ການຊ່ວຍເຫຼືອຄັ້ງນີ້ ຈະໄດ້ນຳໃຊ້ເຂົ້າໃນການສະໜອງອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນ ເພື່ອຊ່ວຍປະຊາຊົນ ແລະ ເຍົາວະຊົນ ໃນເຂດທີ່ຖືກນໍ້າຖ້ວມ ໃຫ້ມີສະຖຽນລະພາບ, ຟື້ນຟູຊີວິດການເປັນຢູ່ ແລະ ກໍ່ສ້າງເຮືອນຊານຄືນໃໝ່. ນີ້ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງກຸ່ມບໍລິສັດ Tan A Dai Thanh ໃນວຽກງານກຸສົນ, ປະກອບສ່ວນຍົກສູງຄຸນນະພາບຊີວິດຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ.
ກ່າວຄຳເຫັນທີ່ພິທີມອບຮັບເຄື່ອງບໍລິຈາກ, ທ່ານ ຫງວຽນແອງທູ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິ ສັດ Tan A Dai Thanh ໃຫ້ຮູ້ວ່າ: “ດ້ວຍຈິດໃຈຮັກແພງ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ”, ກຸ່ມ Tan A Dai Thanh ຍາມໃດກໍພ້ອມກັບປະຊາຊົນທົ່ວປະເທດປະສົບກັບຄວາມຫຍຸ້ງຍາກ.
ກຸ່ມບໍລິສັດ Tan A Dai Thanh ຍາມໃດກໍ່ຮັກສາບັນດາການເຄື່ອນໄຫວອາສາສະໝັກເປັນເວລາ 32 ປີຜ່ານມາ, ດ້ວຍບັນດາລາຍການຄື: ຫັນທິດຕາເວັນຕົກຂຽວ, ໜູນຊ່ວຍບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ໄພນ້ຳຖ້ວມ ແລະ ພາຍຸ Yagi . ນີ້ແມ່ນສ່ວນໜຶ່ງຂອງພາລະກິດຂອງກຸ່ມ “ແຜ່ຂະຫຍາຍຄວາມຈະເລີນຮຸ່ງເຮືອງ” ຜ່ານການປະຕິບັດຕົວຈິງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຄົມ ແລະ ສັງຄົມ.
ການກະທຳນີ້ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຮັບຜິດຊອບຕໍ່ສັງຄົມເທົ່ານັ້ນ, ຫາກຍັງຢືນຢັນເຖິງຄຳໝັ້ນສັນຍາອັນຍາວນານຂອງກຸ່ມບໍລິສັດ Tan A Dai Thanh ເພື່ອພ້ອມກັບບັນດາທ້ອງຖິ່ນຜ່ານຜ່າຄວາມຫຍຸ້ງຍາກ, ມຸ່ງໄປເຖິງອະນາຄົດພັດທະນາແບບຍືນຍົງຂອງປະຊາຄົມ.
ທີ່ມາ: https://tanadaithanh.vn/tan-a-dai-thanh-ung-ho-3-ty-dong-ho-tro-dong-bao-vung-lu-mien-trung-va-mien-bac/
(0)