ຕາມອົງການລົງທຶນຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ຍອດຈຳນວນທຶນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າຫວຽດນາມ ບັນລຸເກືອບ 11 ຕື້ USD, ຫຼຸດລົງກວ່າ 7% ເມື່ອທຽບໃສ່ໄລຍະດຽວກັນ.
ໃນຈຳນວນທຶນຕ່າງປະເທດທີ່ຂຶ້ນທະບຽນຢູ່ຫວຽດນາມ ນັບແຕ່ຕົ້ນປີ, ທຶນຈົດທະບຽນໃໝ່ເພີ່ມຂຶ້ນເກືອບ 28%, ບັນລຸເກືອບ 5,3 ຕື້ USD; ຍອດຈຳນວນເງິນລົງທຶນຜ່ານການປະກອບສ່ວນ ແລະ ຊື້ຫຸ້ນສ່ວນບັນລຸ 3,3 ຕື້ USD, ເພີ່ມຂຶ້ນກວ່າ 67% ເມື່ອທຽບໃສ່ໄລຍະດຽວກັນ. ທຶນດັດສົມຫຼຸດລົງກວ່າ 59%, ບັນລຸພຽງແຕ່ 2,3 ຕື້ USD.
ອົງການລົງທຶນຕ່າງປະເທດໃຫ້ຄຳເຫັນວ່າ, ພາຍຫຼັງ 5 ເດືອນ, ສະພາບການດຶງດູດການລົງທຶນຈາກຕ່າງປະເທດເຂົ້າຫວຽດນາມ ໄດ້ຮັບການປັບປຸງ.
ຕາມອົງການລົງທຶນຕ່າງປະເທດແລ້ວ, ບັນດາໂຄງການທີ່ມີຂະໜາດບໍ່ຮອດ 1 ລ້ານ USD ກວມເກືອບ 70% ໃນບັນດາໂຄງການໃໝ່, ແຕ່ຍອດຈຳນວນທຶນມີພຽງເກືອບ 2,2% ຂອງຈຳນວນທຶນຈົດທະບຽນໃໝ່ໃນ 5 ເດືອນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າບັນດານັກລົງທຶນຂະໜາດນ້ອຍສືບຕໍ່ມີຄວາມສົນໃຈໃນຕະຫຼາດຫວຽດນາມ, ໃນຂະນະທີ່ບັນດາວິສາຫະກິດໃຫຍ່ຍັງມີຄວາມລະມັດລະວັງໃນການລົງທຶນໃນສະພາບການທີ່ໄດ້ຮັບຜົນກະທົບຈາກນະໂຍບາຍພາສີຂັ້ນຕ່ຳທົ່ວໂລກ.
ໃນບັນດາຂະແໜງການດຶງດູດທຶນຮອນ, ອຸດສາຫະກຳປຸງແຕ່ງ ແລະຜະລິດຍັງ “ດຶງດູດ” ທຶນຮອນຫລາຍທີ່ສຸດ, ກວ່າ 6,6 ຕື້ USD, ກວມເອົາ 61% ຂອງຈຳນວນທຶນຈົດທະບຽນໃໝ່.
ຍ້ອນຂໍ້ຕົກລົງທີ່ກຸ່ມການເງິນຍີ່ປຸ່ນໃຊ້ເງິນ 1,5 ຕື້ USD ເພື່ອຊື້ທຶນ 15% ຢູ່ VPBank , ຂະແໜງການທະນາຄານ ແລະ ການເງິນໄດ້ລື່ນກາຍອະສັງຫາລິມະຊັບ, ຢືນອັນດັບ 2 ດ້ວຍຍອດຈຳນວນທຶນລົງທຶນກວ່າ 1,53 ຕື້ USD, ສູງກວ່າໄລຍະດຽວກັນ 12 ເທົ່າ.
ໃນຂະນະນັ້ນ, ທຶນຮອນເຂົ້າໃນອະສັງຫາລິມະຊັບສືບຕໍ່ຫຼຸດລົງ, ບັນລຸເກືອບ 1,2 ຕື້ USD, ຫຼຸດລົງ 61% ເມື່ອທຽບໃສ່ໄລຍະດຽວກັນ.
ຮ່າໂນ້ຍແມ່ນທ້ອງຖິ່ນນຳໜ້າໃນທົ່ວປະເທດໃນການດຶງດູດທຶນເກືອບ 1,9 ຕື້ USD, ເພີ່ມຂຶ້ນ 2,7 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຖັດມາແມ່ນ ແຂວງ ບັກຢາງ ດ້ວຍຍອດມູນຄ່າກວ່າ 1 ຕື້ USD, ເພີ່ມຂຶ້ນ 2,4 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.
ນັກລົງທຶນຕ່າງປະເທດຈາກສິງກະໂປ, ຍີ່ປຸ່ນ ແລະ ຈີນ ຍັງຖອກເງິນເຂົ້າຫວຽດນາມຫຼາຍທີ່ສຸດໃນ 5 ເດືອນຜ່ານມາ, ດ້ວຍ 2,5 ຕື້ USD; 2,1 ຕື້ USD ແລະ 1,6 ຕື້ USD ຕາມລໍາດັບ.
ແຫຼ່ງທີ່ມາ






(0)