ກປ.ອອນໄລ - ຕອນບ່າຍວັນທີ 21 ມິຖຸນາ, ສະຫາຍ ຟານວັນໄມ, ກໍາມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ມີພິທີພົບປະ ແລະເຮັດວຽກກັບສະມາຄົມນັກທຸລະກິດ ແລະການລົງທຶນ ຫວຽດນາມ - ສ.ເກົາຫຼີ (VKBIA) ແລະ ພັນທະມິດອຸດສາຫະກຳລົດຍົນສີຂຽວ ສ.ເກົາຫຼີ.
ທີ່ການພົບປະ, ທ່ານ ຟານວັນໄມ ໄດ້ແນະນຳຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃນການດຶງດູດການລົງທຶນຈາກຕ່າງປະເທດຢູ່ນະຄອນ ໂຮ່ຈີມິນ, ໃນນັ້ນມີການດຶງດູດການລົງທຶນຈາກ ສ.ເກົາຫຼີ; ຕີລາຄາສູງບັນດາການເຄື່ອນໄຫວລົງທຶນ ແລະ ການຮ່ວມມືຂອງບັນດາຄູ່ຮ່ວມມື ສ.ເກົາຫຼີ ໃນໄລຍະມໍ່ໆມານີ້ ຢູ່ນະຄອນ ໂຮ່ຈີມິນ, ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ດຶງດູດທຶນຕ່າງປະເທດລົງທຶນເຂົ້າບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ, ຂົງເຂດເຕັກໂນໂລຢີສູງ, ການຫັນເປັນດີຈີຕອນ, ໜູນຊ່ວຍການຮ່ວມມືກັບບັນດາທ້ອງຖິ່ນ ສ.ເກົາຫຼີ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. |
ເນັ້ນໜັກວ່າ, ນະຄອນມີຄວາມສົນໃຈຫຼາຍໃນການຊຸກຍູ້ການຮ່ວມມືພັດທະນາອຸດສາຫະກຳພາຫະນະສີຂຽວ ແລະ ອຸດສາຫະກຳສີຂຽວ, ທ່ານ ຟານວັນໄມ ຢືນຢັນວ່າ, ນີ້ແມ່ນໜຶ່ງໃນບັນດາຂົງເຂດສຳຄັນໃນຍຸດທະສາດພັດທະນາ ເສດຖະກິດ - ສັງຄົມຂອງນະຄອນໃນໄລຍະຈະມາເຖິງ. ສະຫາຍ ຟານວັນໄມ ສະເໜີສະມາຄົມ VKBIA ແລະ ສະມາຄົມອຸດສາຫະກຳລົດຍົນສີຂຽວ ສົມທົບກັນຊຸກຍູ້ການພັດທະນາອຸດສາຫະກຳສີຂຽວຢູ່ນະຄອນໂຮ່ຈີມິນ; ສະໜັບສະໜູນການເຊື່ອມໂຍງບັນດາແຫຼ່ງທຶນລົງທຶນ, ບັນດາກຸ່ມການເງິນ, ທະນາຄານເພື່ອແລກປ່ຽນ ແລະ ຊອກຫາກາລະໂອກາດຮ່ວມມືຢູ່ນະຄອນ ໂຮ່ຈີມິນ...
ທ່ານດຣ ເຈີ່ນຫາຍລິງ, ກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະມາຄົມ VKBIA ໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນໃນການຮ່ວມມືລົງທຶນ ແລະ ນຳໃຊ້ ວິທະຍາສາດ ເຕັກໂນໂລຊີໃນຂົງເຂດອຸດສາຫະກຳສີຂຽວຢູ່ ຫວຽດນາມ; ສະເໜີການຮ່ວມມືທີ່ມີທ່າແຮງລະຫວ່າງບັນດາອົງການ, ວິສາຫະກິດ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ພັດທະນາລະຫວ່າງ 2 ປະເທດໃນຂົງເຂດອຸດສາຫະກຳລົດຍົນສີຂຽວ ແລະ ອຸດສາຫະກຳໜູນຊ່ວຍ. ທ່ານ ເຈີ່ນຫາຍລິງ ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການຊຸກຍູ້ການຮ່ວມມືດ້ານນີ້ຢູ່ນະຄອນ ໂຮ່ຈີມິນ ແລະ ພາກໃຕ້.
ທີ່ການພົບປະ, ຜູ້ຕາງໜ້າບັນດາວິສາຫະກິດ ສ.ເກົາຫຼີ ໄດ້ສະເໜີຈຸດແຂງ ແລະ ຢືນຢັນຄວາມພ້ອມໃນການຮ່ວມມືກັບ ຫວຽດນາມ ເວົ້າລວມ ແລະ ນະຄອນ ໂຮ່ຈີມິນ ເວົ້າສະເພາະໃນຂົງເຂດອຸດສາຫະກຳລົດຍົນສີຂຽວ ແລະ ອຸດສາຫະກຳໜູນຊ່ວຍ.
ຜ່ານການເຮັດວຽກ, ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ແລະ ສະມາຄົມ VKBIA ໄດ້ເຫັນດີເປັນເອກະພາບວ່າ ແຕ່ລະຝ່າຍຈະສ້າງຕັ້ງຈຸດສຸມເພື່ອເຊື່ອມຕໍ່ໂດຍກົງ, ແຈ້ງຂ່າວ, ແລກປ່ຽນ, ຊຸກຍູ້ການປະຕິບັດບັນດາເນື້ອໃນທີ່ໄດ້ປຶກສາຫາລື.
ຂ່າວ ແລະ ພາບ: TUAN ANH
ທີ່ມາ
(0)