ໂຄງການລົງທຶນກໍ່ສ້າງເສັ້ນທາງວົງ 3 – ນະຄອນ ໂຮ່ຈີມິນ ຜ່ານແຂວງ ( ອົງປະກອບໂຄງການ 3 ) ມີຄວາມຍາວ 11 ກວ່າກິໂລແມັດ, ເລີ່ມແຕ່ຈຸດຕັດແຍກທາງດ່ວນ ເບນລູ – ລອງແທ່ງ, ສິ້ນສຸດຢູ່ທ່າເຮືອ B ຂອງຂົວ ໂນນຈາງ. ໂຄງການມີຍອດຈຳນວນເງິນລົງທຶນເກືອບ 2,6 ຕື້ດົ່ງ. ຮອດທ້າຍປີ 2024, ໂຄງການໄດ້ເບີກຈ່າຍງົບປະມານ 770 ຕື້ດົ່ງ, ບັນລຸ 100% ຂອງແຜນການທຶນ.
ກ່ຽວກັບຄວາມຄືບໜ້າຂອງບັນດາຊຸດກໍ່ສ້າງ, ໂຄງການພວມປະຕິບັດ 3 ຊຸດກໍ່ສ້າງຕົ້ນຕໍ ດ້ວຍຍອດມູນຄ່າສະສົມ 760 ຕື້ດົ່ງ, ບັນລຸ 41% ຂອງມູນຄ່າສັນຍາທີ່ໄດ້ລົງນາມ, ປະມານ 4,7% ລື່ນແຜນການທີ່ໄດ້ວາງອອກ.
ໃນຈໍານວນ 3 ຊຸດການກໍ່ສ້າງຫຼັກຂອງໂຄງການ, ຊຸດທີ 29 ເຊິ່ງກໍ່ສ້າງແຕ່ຈຸດຕັດແຍກເສັ້ນທາງແຂວງ 25C ຫາ ແຍກເສັ້ນທາງແຂວງ 25B ແມ່ນຊຸດທີ່ມີມູນຄ່າການຈັດຕັ້ງປະຕິບັດສູງສຸດ, ບັນລຸເກືອບ 50% ຂອງມູນຄ່າສັນຍາທີ່ໄດ້ລົງນາມ. ຊຸດທີ 32 ກໍ່ສ້າງເສັ້ນທາງແຕ່ແຍກເສັ້ນທາງແຂວງ 25B ຫາທ້າຍເສັ້ນທາງ ມີມູນຄ່າການຈັດຕັ້ງປະຕິບັດຫຼາຍກວ່າ 38% ຂອງມູນຄ່າສັນຍາທີ່ໄດ້ລົງນາມ ແລະ ຊຸດທີ 26 ທີ່ລົງມືກໍ່ສ້າງແຕ່ຕອນຕົ້ນເສັ້ນທາງໄປຫາຈຸດຕັດແຍກເສັ້ນທາງແຂວງ 25C ມີມູນຄ່າການຈັດຕັ້ງປະຕິບັດຫຼາຍກວ່າ 32% ຂອງມູນຄ່າສັນຍາທີ່ໄດ້ເຊັນ.
ຟ້າມຕຸ່ງ
ທີ່ມາ: https://baodongnai.com.vn/kinh-te/202507/giai-ngan-gan-236-ty-dong-von-bo-tri-cho-du-an-duong-vanh-dai-3-thanh-pho-ho-chi-minh-c102ee5/






(0)