
ເຖິງວ່າຍັງຈະແກ່ຍາວກວ່າເຄິ່ງເດືອນຈົນຮອດບຸນລະດູໃບໄມ້ປົ່ງ, ແຕ່ບັນຍາກາດຢູ່ຖະໜົນໂຄມໄຟ ເລືອງເຫ້ວ ນັບມື້ນັບຄຶກຄື້ນ ແລະ ມ່ວນຊື່ນ. ໂຄມໄຟສີສັນແລະເຄື່ອງຫຼິ້ນພື້ນເມືອງໄດ້ດຶງດູດໄວໜຸ່ມເປັນຈຳນວນຫຼວງຫຼາຍມາຊື້ເຄື່ອງແລະຖ່າຍຮູບ.


Thu Thao (ອາຍຸ 20 ປີ, Thu Duc) ແບ່ງປັນວ່າ: “ທຸກໆບຸນດູໃບໄມ້ລົ່ນ, ຂ້ອຍຈະຖືໂອກາດໄປເຮືອນກັບຄອບຄົວ, ປີນີ້, ຂ້ອຍຫາກໍ່ຮູ້ວ່າມີຖະໜົນໂຄມໄຟທີ່ສວຍງາມຢູ່ນະຄອນ ໂຮ່ຈີມິນ, ສະນັ້ນ, ຮູ້ສຶກຢາກຮູ້ຢາກເຫັນ ແລະ ຢາກລອງໃຊ້, ແບບໂຄມໄຟຢູ່ທີ່ນີ້ມີຫຼາຍຮູບຫຼາຍແບບ, ລາຄາກໍ່ເໝາະສົມກັບງົບປະມານຂອງຂ້ອຍ”.

ພຽງແຕ່ເລີ່ມວາງສະແດງເມື່ອບໍ່ເທົ່າໃດອາທິດຜ່ານມາ, ແຕ່ຖະໜົນໂຄມໄຟ ເລືອງງູໂຮ່ ແມ່ນຍາມໃດກໍ່ຄຶກຄື້ນດ້ວຍແຂກມາຊື້ເຄື່ອງ ແລະ ຖ່າຍຮູບ.

ຊາວໜຸ່ມຖ່າຍຮູບກັບໂຄມໄຟສີສັນທີ່ວາງຂາຍຢູ່ຖະໜົນ.

ຕາມນັກຂ່າວ Dan Tri ແລ້ວ, ບັນດາຮ້ານຄ້າຢູ່ທີ່ນີ້ຂາຍໂຄມໄຟທຸກຮູບແບບ, ນັບແຕ່ໂຄມໄຟຮູບກະຕ່າຍ, ໂຄມຮູບມັງກອນໄປຮອດໂຄມໄຟຮູບດາວ, ໄດ້ສ້າງຄວາມອົບອຸ່ນ ແລະ ສວຍງາມ.

“ບຸນກາງລະດູໃບໄມ້ປົ່ງແມ່ນໂອກາດເພື່ອພັກຜ່ອນຢ່ອນອາລົມກັບຄອບຄົວ, ຍາດພີ່ນ້ອງ, ໂດຍສະເພາະແມ່ນລູກຫຼານ, ໃນຊຸມມື້ນີ້ຢາກມີເວລາໄປຫຼິ້ນ, ຖະໜົນໂຄມໄຟແຫ່ງນີ້ຍັງເຮັດໃຫ້ຂ້າພະເຈົ້າຄິດເຖິງຄວາມຊົງຈຳໃນໄວເດັກຫຼາຍຢ່າງ”.

ຖະໜົນຫົນທາງຖືກຍ້ອມດ້ວຍໂຄມໄຟທີ່ມີສີສັນ. ຮູບແບບໂຄມໄຟມີຄວາມຫຼາກຫຼາຍແລະຫຼາຍສີສັນ, ລາຄາສະເລ່ຍຂອງໂຄມໄຟແຕ່ 30.000 ດົ່ງເຖິງຫຼາຍແສນດົ່ງ.

ທ່ານ ເຢືອງຮືງ (ອາຍຸ 27 ປີ, ເມືອງ 8) ແບ່ງປັນວ່າ: “ນີ້ແມ່ນຄັ້ງທຳອິດທີ່ຂ້ອຍມາຖະໜົນໂຄມໄຟ ເລືອງງູໂຮ່, ມີໂຄມໄຟທີ່ໂດດເດັ່ນຫຼາຍຮູບທີ່ປະດັບປະດາ ແລະ ມີຫຼາຍມຸມຖ່າຍຮູບທີ່ສວຍງາມ, ສະນັ້ນ ຂ້ອຍກັບຄູ່ຮັກຈຶ່ງອອກໄປແຕ່ເຊົ້າເພື່ອຫຼີກລ້ຽງຝູງຊົນ”.

ຊາວໜຸ່ມບາງຄົນຮູ້ສຶກຕື່ນເຕັ້ນເມື່ອມາຮອດຖະໜົນໂຄມໄຟ ເລືອງງູໂຮ່. ບຸນກາງລະດູໃບໄມ້ປົ່ງແມ່ນໜຶ່ງໃນບັນດາວັນບຸນປະເພນີທີ່ສຳຄັນໃນວັດທະນະທຳຫວຽດນາມ, ໄດ້ຈັດຂຶ້ນໃນວັນທີ 15 ເດືອນ 8 ຂອງທຸກໆປີ.

ຕັ້ງແຕ່ເວລາ 7 ໂມງແລງເຖິງ 10 ໂມງແລງ ແມ່ນເວລາທີ່ຖະໜົນໂຄມໄຟ ເຕັມໄປດ້ວຍນັກທ່ອງທ່ຽວ, ໂດຍສະເພາະໃນທ້າຍອາທິດ, ບັນຍາກາດຂອງຖະໜົນໂຄມໄຟ ເລືອງງູໂຮກ ມີຄວາມຄຶກຄື້ນກວ່າ.






(0)