
ກະຊວງກໍ່ສ້າງ ໄດ້ປະກາດປັບແຜນຕາໜ່າງທາງລົດໄຟໄລຍະ 2021-2030 ໂດຍມີວິໄສທັດຮອດປີ 2050 ຕາມມະຕິຕົກລົງສະບັບເລກທີ 2404/QD-TTg ລົງວັນທີ 29 ຕຸລາ 2025 ຂອງນາຍົກລັດຖະມົນຕີ.
ຕາມນັ້ນແລ້ວ, ແຜນການສ້າງຕາໜ່າງທາງລົດໄຟໄດ້ປັບປຸງແຜນຜັງການລົງທຶນກໍ່ສ້າງທາງລົດໄຟໃໝ່ທັງໄລຍະກ່ອນ ແລະ ຫຼັງປີ 2030 ໃຫ້ແກ່ 11 ເສັ້ນທາງຄື: ລາວກາຍ- ຮ່າໂນ້ຍ- ຫາຍຟ່ອງ; ບຽນຮ່ວາ-ຫວຸງເຕົ່າ; ຮ່າໂນ້ຍ - ດົງໂດກ; ນະຄອນ ໂຮ່ຈີມິນ - ລົກນິງ; ນະຄອນ ໂຮ່ຈີມິນ - ກ່າເມົາ - ກ່າເມົາ; ວັງແອງ-ມູຢາ; ທ່າບົກ-ດາລາດ; ຫາຍຟ່ອງ-ຮ້າລອງ-ມ໋ອງກ໋າ; ເສັ້ນທາງທິດຕາເວັນອອກຂອງນະຄອນ ຮ່າໂນ້ຍ, ພາກງອກໂຮ່ຍ - ກິມເຊີນ; ອານບິ່ງ - ໄຊງ່ອນ (ຮວາຮຶງ) - ເຕີນກຽນ; ທາງລົດໄຟຄວາມໄວສູງໃນແກນ ເໜືອ-ໃຕ້.
ໄລຍະກ່ອນປີ 2030 ມຸ່ງໄປເຖິງການລົງທຶນກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ-ກວາງນິງ. ໄລຍະຫຼັງປີ 2030 ມຸ່ງໄປເຖິງການລົງທຶນໃນ 2 ສາຍຄື: ດ່າໜັງ - ກອນຕູມ - ກ໋າຍລາຍ - ດັກລັກ - ດັກນົງ - ບິ່ງເຟືອກ; ເສັ້ນທາງທິດຕາເວັນຕົກຂອງນະຄອນ ຮ່າໂນ້ຍ, ພາກຕາເວັນຕົກງອກໂຮ່ຍ - ແທງລອຍ.
ແຜນການນີ້ຍັງໄດ້ດັດປັບບໍ່ລວມເອົາເສັ້ນທາງ Thu Thiem-Long Thanh ເຂົ້າໃນແຜນການ ແລະ ຫັນເປັນທາງລົດໄຟໃນຕົວເມືອງ; ມອບໝາຍໃຫ້ນະຄອນໂຮ່ຈິມິນ ແລະ ແຂວງ ດົ່ງນາຍ ປັບປຸງການວາງແຜນກຳນົດຂອງແຂວງ ແລະ ແຜນການທີ່ກ່ຽວຂ້ອງ.
ນອກນີ້, ແຜນການຍັງໄດ້ເພີ່ມເສັ້ນທາງລົດໄຟ ອານບິ່ງ - ໄຊງ່ອນ (ຮ່ວາຮຶງ) - ເຕິນກຽນ; ເພີ່ມທະວີການເຊື່ອມຕໍ່ກັບທາງລົດໄຟຈີນຢູ່ດ່ານຊາຍແດນ Mong Cai ຜ່ານທາງລົດໄຟ ຫາຍຟ່ອງ - ຮ່າລອງ - ມ້ຽນກາຍ; ແລະເຊື່ອມຕໍ່ກັບກຳປູເຈຍຢູ່ດ່ານຊາຍແດນ Moc Bai ຜ່ານທາງລົດໄຟນະຄອນໂຮ່ຈິມິນ - ໄຕນິງ.
ຕາມກະຊວງກໍ່ສ້າງແລ້ວ, ການວາງແຜນຕາໜ່າງທາງລົດໄຟຍັງໄດ້ເສີມຂະຫຍາຍການເຊື່ອມຈອດຕົວເມືອງ ແລະ ໃຈກາງການຈະລາຈອນຕົ້ນຕໍຂອງນະຄອນຮ່າໂນ້ຍ, ນະຄອນໂຮ່ຈິມິນ, ນະຄອນດາຫນັງ; ປັບປ່ຽນທິດທາງການເຊື່ອມຕໍ່ທາງລົດໄຟກັບທ່າກຳປັ່ນທະເລ Nghi Son (Thanh Hoa), Hiep Phuoc (ນະຄອນໂຮ່ຈິມິນ), ສະໜາມບິນສາກົນ Tan Son Nhat (ນະຄອນໂຮ່ຈິມິນ), ສະໜາມບິນສາກົນ Long Thanh (Dong Nai), ສະໜາມບິນສາກົນແຫ່ງທີ 2 ຂອງຮ່າໂນ້ຍ, ສະໜາມບິນສາກົນ Gia Binh, ທ່າກຳປັ່ນ Van Lam (Hung Yen), Gia Binh (Bac Ninh).
ທີ່ມາ: https://baohatinh.vn/dieu-chinh-lo-trinh-dau-tu-duong-sat-xay-moi-post298953.html






(0)