
ພະແນກກໍ່ສ້າງແຂວງ ດົ່ງນາຍ ຫາກໍ່ເພີ່ມອີກ 3 ໂຄງການເຂົ້າໃນບັນຊີລາຍຊື່ໂຄງການທີ່ມີສິດກູ້ຢືມບຸລິມະສິດຈາກໂຄງການສິນເຊື່ອ 120.000 ຕື້ດົ່ງ ໃຫ້ແກ່ເຮືອນຢູ່ສັງຄົມ, ທີ່ຢູ່ອາໄສຂອງຜູ້ອອກແຮງງານ, ການສ້ອມແປງ ແລະ ກໍ່ສ້າງຫ້ອງແຖວ.
ໄດ້ເພີ່ມໂຄງການໃໝ່ 3 ໂຄງການລວມມີ: ອາພາດເມັນສັງຄົມຢູ່ເຂດທີ່ຢູ່ອາໄສຕາແສງ ລອງແທ່ງ, ໂຄງການເຮືອນຢູ່ສັງຄົມໃນເນື້ອທີ່ 1,4 ເຮັກຕາ (ເຂດຫວອດລອງ) ແລະ ອາພາດເມັນສັງຄົມ NXH2 – Block A, B (ເຂດພູດອຍ).
ກ່ອນໜ້ານີ້, ແຂວງ ດົ່ງນາຍ ໄດ້ມີ 5 ໂຄງການ ປະກາດໃຊ້ສິດກູ້ຢືມ, ລວມມີ: ເນື້ອທີ່ເຮືອນໃຫ້ຜູ້ອອກແຮງງານ ຢູ່ ຕາແສງ ເຫງ້ຈ່າງ, ອາພາດເມັ້ນ ຮັບໃຊ້ຄົນງານ ຢູ່ສູນບໍລິການ ອຸດສາຫະກຳ ບ໋າວເຊວ (ຕາແສງ ບ໋າມ), ທີ່ຢູ່ອາໄສ ເພື່ອສັງຄົມ ຢູ່ ຫວອດ ບ໋າວວີງ, ເຮືອນ ສັງຄົມ A6-A7 ( ຫວອດ ເຈີ່ນແທງ) ແລະ ເຂດບ້ານ ສັງຄົມ ຮຸ່ງທິງ ( ຫວອດ ບິ່ງເຟືອກ ).
ປະກາດບັນຊີລາຍຊື່ໂຄງການທີ່ມີສິດໄດ້ຮັບບ້ວງສິນເຊື່ອ 120.000 ຕື້ດົ່ງແມ່ນພື້ນຖານເພື່ອໃຫ້ບັນດາທະນາຄານປະຕິບັດການກູ້ຢືມບຸລິມະສິດໃຫ້ແກ່ນັກລົງທຶນ, ຜູ້ຊື້ເຮືອນ, ປະກອບສ່ວນຊຸກຍູ້ການພັດທະນາກອງທຶນທີ່ຢູ່ອາໄສສັງຄົມຂອງແຂວງ.

ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ດົ່ງນາຍ Ho Van Ha ໃຫ້ຮູ້ວ່າ: ແຂວງ ດົ່ງນາຍ ພວມຜັນຂະຫຍາຍຫຼາຍມາດຕະການເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວກໍ່ສ້າງເຮືອນຢູ່ສັງຄົມໂດຍໄວ. ນອກຈາກການໜູນຊ່ວຍໃຫ້ນັກລົງທຶນເຂົ້າເຖິງບັນດາແຫຼ່ງທຶນບຸລິມະສິດແລ້ວ, ແຂວງ ດົ່ງນາຍ ຍັງໄດ້ເລັ່ງລັດຜ່ອນສັ້ນຜ່ອນຍາວໃນຂະບວນການດຳເນີນທຸລະກິດ, ໂດຍສະເພາະແມ່ນຂັ້ນຕອນການອອກໃບອະນຸຍາດ, ອະນຸມັດອອກແບບ ແລະ ການປະເມີນໂຄງການ.
ເດືອນກັນຍາ ຜ່ານມາ, ຄະນະກຳມະການປະຊາຊົນແຂວງ ດົ່ງນາຍ ໄດ້ມອບໃຫ້ນັກລົງທຶນ 10 ໂຄງການ ຈັດຕັ້ງປະຕິບັດໂຄງການທີ່ມີຂະໜາດຫ້ອງແຖວປະມານ 11.000 ຫ້ອງ ແລະ ອະນຸຍາດໃຫ້ມີ 4 ໂຄງການທີ່ພັກອາໄສການຄ້າລວມເຂົ້າກັບການລົງທຶນເພື່ອສັງຄົມ, ຂະໜາດຫ້ອງແຖວປະມານ 6.000 ຫ້ອງ. ແຂວງວາງເປົ້າໝາຍສູ້ຊົນສ້າງຫ້ອງແຖວໃຫ້ສຳເລັດ 65.000 ຫ້ອງໃນໄລຍະ 2025-2030, ລື່ນກາຍເປົ້າໝາຍທີ່ ລັດຖະບານ ມອບໝາຍ.
ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດ, ແຂວງໄດ້ສະເໜີນະໂຍບາຍ “ຍົກເວັ້ນ 4 ສະບັບ, 2 ຫຼຸດຜ່ອນ” ໃນນັ້ນມີການຍົກເວັ້ນຄ່າເຊົ່າທີ່ດິນ, ຄ່າປະເມີນໂຄງການ, ຄ່າອະນຸຍາດກໍ່ສ້າງ, ພາສີຂາເຂົ້າ; ຫຼຸດຜ່ອນ 30-50% ຄ່າບໍລິການເຊື່ອມຕໍ່ພື້ນຖານໂຄງລ່າງດ້ານວິຊາການ ແລະ 50% ຂອງເວລາດໍາເນີນຂັ້ນຕອນການບໍລິຫານ.
ພ້ອມກັນນັ້ນ, ແຂວງກໍ່ວາງແຜນກຳນົດເນື້ອທີ່ດິນເກືອບ 1.200 ເຮັກຕາ ໂດຍສະເພາະແມ່ນເພື່ອພັດທະນາເຮືອນຢູ່ສັງຄົມຢູ່ແຂວງ ດົ່ງນາຍ, ໄດ້ສຸມໃສ່ບັນດາເຂດທີ່ມີພື້ນຖານໂຄງລ່າງດີ ແລະ ການສັນຈອນສະດວກສະບາຍ.
ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ດົ່ງນາຍ Ho Van Ha ໃຫ້ຮູ້ວ່າ: ຄຽງຄູ່ກັບບັນດານະໂຍບາຍບຸລິມະສິດ, ແຂວງຍັງຈະຮັດແໜ້ນການຄຸ້ມຄອງ ແລະ ຜັນຂະຫຍາຍບັນດາມາດຕະການລົງໂທດເພື່ອຮັບມືກັບບັນດານັກລົງທຶນທີ່ຕົກຄ້າງຕາມກຳນົດເວລາ ຫຼື ຂາດຄວາມສາມາດ.
ແຂວງຈະກວດກາຄືນ ແລະ ລົບລ້າງບັນດາຫົວໜ່ວຍທີ່ບໍ່ຮັບປະກັນຄວາມສາມາດ, ເພື່ອຫຼີກເວັ້ນບໍ່ໃຫ້ໂຄງການແກ່ຍາວ ແລະ ສົ່ງຜົນກະທົບຕໍ່ປະຊາຊົນ.
ທີ່ມາ: https://daibieunhandan.vn/dong-nai-8-du-an-nha-o-xa-hoi-duoc-vay-von-tin-dung-uu-dai-10394074.html






(0)