
ຮ່າໂນ້ຍ ຈະເປັນເຈົ້າພາບຈັດຕັ້ງພິທີລົງນາມໃນສົນທິສັນຍາຂອງສະຫະປະຊາຊາດ ຕ້ານອາດຊະຍາກຳທາງອິນເຕີແນັດ ແຕ່ວັນທີ 25 – 26/10/2025.
ນັ້ນແມ່ນຄຳເຫັນຂອງທ່ານ Saadi Salama, ເອກອັກຄະລັດຖະທູດ ປາແລັດສະໄຕ ປະຈຳ ຫວຽດນາມ - ຫົວໜ້າຄະນະການ ທູດ ປະຈຳ ຫວຽດນາມ ກ່ຽວກັບຄວາມໝາຍສຳຄັນຂອງສົນທິສັນຍາຕ້ານອາດຊະຍາກຳທາງອິນເຕີແນັດ ທີ່ໄດ້ຮັບການລົງນາມໃນວັນທີ 25 – 26/10/2025 ຢູ່ ຮ່າໂນ້ຍ.
ຕາມທ່ານເອກອັກຄະລັດຖະທູດ Saadi Salama ແລ້ວ, “ສົນທິສັນຍາຮ່າໂນ້ຍ” - ສົນທິສັນຍາສາກົນຄັ້ງທຳອິດທີ່ຕັ້ງຊື່ຕາມນະຄອນຫຼວງຂອງຫວຽດນາມ ແມ່ນຂີດໝາຍສຳຄັນສຳລັບຫວຽດນາມ ໃນແຜນທີ່ການຮ່ວມມືສາກົນ. ພ້ອມກັນນັ້ນ, ເຫດການນີ້ຢືນຢັນວ່າ ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ, ຍາມໃດກໍ່ຕັ້ງໜ້າຊຸກຍູ້ການຮ່ວມມືສາກົນເພື່ອ ສັນຕິພາບ , ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ, ໃນນັ້ນຄວາມໝັ້ນຄົງທາງອິນເຕີແນັດແມ່ນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືລະຫວ່າງບັນດາປະເທດ.
ເນັ້ນໜັກວ່າ ຫວຽດນາມ ໄດ້ສະແດງບົດບາດຕັ້ງໜ້າ, ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນວິວັດການເຈລະຈາເພື່ອສ້າງສົນທິສັນຍາສະຫະປະຊາຊາດຕ້ານອາດຊະຍາກຳທາງອິນເຕີເນັດ, ທ່ານເອກອັກຄະລັດຖະທູດ Saadi Salama ໃຫ້ຮູ້ວ່າ, ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ, ໜູນຊ່ວຍຮັດແຄບຄວາມແຕກຕ່າງລະຫວ່າງບັນດາປະເທດ, ຊຸກຍູ້ຄວາມເຫັນດີເຫັນພ້ອມຂອງສາກົນ ມຸ່ງໄປເຖິງບັນດາຂອບກົດໝາຍທົ່ວໂລກ, ທັງຮັບປະກັນການຕ້ານອາດຊະຍາກຳທາງອິນເຕີເນັດ ແລະ ເຄົາລົບສິດອຳນາດອະທິປະໄຕ.
ການເລືອກຕັ້ງຂອງສະຫະປະຊາຊາດໃຫ້ຮ່າໂນ້ຍ ເປັນສະຖານທີ່ລົງນາມໃນສົນທິສັນຍາຕ້ານອາດຊະຍາກຳທາງອິນເຕີແນັດ ແມ່ນການຮັບຮູ້ຢ່າງຈະແຈ້ງກ່ຽວກັບບົດບາດ, ກຽດສັກສີ ແລະ ການປະກອບສ່ວນກໍ່ສ້າງຂອງຫວຽດນາມ ໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງໃນຍຸກດີຈີຕອນ.
ທ່ານເອກອັກຄະລັດຖະທູດ Saadi Salama ປາດຖະໜາວ່າ ຫວຽດນາມ ໂດຍສະເພາະນະຄອນຫຼວງ ຮ່າໂນ້ຍ ປະສົບຜົນສຳເລັດພິທີລົງນາມໃນສົນທິສັນຍາສະຫະປະຊາຊາດຕ້ານອາດຊະຍາກຳທາງອິນເຕີແນັດ ຈະກາຍເປັນຂີດໝາຍສຳຄັນທີ່ຢັ້ງຢືນທີ່ຕັ້ງ ແລະ ກຽດສັກສີສາກົນຂອງຫວຽດນາມ - ປະເທດທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ຄວາມໄວ້ເນື້ອເຊື່ອໃຈໃນການຮ່ວມມືຫຼາຍຝ່າຍ.

ທ່ານ Saadi Salama ເອກອັກຄະລັດຖະທູດ ປາແລັດສະຕີນ ປະຈຳຫວຽດນາມ - ຫົວໜ້າຄະນະການທູດຫວຽດນາມ.
ທ່ານເອກອັກຄະລັດຖະທູດ Saadi Salama ເນັ້ນໜັກວ່າ: “ເຫດການນີ້ບໍ່ພຽງແຕ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງບັນດາປະເທດໃນພາກພື້ນ ແລະ ປະຊາຄົມໂລກໃນຄວາມມານະພະຍາຍາມສ້າງຊ່ອງທາງອິນເຕີແນັດປອດໄພ, ສຸຂະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈເທົ່ານັ້ນ, ຫາກຍັງຖືວ່າ ຮ່າໂນ້ຍ ແມ່ນສັນຍາລັກແຫ່ງການເຈລະຈາ, ການຮ່ວມມື ແລະ ຄວາມເຫັນດີເຫັນພ້ອມຂອງໂລກ.
ທ່ານເອກອັກຄະລັດຖະທູດ ສະແດງຄວາມພາກພູມໃຈທີ່ລັດ ປາແລັດສະໄຕ ເປັນໜຶ່ງໃນບັນດາປະເທດທຳອິດທີ່ລົງນາມໃນສົນທິສັນຍາຕ້ານອາດຊະຍາກຳທາງອິນເຕີເນັດ ທີ່ຮ່າໂນ້ຍ ໃນວັນທີ 25 ຕຸລາ 2025. ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຊົມເຊີຍຢ່າງອົບອຸ່ນມາຍັງ ຫວຽດນາມ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການຊຸກຍູ້ການເຈລະຈາ ແລະ ການຮ່ວມມືສາກົນ ມຸ່ງໄປເຖິງໂລກແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ.
ຄານລານ
ທີ່ມາ: https://nhandan.vn/cong-uoc-ha-noi-dau-an-quan-trong-cua-viet-nam-tren-ban-do-hop-tac-quoc-te-post917626.html






(0)