Vnews
ປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ
ໃນຂອບເຂດໂຄງການເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ຍີ່ປຸ່ນ ແລະ ດຳເນີນການເຄື່ອນໄຫວສອງຝ່າຍຢູ່ ຍີ່ປຸ່ນ, ຕອນເຊົ້າວັນທີ 16 ທັນວາ, ຢູ່ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ກິນເຂົ້າເຊົ້າເຮັດວຽກກັບ 10 ວິສາຫະກິດຈຸນລະພາກຊັ້ນນໍາຂອງຍີ່ປຸ່ນ; ເປັນປະທານການສົນທະນາກັບບັນດາກຸ່ມເສດຖະກິດໃຫຍ່ຂອງຍີ່ປຸ່ນ; ແລະເຂົ້າຮ່ວມເວທີປາໄສເສດຖະກິດຫວຽດນາມ - ຍີ່ປຸ່ນ. ການເຄື່ອນໄຫວຂອງນາຍົກລັດຖະມົນຕີເພື່ອແນໃສ່ຊຸກຍູ້ການຜັນຂະຫຍາຍ “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອ ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ອາຊີ ແລະ ໂລກ” ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.






(0)