
ຫໍພິພິທະພັນດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານຫໍບູຊາຂອງພັກແຮງງານ ສ.ເກົາຫຼີ ແລະ ທ່ານປະທານປະເທດ Kim Il Sung ໃນຊຸມປີຕົ້ນແຫ່ງການສ້າງຕັ້ງພັກ ແລະ ນຳໃຊ້ນັບແຕ່ປີ 1970.
ຫໍພິພິທະພັນໄດ້ວາງສະແດງວັດຖຸພັນ ແລະ ເອກະສານຫຼາຍຢ່າງກ່ຽວກັບຂະບວນການທີ່ສະຫາຍ Kim Il Sung ໄດ້ສ້າງຕັ້ງພັກແຮງງານ ສ.ເກົາຫຼີ ແລະ ນຳພາການສ້າງສາ ແລະ ພັດທະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ສ.ເກົາຫຼີ.
ສະຫາຍ ຫງວຽນວັນຫງອກ ແລະ ຄະນະຜູ້ແທນຫວຽດນາມ ໄດ້ຮັບຟັງຜູ້ຕາງໜ້າຄະນະກຳມະການສູນກາງຫໍພິພິດທະພັນ ແນະນຳທັດສະນະ, ນະໂຍບາຍ, ກໍ່ສ້າງ ແລະ ຂະບວນການສ້າງຫໍພິພິທະພັນ; ເນັ້ນໜັກວ່າ, ນີ້ແມ່ນຄຳປາໄສທີ່ພັກ ແລະ ລັດ ສປປ ເກົາຫຼີ ໃຫ້ຄວາມເຄົາລົບນັບຖືສູງ, ຖືວ່າແມ່ນສະຖານທີ່ສະແດງ ແລະ ສຶກສາອົບຮົມ ທົ່ວພັກ ແລະ ປະຊາຊົນບັນດາປະເທດກ່ຽວກັບປະຫວັດສາດວິລະຊົນຂອງພັກ ແລະ ປະຊາຊົນ ສປປ ເກົາຫຼີ.
ສະຫາຍ ຫງວຽນວັນຫງອກ ຂອບໃຈຄະນະກຳມະການສູນກາງຫໍພິພິທະພັນທີ່ໄດ້ແນະນຳຢ່າງລະອຽດ ແລະ ກະຕືລືລົ້ນ; ຢືນຢັນວ່າ, ຂໍ້ມູນຂ່າວສານ, ເອກະສານ, ທັດສະນະທີ່ວາງສະແດງຢູ່ຫໍພິພິທະພັນແມ່ນເອກະສານອ້າງອີງອັນລ້ຳຄ່າຂອງ ຫວຽດນາມ ໃນການຄົ້ນຄວ້າ, ອອກແບບ, ກໍ່ສ້າງຫໍພິພິທະພັນຂອງ ພັກກອມມູນິດຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ.
ທີ່ມາ: https://nhandan.vn/dong-chi-nguyen-duy-ngoc-tham-bao-tang-dang-lao-dong-trieu-tien-post914427.html
(0)