນປະໂຫຍດຂອງຫວຽດນາມ.
ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງຝ່າຍສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການສຶກສາ ແລະ ບຳລຸງສ້າງ, ສະເໜີ ອາເມລິກາ ໜູນຊ່ວຍຫວຽດນາມ ໃນການສ້າງຕ່ອງໂສ້ການສະໜອງຕິດພັນກັບຊິບ semiconductor.
ຜູ້ຕາງໜ້າການຄ້າ ອາເມລິກາ ຢັ້ງຢືນເຖິງຄວາມໝາຍ ແລະ ຄວາມສຳຄັນຂອງ 2 ປະເທດສ້າງຕັ້ງກອບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຖືວ່າ ນີ້ແມ່ນກາລະໂອກາດເພື່ອໃຫ້ 2 ຝ່າຍຮ່ວມມືຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ.
ທ່ານນາງ Katherine Tai ໄດ້ຫວນຄືນເຖິງຄວາມປະທັບໃຈອັນເລິກເຊິ່ງຂອງຕົນເມື່ອມາຢ້ຽມຢາມ ຫວຽດນາມ ແລະ ການຢ້ຽມຢາມໄດ້ຊ່ວຍໃຫ້ນາງເຂົ້າໃຈກ່ຽວກັບ ຫວຽດນາມ ຕື່ມອີກ. ທ່ານນາງຢືນຢັນວ່າ, ອາເມລິກາ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ; ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າສອງປະເທດ ແລະ ຫ້ອງການຜູ້ຕາງໜ້າການຄ້າອາເມລິກາ ຈະມີບົດບາດຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
ທ່ານນາງ Katherine Tai ແຈ້ງໃຫ້ຊາບກ່ຽວກັບຄວາມຄືບໜ້າ ແລະ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມບັນດາຄວາມມານະພະຍາຍາມເພື່ອສະຫຼຸບການປຶກສາຫາລືກ່ຽວກັບຂອບເສດຖະກິດອິນໂດ - ປາຊີຟິກ ເພື່ອຄວາມວັດທະນາຖາວອນ (IPEF) ເພື່ອນຳມາເຊິ່ງຜົນປະໂຫຍດລວມໃຫ້ແກ່ບັນດາປະເທດ ແລະ ປະຊາຊົນໃນພາກພື້ນ.
ຕາມໜັງສືພິມ VNA/Tin Tuc
ທີ່ມາ
(0)