ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ສາທາລະນະລັດ ຝະລັ່ງ, ຕອນເຊົ້າວັນທີ 6/6, ຢູ່ນະຄອນຫຼວງ ປາຣີ, ທ່ານລັດຖະມົນ ຕີການຕ່າງປະເທດ Bui Thanh Son ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາສູງ ຝຣັ່ງ Gérard Larcher, ໄດ້ພົບປະ ແລະ ເຮັດວຽກກັບທ່ານຮອງປະທານສະພາສູງ, ອະດີດເລຂາທິການໃຫຍ່ພັກກອມມູນິດ ຝະລັ່ງ Pierre Laurent.
ໃນການແລກປ່ຽນກັບບັນດາການນຳສະພາສູງ ຝະລັ່ງ, ທ່ານລັດຖະມົນຕີ Bui Thanh Son ປາດຖະໜາວ່າ 2 ປະເທດສືບຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນທຸກຂົງເຂດ. ສ່ວນທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ຝະລັ່ງ ເຊື່ອໝັ້ນວ່າ ການຢ້ຽມຢາມ ຝລັ່ງ ໃນຄັ້ງນີ້ຂອງທ່ານລັດຖະມົນຕີ Bui Thanh Son ຈະປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ ໃຫ້ເລິກເຊິ່ງກ່ວາອີກ.
ທ່ານລັດຖະມົນຕີວ່າ ການກະຊວງການຕ່າງປະເທດ Bui Thanh Son ແລະ ປະທານສະພາສູງ ຝຣັ່ງ Gérard Larcher. ຮູບພາບ: ສະເໜີໂດຍກະຊວງການຕ່າງປະເທດ |
ທີ່ການພົບປະ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການພົວພັນຮ່ວມມືລະຫວ່າງລັດຖະສະພາລະຫວ່າງສອງປະເທດ, ພິເສດແມ່ນຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາພາກພື້ນ ແລະສາກົນ, ຊຸກຍູ້ການເຄື່ອນໄຫວຂອງກຸ່ມສະມາຊິກລັດຖະສະພາມິດຕະພາບຂອງສອງປະເທດ...; ເຫັນດີຊຸກຍູ້ການຮ່ວມມື ດ້ານເສດຖະກິດ ຫວຽດນາມ - ຝະລັ່ງ, ເປັນເສົາຄ້ຳສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດ ແລະມີຄວາມສາມາດບົ່ມຊ້ອນຮ່ວມມືຢ່າງໃຫຍ່ຫຼວງ; ສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. ການນຳສະພາສູງ ຝະລັ່ງ ໄດ້ຮັບຮູ້ໃນແງ່ດີກ່ຽວກັບຂໍ້ສະເໜີຂອງ ຫວຽດນາມ ທີ່ຈະໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ ເພື່ອແນໃສ່ຂະຫຍາຍຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດການລົງທຶນ; ຮຽກຮ້ອງໃຫ້ຄະນະກຳມະການເອີລົບ (EC) ຍົກເລີກບັດເຫຼືອງເຕືອນໄພ IUU ຂອງ EC ສຳລັບບັນດາຜະລິດຕະພັນອາຫານທະເລຫວຽດນາມ ໂດຍໄວ. 2 ຝ່າຍເຫັນດີເປັນເອກະສັນສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຝລັ່ງ ໃນຂົງເຂດວັດທະນະທຳ, ການສຶກສາ, ສາທາລະນະສຸກ...
ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະຫະປະຊາຊາດ, ASEM, ປະຊາຄົມຝລັ່ງ, ຊຸກຍູ້ການຮ່ວມມື ອາຊຽນ - ອີຢູ; ເນັ້ນໜັກເຖິງຄວາມສຳຄັນຂອງການຮັດແໜ້ນຂອບການຮ່ວມມືລະຫວ່າງ ຫວຽດນາມ ແລະ ຝລັ່ງ ໃນການຕອບສະໜອງບັນດາບັນຫາພາກພື້ນ ແລະ ສາກົນ, ພິເສດແມ່ນຮັບປະກັນເສລີພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນ, ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ, ແກ້ໄຂການພິພາດດ້ວຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS).
ສັນຕິພາບ
ທີ່ມາ






(0)