
ທ່ານປະທານສະພາບໍລິຫານ EVNNPT ຫງວຽນຕວນຕຸ່ງ ແລະ ທ່ານຜູ້ອຳນວຍການໃຫຍ່ EVNNPT Pham Le Phu ໄດ້ສົມທົບກັນໜູນຊ່ວຍປະຊາຊົນຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳຖ້ວມ ແລະ ໄພທຳມະຊາດ - ພາບ: VGP/Toan Thang.
ເຂົ້າຮ່ວມພິທີວາງສະແດງມີທ່ານ ຫງວຽນຕ໋ວນຢຸງ, ເລຂາຄະນະພັກ, ປະທານຄະນະສະມາຊິກພັກ; ທ່ານ ຟ້າມເລຟຸກ, ຜູ້ອຳນວຍການໃຫຍ່ EVNNPT; ມີບັນດາສະຫາຍສະມາຊິກພັກ, ຮອງຫົວໜ້າກົມ, ຮອງເລຂາຄະນະພັກ, ປະທານສະຫະພັນກຳມະບານ, ຫົວໜ້າກົມວິຊາສະເພາະ ແລະ ພະນັກງານທັງໝົດຂອງ EVNNPT.
ໃນໄລຍະມໍ່ໆມານີ້, ເນື່ອງຈາກໄດ້ຮັບຜົນກະທົບຕໍ່ເນື່ອງຂອງພະຍຸເລກ 10, ພາຍຸເບີ 11 ແລະ ລົມພັດແຮງພາຍຫຼັງພາຍຸ, ຫຼາຍແຂວງ, ນະຄອນຢູ່ເຂດພູດອຍພາກກາງ ແລະ ພາກເໜືອໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ. ໄພພິບັດທາງທຳມະຊາດບໍ່ພຽງແຕ່ເຮັດໃຫ້ດິນເຈື່ອນ ແລະ ນ້ຳຖ້ວມຢ່າງແຜ່ຫຼາຍເທົ່ານັ້ນ, ແຕ່ຍັງສ້າງຄວາມເສຍຫາຍໃຫ້ແກ່ເຮືອນຊານບ້ານຊ່ອງນັບຮ້ອຍຫຼັງ, ຫ່າງໄກສອກຫຼີກຫຼາຍບ່ອນ, ພື້ນຖານໂຄງລ່າງຖືກທຳລາຍ, ກະທົບຢ່າງໜັກໜ່ວງຕໍ່ການດຳລົງຊີວິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
ຕອບສະໜອງຄຳຮຽກຮ້ອງຂອງຄະນະບໍລິຫານງານສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ພ້ອມກັນນັ້ນສືບຕໍ່ເຊີດຊູຮີດຄອງປະເພນີອັນດີງາມ “ຄວາມຮັກແພງເຊິ່ງກັນ ແລະ ກັນ” ຂອງປະຊາຊົນ, ທ່ານຜູ້ອຳນວຍການໃຫຍ່ EVNNPT ແລະ ຄະນະປະຈຳສະພາການຄ້າໄດ້ຮຽກຮ້ອງໃຫ້ພະນັກງານ, ລັດຖະກອນ ແລະ ຄົນງານໃນທົ່ວທັງລະບົບຕັ້ງໜ້າເຂົ້າຮ່ວມການໜູນຊ່ວຍ, ແຕ່ລະຄົນປະກອບສ່ວນເງິນເດືອນຢ່າງໜ້ອຍ 1 ວັນເພື່ອໜູນຊ່ວຍຊີວິດການເປັນຢູ່ຂອງຕົນຢ່າງມີຄວາມຫຍຸ້ງຍາກ.
ທີ່ພິທີເປີດຕົວ, ການນຳ EVNNPT ເນັ້ນໜັກວ່າ: “ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວແລກປ່ຽນທາງດ້ານວັດຖຸເທົ່ານັ້ນ, ຫາກຍັງເປັນການສະແດງອອກຢ່າງຈະແຈ້ງກ່ຽວກັບຈິດໃຈຄວາມຮັກແພງເຊິ່ງກັນ ແລະ ກັນ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ ໄດ້ກາຍເປັນຄຸນຄ່າຫຼັກແຫຼ່ງ, ຮັດແໜ້ນວັດທະນະທໍາ EVNNPT ແລະ EVN”.
ດ້ວຍກຳລັງແຮງຂອງພະນັກງານ, ລັດຖະກອນເກືອບ 7.000 ຄົນ ທີ່ສະເໝີຕົ້ນສະເໝີປາຍຈິດໃຈຂອງລະບຽບວິໄນ, ການອຸທິດຕົນ ແລະ ຄວາມຮັບຜິດຊອບ, EVNNPT ບໍ່ພຽງແຕ່ສຳເລັດໜ້າທີ່ວຽກງານສາຍສົ່ງໄຟຟ້າຢ່າງປອດໄພ, ຕໍ່ເນື່ອງ ແລະ ໝັ້ນຄົງເທົ່ານັ້ນ, ຫາກຍັງດຳເນີນການເຄື່ອນໄຫວຂອງຊຸມຊົນອີກດ້ວຍ.
ການນຳວິສາຫະກິດ ແລະ ສະຫະພັນກຳມະບານ EVNNPT ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຈິດໃຈສາມັກຄີ ແລະ ມະນຸດສະທຳ, ປະຊາຄົມ EVNNPT ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ, ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດແຜນການປີ 2025 ສຳເລັດຜົນ, ພ້ອມກັນນັ້ນກໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ -ສັງຄົມຂອງປະເທດຊາດ, ຕິດພັນກັບເປົ້າໝາຍການບໍລິການຊຸມຊົນ ແລະ ປະກັນສັງຄົມ.
ຕູ່ ທາ່ງ
ທີ່ມາ: https://baochinhphu.vn/evnnpt-quyen-gop-ung-ho-dong-bao-khac-phuc-hau-qua-bao-lu-thien-tai-10225101110174615.htm
(0)