ຄື້ນຄວາມຮຸນແຮງໄດ້ສັ່ນສະເທືອນເຂດກາຊາໃນຂະນະທີ່ການເຈລະຈາເພື່ອບັນລຸການຢຸດຍິງແລະປ່ອຍຕົວຕົວປະກັນໃນກາຕາຄືນໃໝ່. ອິດສະຣາແອນ ຢືນຢັນໃນວັນທີ 4 ມັງກອນນີ້ວ່າ, ການເຈລະຈາພວມດຳເນີນຢູ່ກາຕາ, ມື້ວານນີ້, ໜັງສືພິມ ອິດສະຣາແອນ Hayom ໃຫ້ຮູ້ວ່າ, ເຮືອບິນ ຂອງລັດຖະບານ ໄດ້ກັບຄືນຈາກກາຕາ ພາຍຫຼັງການເຈລະຈາ.
ມີພົນລະເຮືອນຫລາຍຄົນເສຍຊີວິດ ໃນຂະນະທີ່ອິສຣາແອລ ໂຈມຕີເປົ້າໝາຍຂອງກຸ່ມ Hamas ໃນທົ່ວເຂດກາຊາ
ໝາກຜົນຂອງການເຈລະຈາຍັງບໍ່ທັນເປັນທີ່ຈະແຈ້ງ, ແຕ່ພາຍຫຼັງຍົນກັບຄືນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ໄດ້ດຳເນີນການເຈລະຈາດ້ານຄວາມປອດໄພຢ່າງຮີບດ່ວນໃນຕອນບ່າຍວັນທີ 5/1 ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີປ້ອງກັນປະເທດ Israel Katz, ລັດຖະມົນຕີຮັກສາຄວາມປອດໄພແຫ່ງຊາດ Ben-Gvir ແລະ ລັດຖະມົນຕີການເງິນ Bezalel Smotrich. ກ່ອນໜ້ານີ້, ທ່ານລັດຖະມົນຕີ Katz ຢືນຢັນວ່າ, ທ່ານນາຍົກລັດຖະມົນຕີ Netanyahu ໄດ້ໃຫ້ຄຳແນະນຳລະອຽດກ່ຽວກັບເນື້ອໃນການເຈລະຈາ, ພາຍຫຼັງບັນດາກຳລັງປະກອບອາວຸດຂອງ Hamas, ກອງພົນ Ezzedine al-Qassam ໄດ້ເຜີຍແຜ່ ວິດີໂອ ການຈັບຕົວປະກັນຊາວອິດສະຣາແອນ ຢູ່ເຂດ Gaza.
ຍານພາຫະນະ ຂອງທະຫານອິດ ສະຣາແອນຢູ່ເຂດກາຊາໃນວັນທີ 5 ມັງກອນນີ້
ນອກນີ້ໃນມື້ວານນີ້ ກອງທັບອິສຣາແອລ ກ່າວວ່າ ຕົນໄດ້ສະກັດກັ້ນລູກສອນໄຟຂີປະນາວຸດທີ່ຍິງຈາກເຢເມນ. ຕາມຂໍ້ມູນຂອງທາງການແລ້ວ, ລູກສອນໄຟໄດ້ຖືກຍິງຕົກກ່ອນທີ່ຈະເຂົ້າສູ່ດິນແດນອິດສະຣາແອນ, AFP ລາຍງານວ່າ.
ມື້ດຽວກັນ, ເວັບໄຊຂ່າວຂອງ Houthi Saba ແລະ Al-Masirah TV ໄດ້ລາຍງານການໂຈມຕີ 3 ຄັ້ງຢູ່ພາກຕາເວັນອອກຂອງນະຄອນ Saada ທາງພາກເໜືອຂອງເຢແມນ, ເຊິ່ງກຸ່ມດັ່ງກ່າວກ່າວວ່າແມ່ນດຳເນີນໂດຍອາເມລິກາ ແລະ ອັງກິດ. ວໍຊິງຕັນແລະລອນດອນບໍ່ໄດ້ໃຫ້ຄວາມເຫັນກ່ຽວກັບຂໍ້ມູນຂ່າວສານ.
ທີ່ມາ: https://thanhnien.vn/doi-thoai-ve-gaza-duoc-noi-lai-trong-canh-bom-dan-185250105225835544.htm
(0)