
ທ່ານນາງ ຫງວຽນທ໋າຍເຮີ, ຮອງຫົວໜ້າກົມພັດທະນາຕະຫຼາດຕ່າງປະເທດ ( ກະຊວງອຸດສາຫະກຳ ແລະ ການຄ້າ ) ກ່າວຄຳເຫັນທີ່ເວທີປາໄສ.
ວັນທີ 10 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ສໍານັກງານໃຫຍ່ຂອງສະມາຄົມນັກທຸລະກິດຝຣັ່ງ (MEDEF), ເວທີປາໄສ ເສດຖະກິດ ກະສິກຳ ຫວຽດນາມ - ຝຣັ່ງ ໄດ້ໄຂຂຶ້ນຢ່າງເປັນທາງການ. ນີ້ແມ່ນຄັ້ງທຳອິດທີ່ໄດ້ຈັດຕັ້ງການເຄື່ອນໄຫວດັ່ງກ່າວ, ໄດ້ນຳເອົາຜູ້ຕາງໜ້າບັນດາສະມາຄົມນັກທຸລະກິດ, ຮ້ານຄ້າຂາຍຍ່ອຍ ຝຣັ່ງ ແລະ 40 ວິສາຫະກິດຫວຽດນາມ ເຂົ້າຮ່ວມການແລກປ່ຽນບົດຮຽນ, ຊອກຫາກາລະໂອກາດຮ່ວມມື ແລະ ຊຸກຍູ້ການພົວພັນດ້ານການຄ້າລະຫວ່າງ 2 ປະເທດ. ນີ້ແມ່ນຕົວແທນຂອງຫຼາຍຂະແໜງການສົ່ງອອກທີ່ສຳຄັນເຊັ່ນ: ຜະລິດຕະພັນກະເສດ ແລະ ອາຫານປຸງແຕ່ງ, ແຜ່ນແພ, ຫັດຖະກຳທີ່ໄດ້ສ້າງເຄື່ອງໝາຍການຄ້າຢູ່ຫຼາຍຕະຫຼາດ.
ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫງວຽນທ້ຽນເຍີນ, ຮອງຫົວໜ້າກົມພັດທະນາຕະຫຼາດຕ່າງປະເທດ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ດ້ວຍວົງເງິນການຄ້າ 2 ສົ້ນບັນລຸກວ່າ 5,4 ຕື້ USD ໃນປີ 2024, ປະຈຸບັນ ຝລັ່ງ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 4 ຂອງ ຫວຽດນາມ ຢູ່ ເອີລົບ, ແມ່ນນັກລົງທຶນໃຫຍ່ອັນດັບ 2 ຂອງ EU ຢູ່ ຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນເກືອບ 4 ຕື້ USD.
ໃນໄລຍະໃໝ່, ດ້ວຍບັນດາທ່າໄດ້ປຽບຂອງ EVFTA, ການຄ້າລະຫວ່າງ 2 ປະເທດມີກາລະໂອກາດຮ່ວມມືກວ່າອີກໃນຂົງເຂດການຄ້າ, ຕິດພັນກັບການພັດທະນາແບບຍືນຍົງ ແລະ ການຫັນເປັນສີຂຽວ. ນີ້ແມ່ນບັນດາຂົງເຂດທີ່ທັງ ຫວຽດນາມ ແລະ ຝລັ່ງ ຖືເປັນບຸລິມະສິດໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມ.
ຕາມທ່ານນາງຮ່ຽນແລ້ວ, ຜູ້ບໍລິໂພກຝຣັ່ງ ແລະ ເອີລົບໂດຍທົ່ວໄປນັບມື້ນັບມີຄວາມສົນໃຈຕໍ່ຜະລິດຕະພັນສີຂຽວ, ສະອາດທີ່ມີຕົ້ນກຳເນີດທີ່ຈະແຈ້ງ ແລະ ເປັນມິດກັບສິ່ງແວດລ້ອມ. ນີ້ແມ່ນທິດທາງທີ່ວິສາຫະກິດຫວຽດນາມ ມານະພະຍາຍາມປະຕິບັດ. ວິສາຫະກິດຫຼາຍແຫ່ງໃນຄະນະນີ້ ບັນລຸໄດ້ການຢັ້ງຢືນສາກົນທີ່ສຳຄັນຄື GlobalGAP, HACCP, ISO, FSC… ແລະ ພວມປະຕິບັດຢ່າງແຂງແຮງບັນດາຮູບແບບການຜະລິດໄປສູ່ເສດຖະກິດວົງວຽນ.
ໃນຂະນະນັ້ນ, ບັນດາວິສາຫະກິດ ຝະລັ່ງ ມີຈຸດແຂງອັນພົ້ນເດັ່ນໃນດ້ານເຕັກໂນໂລຢີ, ລະບົບຈຳໜ່າຍ, ແລະ ການຂົນສົ່ງທັນສະໄໝ. ຖ້າຫາກພວກເຮົາສົມທົບບັນດາທ່າໄດ້ປຽບຂອງຫວຽດນາມ ໃນບັນດາແຫຼ່ງສະໜອງທີ່ອຸດົມສົມບູນ ແລະ ລາຄາທີ່ແກ່ງແຍ້ງກັບບັນດາກຳລັງແຮງດ້ານການຈຳໜ່າຍ ແລະ ເຕັກໂນໂລຢີຂອງ ຝະລັ່ງ, ແນ່ນອນວ່າຈະສ້າງຕ່ອງໂສ້ຄຸນຄ່າໃໝ່, ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ.

ເວທີປາໄສເສດຖະກິດ ກະສິກຳ ຫວຽດນາມ - ຝະລັ່ງ
ກ່າວຄຳເຫັນນະທີ່ນີ້, ທ່ານ Paul Le, ຮອງປະທານຜູ້ສົ່ງເສີມການຄ້າ, ກຸ່ມຄ້າຂາຍຍ່ອຍສູນກາງ ຫວຽດນາມ ໃຫ້ຮູ້ວ່າ: ປະຈຸບັນ, ໃນສະພາບທີ່ສິນຄ້າສົ່ງອອກໄປ ອາເມລິກາ ປະສົບກັບສິ່ງທ້າທາຍຫຼາຍຢ່າງຍ້ອນອັດຕາພາສີສູງ, ບັນດາວິສາຫະກິດ ຫວຽດນາມ ຕ້ອງຊອກຫາວິທີຜັນຂະຫຍາຍຕະຫຼາດສົ່ງອອກຢ່າງກ້ວາງຂວາງ ແລະ ເຂົ້າຮ່ວມໃນການເຄື່ອນໄຫວຂອງໂລກ.
ຫວຽດນາມ ມີທ່າໄດ້ປຽບດ້ານວັດຖຸດິບທີ່ອຸດົມສົມບູນ, ແຕ່ເພື່ອກ້າວເຂົ້າສູ່ສາກົນ, ພວກເຮົາຕ້ອງລົງທຶນເຂົ້າໃນການປຸງແຕ່ງຢ່າງເລິກເຊິ່ງ, ພ້ອມກັນນັ້ນກໍ່ສ້າງບັນດາຍີ່ຫໍ້ຜະລິດຕະພັນເພື່ອສາມາດເຂົ້າເຖິງຕະຫຼາດຝະລັ່ງ ແລະ ເອີລົບໂດຍທົ່ວໄປ.
“ດ້ວຍກຳລັງແຮງຂອງຮ້ານຂາຍຍ່ອຍສາກົນ, ພວກເຮົາພ້ອມກັບບັນດາວິສາຫະກິດຫວຽດນາມ ໃນຂົງເຂດອຸດສາຫະກຳ ແລະ ຂະແໜງການທີ່ມີກຳລັງການສົ່ງອອກເພື່ອຮຽນຮູ້ກ່ຽວກັບຕະຫຼາດ ຝະລັ່ງ ແລະ ວັດທະນະທຳການບໍລິໂພກ; ຜ່ານນັ້ນຊອກຫາຄູ່ຮ່ວມມືເພີ່ມເຕີມເພື່ອນຳສິນຄ້າໄປຕະຫຼາດ ຝຣັ່ງ ເວົ້າລວມ ແລະ ເອີຣົບ ເວົ້າລວມ”.
ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນ 20 ພື້ນຖານເສດຖະກິດສົ່ງອອກອັນດັບໜຶ່ງຂອງໂລກ ດ້ວຍວົງເງິນສົ່ງອອກເກືອບ 406 ຕື້ USD ໃນປີ 2024, ເພີ່ມຂຶ້ນ 15,4% ເມື່ອທຽບໃສ່ປີກາຍ. ໂຄງສ້າງຂອງສິນຄ້າສົ່ງອອກນັບມື້ນັບມີຄວາມຫຼາກຫຼາຍ ແລະ ຫັນໄປສູ່ອຸດສາຫະກຳປຸງແຕ່ງ ແລະ ຜະລິດຢ່າງແຂງແຮງ, ກວມເອົາກວ່າ 85% ຂອງຍອດວົງເງິນທັງໝົດ, ດ້ວຍບັນດາຜະລິດຕະພັນຫຼັກເຊັ່ນ: ໂທລະສັບ, ສ່ວນປະກອບເອເລັກໂຕຼນິກ, ແຜ່ນແພ, ເກີບ ແລະ ສິນຄ້າກະສິກຳ ແລະ ສິນໃນນ້ຳ ເຊັ່ນ: ເຂົ້າ, ກາເຟ, ອາຫານທະເລລ້ວນແຕ່ຕິດອັນດັບແຖວໜ້າຂອງໂລກ.
ຫວຽດນາມ ໄດ້ລົງນາມ ແລະ ປະຕິບັດກວ່າ 17 ສັນຍາການຄ້າເສລີ (FTA) ໂດຍກວມເອົາບັນດາຕະຫຼາດຕົ້ນຕໍຄື EU, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອາຊຽນ, ໄດ້ຊ່ວຍໃຫ້ສິນຄ້າຫວຽດນາມ ເຂົ້າສູ່ກ່ວາ 220 ປະເທດ ແລະ ເຂດແຄ້ວນ. ໃນນັ້ນແມ່ນສັນຍາການຄ້າເສລີ ຫວຽດນາມ - EU (EVFTA). ນີ້ແມ່ນຂອບເຂດນິຕິກຳທີ່ສະດວກເພື່ອໃຫ້ວິສາຫະກິດ ຫວຽດນາມ ແລະ ຝລັ່ງ ເພີ່ມທະວີການຮ່ວມມື, ເປີດກວ້າງຕະຫຼາດ, ສົມທົບກັນຍາດແຍ່ງເອົາບັນດາມາດຕະການດ້ານພາສີ.
ທີ່ມາ: https://vtv.vn/doanh-nghiep-viet-nam-thuc-day-xuat-khau-tai-thi-truong-phap-100251011144755777.htm
(0)