ຕອນບ່າຍວັນທີ 12 ກໍລະກົດ, ທ່ານລັດຖະມົນຕີ ການຕ່າງປະເທດ Bui Thanh Son ໄດ້ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Subrahmanyam Jaishankar ແລະ ທ່ານລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 (AMM) ຢູ່ Jakarta.
ທ່ານລັດຖະມົນຕີ Bui Thanh Son ໄດ້ຊົມເຊີຍ ລັດຖະບານ ແລະ ທ່ານລັດຖະມົນຕີ Subrahmanyam Jaishankar ເປັນສ່ວນຕົວຕໍ່ບັນດາຜົນງານການຕ່າງປະເທດທີ່ບັນລຸໄດ້ໃນຫວ່າງມໍ່ໆມານີ້, ແລະ ຕີລາຄາສູງການສະໜັບສະໜູນຂອງ ອິນເດຍ ສຳລັບ ອາຊຽນ ໃນການຮັກສາຄວາມສາມັກຄີ ແລະ ບົດບາດໃຈກາງ.
ລັດຖະມົນຕີ 2 ທ່ານ ໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງແຮງຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ພິເສດແມ່ນໃນ ຂົງເຂດເສດຖະກິດ ແລະ ການຄ້າ. 2 ຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຈັດຕັ້ງການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງຢ່າງຕັ້ງໜ້າ ແລະ ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ເຊັ່ນ: ຄະນະກຳມະການປະສົມຄັ້ງທີ 18.
ທ່ານລັດຖະມົນຕີ Bui Thanh Son ແລະ ລັດຖະມົນຕີການຕ່າງປະເທດ ອິນເດຍ Subrahmanyam Jaishankar ໄດ້ເຂົ້າຮ່ວມກອງປະຊຸມສອງຝ່າຍຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56. |
ໃນການປຶກສາຫາລືກ່ຽວກັບການຮ່ວມມືໃນຂົງເຂດສະເພາະ, ລັດຖະມົນຕີສອງປະເທດຍິນດີມີການພັດທະນາໃນໄລຍະມໍ່ໆມານີ້ໃນການພົວພັນ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການເຊື່ອມຕໍ່. ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ, ສອງລັດຖະມົນຕີໄດ້ເຫັນດີເປັນເອກະພາບສົມທົບກັບບັນດາປະເທດ ອາຊຽນ ກວດກາຄືນສັນຍາການຄ້າສິນຄ້າອາຊຽນ (AITIGA).
ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ Bui Thanh Son ໄດ້ສະເໜີໃຫ້ 2 ປະເທດພິຈາລະນາຊຸກຍູ້ການເຈລະຈາກ່ຽວກັບສັນຍາການຄ້າ ແລະ ເສດຖະກິດ 2 ຝ່າຍ. ທ່ານລັດຖະມົນຕີກໍ່ຮຽກຮ້ອງໃຫ້ ອິນເດຍ ຊຸກຍູ້ບັນດາວິສາຫະກິດໃຫຍ່ເພີ່ມທະວີການລົງທຶນ ແລະ ຜັນຂະຫຍາຍການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ, ພິເສດແມ່ນບັນດາຂົງເຂດພັດທະນາພື້ນຖານໂຄງລ່າງຄຸນນະພາບສູງ, ນ້ຳມັນອາຍແກັສ, ພະລັງງານທົດແທນ.
ທີ່ການພົບປະຄັ້ງຕໍ່ໄປ, ທ່ານລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ໄດ້ຂອບອົກຂອບໃຈຫວຽດນາມ ທີ່ໄດ້ຮັບຄວາມຄິດເຫັນ ແລະ ເຄົາລົບນັບຖືຈາກທ່ານນາຍົກລັດຖະມົນຕີ ອົດສະຕາລີ, ແລະ ຕີລາຄາສູງບັນດາໝາກຜົນແຫ່ງການຢ້ຽມຢາມຄັ້ງນີ້. 2 ຝ່າຍເຫັນດີເປັນເອກະພາບກະກຽມໃຫ້ແກ່ການແລກປ່ຽນຄະນະຜູ້ແທນຂັ້ນສູງ.
| ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ທີ່ການພົບປະສອງຝ່າຍຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56. |
ລັດຖະມົນຕີສອງປະເທດສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງຕັ້ງໜ້າໃນການພົວພັນສອງປະເທດ. ຕາງໜ້າໃຫ້ລັດຖະບານຫວຽດນາມ, ທ່ານລັດຖະມົນຕີ Bui Thanh Son ໄດ້ຂອບໃຈລັດຖະບານ ອົດສະຕາລີ ໄດ້ເພີ່ມທຶນ ODA ໃຫ້ຫວຽດນາມ ເຖິງ 95,1 ລ້ານ USD ໃນສົກງົບປະມານ 2023-2024. ທ່ານລັດຖະມົນຕີ Penny Wong ໄດ້ເຫັນດີຊຸກຍູ້ບັນດາໂຄງການຮ່ວມມື, ໃນນັ້ນມີການສ້າງຄວາມສາມາດໃຫ້ບັນດາເຈົ້າໜ້າທີ່ການຕ່າງປະເທດ ຫວຽດນາມ.
ປຶກສາຫາລືກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ທ່ານລັດຖະມົນຕີ Penny Wong ຢືນຢັນຄືນໃໝ່ການສະໜັບສະໜູນຂອງ ອົດສະຕຣາລີ ຕໍ່ຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ ເພື່ອຄວາມໝັ້ນຄົງຂອງພາກພື້ນ ແລະ ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ.
ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ Bui Thanh Son ໄດ້ເຊື້ອເຊີນທ່ານລັດຖະມົນຕີການຕ່າງປະເທດ Penny Wong ມາຢ້ຽມຢາມ ຫວຽດນາມ ອີກເທື່ອໜຶ່ງ ແລະ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອົດສະຕາລີ ຄັ້ງທີ 5.
ຂ່າວ ແລະ ພາບ: TTXVN
ທີ່ມາ






(0)