ມາຢ້ຽມຢາມສະມາຄົມວິສາຫະກິດແຂວງ, ສະຫາຍ ຟ້າມວັນຮ່ວາ ໄດ້ຮັບຮູ້ ແລະ ຊົມເຊີຍການປະກອບສ່ວນຂອງວິສາຫະກິດ ແລະ ນັກທຸລະກິດ ແຂວງ ນິງທ້ວນ ໃນໄລຍະຜ່ານມາ. ທ່ານຢືນຢັນວ່າ: ເສດຖະກິດເອກະຊົນແມ່ນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດ, ດັ່ງນັ້ນ, ແຂວງຍາມໃດກໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດພັດທະນາ. ທ່ານຮຽກຮ້ອງໃຫ້ສະມາຄົມນັກທຸລະກິດແຂວງ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງວິສາຫະກິດ ແລະ ລັດຖະບານ, ຕັ້ງໜ້າໜູນຊ່ວຍວິສາຫະກິດໃນການຜະລິດ ແລະ ດຳເນີນທຸລະກິດ, ຍົກສູງຄວາມສາມາດແກ່ງແຍ້ງ.
ສະຫາຍ ຟ້າມວັນຮວາ, ຮອງເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະມາຄົມນັກທຸລະກິດໜຸ່ມແຂວງ.
ພົບປະກັບສະມາຄົມນັກທຸລະກິດໜຸ່ມແຂວງ, ທ່ານຮອງເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ຕີລາຄາສູງຕໍ່ຈິດໃຈສ້າງສັນ, ກ້າສະແດງອອກຂອງນັກທຸລະກິດໜຸ່ມຂອງແຂວງ. ປາດຖະໜາວ່າ, ສະມາຄົມນັກທຸລະກິດໜຸ່ມແຂວງ ສືບຕໍ່ເສີມຂະຫຍາຍບົດບາດເປັນກຳລັງຫຼັກແຫຼ່ງໃນການເຄື່ອນໄຫວເລີ່ມຕົ້ນ, ປະກອບສ່ວນພັດທະນາຂອງແຂວງ ນິງທ້ວນ. ເນື່ອງໃນໂອກາດນີ້, ທ່ານ ຟ້າມວັນຮວາ ໄດ້ມອບດອກໄມ້ອວຍພອນໃຫ້ສະມາຄົມນັກທຸລະກິດແຂວງ ແລະ ສະມາຄົມນັກທຸລະກິດໜຸ່ມແຂວງ.
ໄມພູວົງ
ທີ່ມາ
(0)