ຕອນບ່າຍວັນທີ 22 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ປະທານອະນຸກຳມະການລະຫວ່າງລັດຖະບານ ຫວຽດນາມ - ລັດເຊຍ ກ່ຽວກັບການຮ່ວມມື ດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກໂນໂລຊີ ໄດ້ໂອ້ລົມທາງໂທລະສັບກັບທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Dmitry Nikolayevich Chernyshenko, ປະທານອະນຸກຳມະການ ລັດເຊຍ.

ທ່ານ​ຮອງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ Chernyshenko ຊົມ​ເຊີຍ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2 ກັນຍາ.

ລັດເຊຍ 17558669582561525337561.jpg
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈີ່ນ​ດ້າຍ​ກວາງ ​ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ. ພາບ: VGP

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ເຫັນ​ດີ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ເອ​ກະ​ສານ​ທີ່​ລົງ​ນາມ​ໃນ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພ້ອມ​ກັບ​ທິດ​ທາງ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ປະ​ກອບ​ສ່ວນ​ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ - ລັດ​ເຊຍ.

ທ່ານ​ຮອງ​ນາຍົກລັດຖະມົນຕີ Chernyshenko ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ; ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຜັນ​ຂະຫຍາຍ​ທິດ​ທາງ​ແຜນການ​ແມ່​ບົດ​ພັດທະນາ​ການ​ຮ່ວມ​ມື​ຮອດ​ປີ 2030, ພິ​ເສດ​ແມ່ນ​ຂົງ​ເຂດ​ອຸດສາຫະກຳ, ກະສິກຳ , ສາທາລະນະ​ສຸກ, ການ​ຄ້າ...

2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊຸກຍູ້​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ຂອງ​ແຕ່ລະ​ປະ​ເທດ ​ແລະ ສະຫະພັນ​ເສດຖະກິດ​ເອີ​ລົບ, ​ໃຫ້​ແກ່​ບັນດາ​ຂະ​ແໜງ​ອຸດສາຫະກຳ​ທີ່​ມີ​ກຳລັງ​ແຮງ​ຄື: ຜະລິດ​ຕະພັນ​ກະ​ເສດ, ສະບຽງ​ອາຫານ, ​ແຜ່ນ​ແພ, ​ເຄື່ອງ​ອຸປະ​ໂພ​ກບໍລິ​ໂພ​ກ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈີ່ນ​ດ້າຍ​ກວາງ ເນັ້ນ​ໜັກ​ວ່າ: ຍັງ​ມີ​ຊ່ອງ​ຫວ່າງ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ແລະ ການ​ເປີດກວ້າງ​ຕະ​ຫຼາດ​ລະ​ຫວ່າງ 2 ປະ​ເທດ.

​ໃນ​ຂົງ​ເຂດ​ພະລັງງານ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຂຸດ​ຄົ້ນ​ນ້ຳມັນ ​ແລະ ອາຍ​ແກັສ, ພັດທະນາ​ຜະລິດ​ຕະພັນ​ອາຍ​ແກັສທຳ​ມະ​ຊາດ​ແຫຼວ, ​ໂຄງການ LNG; ​ແລະ​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ລົບ​ລ້າງ​ສິ່ງ​ກີດຂວາງ​ໃນ​ການ​ປະຕິບັດ​ໂຄງການ​ໂຮງ​ໄຟຟ້າ​ນິວ​ເຄຼຍຢູ່​ແຂວງ​ນິງທ້ວນ.

​ໃນ​ຂົງ​ເຂດ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ສຶກສາ ​ແລະ ມະນຸດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ເຈີ່ນ​ດ້າຍ​ກວາງ ​ໄດ້​ຊົມ​ເຊີຍ​ຂໍ້​ລິ​ເລີ່​ມຂອງ ລັດ​ເຊຍ ​ໃນ​ການ​ກໍ່ສ້າງ​ໂຮງຮຽນ​ລັດ​ເຊຍ ຢູ່ ຫວຽດນາມ ດ້ວຍ​ບັນດາ​ໂຄງການ​ສຶກສາ​ທີ່​ທັນ​ສະ​ໄໝ, ຖື​ວ່າ​ນີ້​ແມ່ນ​ໂຄງການ​ມີ​ຄວາມ​ໝາຍ​ສຳຄັນ.

ນອກຈາກ​ນັ້ນ, ນະຄອນ ຮ່າ​ໂນ້ຍ ຍັງ​ໄດ້​ຈັດ​ຕັ້ງ​ທີ່​ຕັ້ງ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ນະຄອນ Moscow ​ເພື່ອ​ປະຕິບັດ​ໂຄງການ Moscow House ຢູ່ ຮ່າ​ໂນ້ຍ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈີ່ນ​ດ້າຍ​ກວາງ ໄດ້​ຕີ​ລາ​ຄາ​ສູງ​ການ​ຝຶກ​ອົບ​ຮົມ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຄຸນ​ນະ​ພາບ​ສູງ​ຂອງ ລັດ​ເຊຍ ໃຫ້​ແກ່​ຫວຽດ​ນາມ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ປະ​ຈຸ​ບັນ​ສຸມ​ໃສ່​ບັນ​ດາ​ຂົງ​ເຂດ​ພະ​ລັງ​ງານ, ການ​ຫັນ​ເປັນ​ດິ​ຈິ​ຕອນ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ສິ​ລະ​ປະ ແລະ ອື່ນໆ.

ຫວຽດນາມ ປາດ​ຖະໜາ​ວ່າ ລັດ​ເຊຍ ສືບ​ຕໍ່​ໜູນ​ຊ່ວຍ​ການ​ບຳລຸງ​ສ້າງ​ບັນດາ​ຜູ້​ຊ່ຽວຊານ​ທີ່​ມີ​ຄວາມ​ສາມາດ​ຮັບ​ເອົາ ​ແລະ ດຳ​ເນີນ​ງານ​ເຕັກ​ໂນ​ໂລ​ຊີ​ໃນ​ບັນດາ​ໂຄງການ​ຮ່ວມ​ມື​ສອງ​ຝ່າຍ. ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ລັດ​ເຊຍ ​ໃນ​ຂົງ​ເຂດ​ປັນຍາ​ປະດິດ.

537168446_1069396808709930_3638567902396615654_n.jpg
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Dmitry Nikolayevich Chernyshenko ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ. ພາບ: ສະຖານທູດລັດເຊຍ

ໃນຕອນທ້າຍການໂອ້ລົມທາງໂທລະສັບ, ທ່ານຮອງນາຍົກລັດຖະມົນຕີ 2 ທ່ານ ຢືນຢັນຄວາມພ້ອມແລ້ວທີ່ຈະປຶກສາຫາລືທຸກບັນຫາເພື່ອຊຸກຍູ້ການພົວພັນຮ່ວມມືຮອບດ້ານ, ມອບໃຫ້ບັນດາກະຊວງ, ຂະແໜງການ ກະກຽມຢ່າງຮີບດ່ວນບັນດາເນື້ອໃນໃຫ້ແກ່ກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ - ລັດເຊຍ ກ່ຽວກັບການຮ່ວມມືເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ໃຫ້​ຈັດ​ຕັ້ງ​ບັນດາ​ການ​ເຈລະຈາ ​ແລະ ​ເຮັດ​ວຽກ​ຢູ່​ຂັ້ນ​ລັດຖະບານ, ກະຊວງ, ຂະ​ແໜງ​ການ​ໂດຍ​ໄວ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຮີບ​ດ່ວນ ​ແລະ ສຳຄັນ​ກ່ຽວ​ກັບ​ບັນດາ​ໂຄງການ​ຮ່ວມ​ມື​ລົງທຶນ​ຄື: ພະລັງງານ​ນິວ​ເຄຼຍ, ສູນ​ເຕັກນິກ​ຫຼາຍ​ຂະ​ແໜງ; ​ແລະ​ເປີດ​ກວ້າງ​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ.

ທີ່ມາ: https://vietnamnet.vn/hoan-nghenh-sang-kien-xay-dung-truong-hoc-nga-tai-viet-nam-2435170.html