
ເຂົ້າຮ່ວມພິທີເປີດມີບັນດາສະມາຊິກຄະນະບໍລິຫານງານສູນກາງພັກຄື: ທ່ານ Hau A Lenh, ເລຂາຄະນະພັກແຂວງ Tuyen Quang ; ທ່ານ ຫງວຽນຮົ່ງດ້ຽນ, ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ.
ງານວາງສະແດງສິນຄ້າອຸດສາຫະກຳຊົນນະບົດພາກເໜືອປີ 2025 ດຳເນີນໄປແຕ່ວັນທີ 16 – 22 ຕຸລານີ້. ງານວາງສະແດງຄັ້ງນີ້ມີ 250 ກວ່າຮ້ານວາງສະແດງ, ໂດຍມີການເຂົ້າຮ່ວມຂອງບັນດາສະຖາບັນການຜະລິດ, ວິສາຫະກິດ, ສະຫະກອນ, ອົງ ການເສດຖະກິດ ຈາກທ້ອງຖິ່ນພາຍໃນ ແລະ ຕ່າງປະເທດ.

ງານຕະຫຼາດນັດເພື່ອແນໃສ່ແນະນຳ ແລະ ໂຄສະນາໃຫ້ບັນດາຜູ້ບໍລິໂພກບັນດາຜະລິດຕະພັນ OCOP, ຜະລິດຕະພັນອຸດສາຫະກຳຊົນນະບົດປົກກະຕິ, ຜະລິດຕະພັນພິເສດຂອງ Tuyen Quang ແລະ ບັນດາແຂວງ, ນະຄອນຢູ່ພາກເໜືອ.
ງານຕະຫຼາດນັດຍັງແມ່ນເວທີປາໄສສົ່ງເສີມການຄ້າ, ເຊີດຊູບັນດາຫົວຄິດປະດິດສ້າງ, ຄວາມມານະພະຍາຍາມ ແລະ ຈິດໃຈວິສາຫະກິດຢູ່ບັນດາແຂວງພາກເໜືອ. ເປັນໂອກາດໃຫ້ບັນດາທ້ອງຖິ່ນແນະນຳ ແລະ ສົ່ງເສີມບັນດາຜະລິດຕະພັນເປັນປົກກະຕິ, ຊຸກຍູ້ການເຊື່ອມໂຍງການຜະລິດ - ການບໍລິໂພກ - ການລົງທຶນ, ເປີດກວ້າງຕະຫຼາດ, ຊຸກຍູ້ການຊົມໃຊ້ແບບຍືນຍົງ; ສັນຍາລັກໃຫ້ແກ່ຈິດໃຈສາມັກຄີ, ມີຫົວຄິດປະດິດສ້າງ ແລະ ການເຊື່ອມໂຍງຂອງບັນດາແຂວງ, ນະຄອນພາກເໜືອ.

ປະສິດທິຜົນຂອງງານວາງສະແດງໄດ້ປະກອບສ່ວນເຜີຍແຜ່ຂະບວນການ “ຊາວຫວຽດນາມບຸລິມະສິດນຳໃຊ້ສິນຄ້າຫວຽດນາມ”; ສະຫຼຸບສັງລວມເປົ້າໝາຍພັດທະນາອຸດສາຫະກຳ ແລະ ການຄ້າຕາມທິດທາງທົ່ວໄປຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 1 ຂອງອົງການພັກແຂວງ Tuyen Quang ໄລຍະ 2025-2030.

ກ່າວຄຳເຫັນທີ່ງານວາງສະແດງ, ທ່ານ ຮ່ວາງແອງເກື່ອງ, ຫົວໜ້າກົມອຸດສາຫະກຳ ແລະ ການຄ້າ ເນັ້ນໜັກວ່າ: ຜ່ານງານຕະຫຼາດນັດຄັ້ງນີ້, ທ່ານຫວັງວ່າ ບັນດາວິສາຫະກິດ, ສະຫະກອນ, ສະຖານທີ່ຜະລິດ ແລະ ການຄ້າຈະຕັ້ງໜ້າໂຄສະນາບັນດາຍີ່ຫໍ້, ແນະນຳຜະລິດຕະພັນ, ພ້ອມກັນນັ້ນເພີ່ມທະວີການຮ່ວມມື, ແບ່ງປັນປະສົບການ, ເຊື່ອມໂຍງເຂົ້າກັບການລົງທຶນ, ສ້າງຕາໜ່າງການຜະລິດຕາມຕ່ອງໂສ້ມູນຄ່າແບບຍືນຍົງ, ມຸ່ງໄປເຖິງການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ.

ປາດຖະໜາວ່າບັນດາອົງການ, ອົງການຈັດຕັ້ງ, ປະຊາຊົນຈະສືບຕໍ່ໃຫ້ບຸລິມະສິດເລືອກເຟັ້ນ ແລະ ນຳໃຊ້ບັນດາສິນຄ້າທີ່ຜະລິດຢູ່ພາຍໃນປະເທດດ້ວຍຄຸນນະພາບສູງ ແລະ ມີລວດລາຍທີ່ສວຍງາມ, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ກໍ່ສ້າງແຂວງ Tuyen Quang ເວົ້າສະເພາະ ແລະບັນດາແຂວງພາກເໜືອເວົ້າລວມໃຫ້ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.
ທີ່ມາ: https://nhandan.vn/hoi-cho-trien-lam-hang-cong-nghiep-nong-thon-tieu-bieu-khu-vuc-phia-bac-post915826.html
(0)