ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ແນວຄິດ, ຄວາມເຄົາລົບ ແລະ ການຕ້ອນຮັບອັນອົບອຸ່ນເຊິ່ງກຸ່ມສະມາຊິກລັດຖະສະພາມິດຕະພາບ ເວົ້າສະເພາະ ແລະ ລັດຖະບານ ແລະ ປະຊາຊົນ ອົດສະຕາລີ ໂດຍທົ່ວໄປ ໄດ້ມອບໃຫ້ຄະນະຜູ້ແທນລັດຖະບານ ຫວຽດນາມ; ສ້າງຄວາມປະທັບໃຈອັນເລິກເຊິ່ງກ່ຽວກັບປະເທດອົດສະຕຣາລີທີ່ສວຍງາມ, ສະຫງົບສຸກ, ພັດທະນາ ແລະ ມີນໍ້າໃຈມິດຕະພາບ.
ທ່ານນາຍົກລັດຖະມົນຕີສະແດງຄວາມຂອບໃຈອົດສະຕາລີທີ່ໄດ້ໜູນຊ່ວຍຫວຽດນາມໃນຕະຫຼອດປະຫວັດສາດ, ໃນການຟື້ນຟູຫຼັງສົງຄາມ ແລະ ພັດທະນາເສດຖະກິດ - ສັງຄົມ , ພິເສດແມ່ນການໜູນຊ່ວຍພັດທະນາຢ່າງເປັນທາງການ (ODA) ໃຫ້ແກ່ຫວຽດນາມ, ໃນການປ້ອງກັນ ແລະ ຕ້ານໂລກລະບາດ Covid-19 ທີ່ຜ່ານມາ.
ທ່ານຫົວໜ້າລັດຖະບານຫວຽດນາມ ໄດ້ຊົມເຊີຍ ອົດສະຕາລີ ໄດ້ຈັດຕັ້ງກອງປະຊຸມສຸດຍອດພິເສດ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ - ອົດສະຕາລີ ຢ່າງສຳເລັດຜົນ; ພ້ອມທັງບັນລຸຜົນສຳເລັດການພັດທະນາເສດຖະກິດ-ສັງຄົມຫຼັງໂລກລະບາດໂຄວິດ-19; ແລະເຊື່ອໝັ້ນວ່າ, ປະຊາຊົນອົສຕຼາລີຈະສືບຕໍ່ໄດ້ຮັບໝາກຜົນອັນໃຫຍ່ຫຼວງກວ່າເກົ່າ, ສ້າງໃຫ້ອົສຕຣາລີນັບມື້ນັບຈະເລີນຮຸ່ງເຮືອງດ້ວຍບົດບາດ ແລະ ທີ່ຕັ້ງສູງຂຶ້ນໃນເວທີສາກົນ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Sharon Clayton ປະທານກຸ່ມມິດຕະພາບລັດຖະສະພາ ອົດສະຕາລີ - ຫວຽດນາມ. ພາບ: ເຢືອງ/VNA
ຍິນດີເຫັນວ່າ, ໃນເຄິ່ງສະຕະວັດທີ່ຜ່ານມາ, ມິດຕະພາບຫວຽດນາມ - ອົດສະຕາລີ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຊ່ອງທາງ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ - ອົດສະຕາລີ, ພິເສດແມ່ນພາຍຫຼັງການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢູ່ ອົດສະຕາລີ; ຫວັງວ່າການພົວພັນຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດຂອງສອງປະເທດກໍ່ຄືບັນດາສະມາຊິກລັດຖະສະພາມິດຕະພາບຂອງສອງປະເທດຈະສືບຕໍ່ໄດ້ຮັບການເພີ່ມທະວີການເຄື່ອນໄຫວແລກປ່ຽນ, ຮຽນຮູ້, ສະໜັບສະໜູນ ແລະ ແລກປ່ຽນເຊິ່ງກັນ ແລະ ກັນ, ພິເສດແມ່ນການຊຸກຍູ້ການແລກປ່ຽນລະຫວ່າງສະມາຊິກສະພາໜຸ່ມ ແລະ ສະມາຊິກລັດຖະສະພາເພດຍິງ...
ທ່ານນາງຮອງປະທານສະພາແຫ່ງຊາດ ແລະ ປະທານກຸ່ມສະມາຊິກສະພາມິດຕະພາບອົດສະຕາລີ - ຫວຽດນາມ Sharon Claydon ຂອບໃຈທ່ານນາຍົກລັດຖະມົນຕີ Pham Minh Chinh ທີ່ໄດ້ສະລະເວລາມາຕ້ອນຮັບທ່ານນາງ ແລະ ຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ໃນການພົວພັນ ອົດສະຕາລີ, ພິເສດແມ່ນບັນດາຜົນສຳເລັດຂອງກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອົດສະຕາລີ - ອາຊຽນ.
ຊົມເຊີຍຜົນສຳເລັດຂອງການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານນາຍົກລັດຖະມົນຕີ Anthony Albanese, ປະທານກຸ່ມມິດຕະພາບລັດຖະສະພາ ອົດສະຕຣາລີ - ຫວຽດນາມ ມີຄວາມປິຕິຊົມຊື່ນເມື່ອເຫັນການພັດທະນາອັນດີງາມຂອງການພົວພັນ ຫວຽດນາມ - ອົດສະຕາລີ, ພິເສດແມ່ນເມື່ອສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ຖືວ່າ, ສະພາຜູ້ແທນລາຊະດອນອົດສະຕາລີ ຫວັງວ່າຈະປະຕິບັດບັນດາເນື້ອໃນໃນຂອບການຮ່ວມມືໃໝ່ນີ້, ລວມທັງຊຸກຍູ້ການຮ່ວມມືລະຫວ່າງບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ 2 ປະເທດເວົ້າສະເພາະ ແລະ 2 ສະພານິຕິບັນຍັດເວົ້າລວມ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Sharon Clayton ປະທານກຸ່ມມິດຕະພາບລັດຖະສະພາ ອົດສະຕາລີ - ຫວຽດນາມ. ພາບ: ເຢືອງ/VNA
ຫວນຄືນການພົບປະ, ຢ້ຽມຢາມ ອົດສະຕາລີ, ທ່ານນາງ Sharon Claydon ໃຫ້ຮູ້ວ່າ: ຫວຽດນາມ ແລະ ອົດສະຕາລີ ມີຄວາມເປັນຫ່ວງເປັນໄຍຫຼາຍດ້ານ, ເພື່ອການພັດທະນາຂອງແຕ່ລະປະເທດ ແລະ ເພື່ອຄວາມໝັ້ນຄົງ, ຄວາມປອດໄພ, ສະຖຽນລະພາບ, ການພັດທະນາໃນພາກພື້ນ, ພິເສດແມ່ນໃນຂົງເຂດປ້ອງກັນພະຍາດ, ພັດທະນາເສດຖະກິດ - ສັງຄົມ, ການສຶກສາ ແລະ ບຳລຸງສ້າງ, ສົມທົບກັນປະຕິບັດເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດຈາກພະລັງງານລົມ 25,000; ເຊື່ອໝັ້ນວ່າ, ພາຍຫຼັງການຍົກລະດັບ, ການພົວພັນຮ່ວມມືຫວຽດນາມ - ອົດສະຕາລີ ຈະພັດທະນາຂຶ້ນສູ່ລະດັບສູງໃໝ່.
ຕໍ່ໜ້າບັນດາການຜັນແປທີ່ສັບສົນຂອງໂລກ, ດ້ວຍບັນດາການປ່ຽນແປງທີ່ບໍ່ສາມາດຄາດເດົາໄດ້ເຊັ່ນ: ຄວາມຂັດແຍ້ງ, ການແຂ່ງຂັນຍຸດທະສາດ, ການປ່ຽນແປງຂອງດິນຟ້າອາກາດ, ປະຊາກອນຜູ້ສູງອາຍຸ ແລະ ອື່ນໆ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຖືວ່າ, ນີ້ແມ່ນບັນດາບັນຫາທົ່ວໂລກທີ່ຮຽກຮ້ອງໃຫ້ມີວິທີການທົ່ວໂລກ; ຫວັງວ່າບັນດາອົງການນິຕິບັນຍັດຂອງສອງປະເທດຈະສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນເພື່ອການພັດທະນາຂອງແຕ່ລະປະເທດ, ປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ທ່ານນາຍົກລັດຖະມົນຕີສະເໜີໃຫ້ລັດຖະສະພາຂອງ 2 ປະເທດສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມ; ສະໜັບສະໜູນ ແລະ ຊີ້ນຳການປະຕິບັດບັນດາຄຳໝັ້ນສັນຍາລະຫວ່າງລັດຖະບານ 2 ປະເທດ, ແລະ ບັນລຸການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ ຢ່າງແທດຈິງ ແລະ ມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍຮ່ວມມືປ່ຽນໃໝ່ການເຕີບໂຕແບບເກົ່າໃນການລົງທຶນ, ການສົ່ງອອກ, ການບໍລິໂພກ; ເພີ່ມຕົວຂັບເຄື່ອນການເຕີບໂຕໃຫມ່ເຊັ່ນ: ເສດຖະກິດດິຈິຕອນ, ເສດຖະກິດສີຂຽວ, ເສດຖະກິດວົງຈອນ, ແລະເສດຖະກິດແບ່ງປັນ; ແລະ ຮຽກຮ້ອງອົດສະຕາລີ ສືບຕໍ່ສ້າງເງື່ອນໄຂ ແລະ ມອບທຶນສຶກສາໃຫ້ນັກສຶກສາ ຫວຽດນາມ; ແລະ ມີນະໂຍບາຍເປີດກວ້າງການອອກແຮງງານ ແລະ ວີຊາໃຫ້ແກ່ຊາວ ຫວຽດນາມ ທີ່ດຳເນີນທຸລະກິດ ແລະ ອາໄສຢູ່ ອົດສະຕາລີ.
ໂດຍຖືອົດສະຕາລີເປັນປະເທດທີ່ມີຫຼາຍຊົນເຜົ່າ ແລະ ຫຼາຍວັດທະນະທຳ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ປາດຖະໜາວ່າ ອົດສະຕາລີ ຖື ແລະ ຮັບຮູ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ອົດສະຕາລີ ແມ່ນຊົນເຜົ່າສ່ວນໜ້ອຍຂອງ ອົດສະຕາລີ.
ຕາມໜັງສືພິມ VNA/Tin Tuc
ທີ່ມາ






(0)