Vietnam.vn - Nền tảng quảng bá Việt Nam

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແຮງ​ງານ​ຫວຽດ​ນາມ - ລາວ ຄັ້ງ​ທີ 9: ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ເປີດກວ້າງ​ຫລາຍ​ຂົງ​ເຂດ​ໃໝ່.

ກປ.ອອນໄລ - ຕອນບ່າຍວັນທີ 12 ພະຈິກ, ຢູ່ນະຄອນ ຮ່ວາລູ, ແຂວງ ນິງບິ່ງ, ກະຊວງພາຍໃນ ຫວຽດນາມ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ ໄດ້ສົມທົບກັນຈັດຕັ້ງກອງປະຊຸມລັດຖະມົນຕີແຮງງານ ຫວຽດນາມ - ລາວ ຄັ້ງທີ 9.

Báo Nhân dânBáo Nhân dân12/11/2025

ພິທີ​ລົງ​ນາມ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ພາຍ​ໃນ​ຫວຽດນາມ ​ແລະ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ລາວ.
ພິທີ​ລົງ​ນາມ​ການ​ຮ່ວມ​ມື​ລະຫວ່າງ ​ກະຊວງ​ພາຍ ​ໃນ​ຫວຽດນາມ ​ແລະ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ລາວ.

ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຫວຽດນາມ Do Thanh Binh, ລັດຖະມົນຕີ​ກະຊວງ​ແຮງ​ງານ ​ແລະ ສະຫວັດ​ດີ​ການ​ສັງຄົມ ລາວ ທ່ານ Phosay Sayasone ພ້ອມ​ດ້ວຍ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ, ການ​ນຳ​ແຂວງ Ninh Binh ​ເຂົ້າ​ຮ່ວມ.

89c8261d-0c2d-43ea-a5f7-b1ae3a2ecee4-9902.jpg
ສະຫາຍ Do Thanh Binh, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ.

ກ່າວ​ຄຳ​ເຫັນ​ທີ່​ໄຂ​ກອງ​ປະຊຸມ, ສະຫາຍ Do Thanh Binh, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ພາຍ​ໃນ ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ພວມ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ແລະ ມີ​ປະສິດທິ​ຜົນ. ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ອັນ​ດັບ​ໜຶ່ງ​ຕໍ່​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ລາວ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ນ້ຳ​ໃຈ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ.

ທ່ານ​ລັດຖະມົນຕີ​ກໍ່​ໃຫ້​ຮູ້​ວ່າ: ຫວຽດນາມ ພວມ​ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ບໍລິຫານ​ຢ່າງ​ແຮງ, ສົມທົບ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ໃຫ້​ຮັດ​ແໜ້ນ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ​ໃນ​ນັ້ນ ກະຊວງ​ພາຍ​ໃນ​ປະຕິບັດ​ໜ້າ​ທີ່​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລັດ​ດ້ານ​ແຮງ​ງານ, ການ​ເຮັດ​ວຽກ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ຜູ້​ມີ​ຄຸນງາມຄວາມດີ. ການລວມຕົວນີ້, ຕາມທ່ານແລ້ວ, ຈະຊ່ວຍປະສານງານການຄຸ້ມຄອງ, ການຝຶກອົບຮົມ, ການພັດທະນາຊັບພະຍາກອນມະນຸດ, ແລະເພີ່ມທະວີການຮ່ວມມືກັບກະຊວງແຮງງານແລະສະຫວັດດີການສັງຄົມຂອງລາວໃນໄລຍະໃຫມ່.

94ba2193-230d-4fa6-9827-80c4b4372e83-764.jpg
ສະຫາຍ ໂພໄຊ ໄຊຍະສອນ, ກໍາມະການສູນກາງພັກ ປະຊາຊົນ ປະຕິວັດລາວ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ກ່າວຄໍາເຫັນທີ່ກອງປະຊຸມ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ສະຫາຍ ​ໂພ​ສີ ​ໄຊ​ຍະ​ສອນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ລາວ ​ໄດ້​ຂອບ​ໃຈ​ຕໍ່​ປະ​ເທດ​ເຈົ້າພາບ​ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ​ແບ່ງປັນ​ກ່ຽວ​ກັບ​ຜົນສຳ​ເລັດ​ໃນ​ການ​ພັດທະນາ ​ເສດຖະກິດ -ສັງຄົມ​ຂອງ​ລາວ, ​ເຊິ່ງ GDP ​ໃນ​ປີ 2024 ​ເພີ່ມ​ຂຶ້ນ 4,3%, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນລຸ 1,824 USD.

ທ່ານ​ລັດຖະມົນຕີ​ໄດ້​ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຂອງ​ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານ​ແຮງ​ງານ, ບຳລຸງ​ສ້າງ ​ແລະ ສະຫວັດດີ​ການ​ສັງຄົມ; ພ້ອມ​ກັນ​ນັ້ນ, ຢືນຢັນ​ວ່າ: ລາວ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ແຮງ​ງານ - ສັງຄົມ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ.

ຕາງໜ້າການນຳແຂວງ ນິງບິ່ງ, ທ່ານຮອງເລຂາຄະນະພັກແຂວງ ນິງບິ່ງ, ທ່ານ Mai Van Tuat ໃຫ້ການຕ້ອນຮັບຄະນະຜູ້ແທນ, ຢືນຢັນວ່າ ແຂວງ ນິງບິ່ງ ໄດ້ຮັບກຽດເປັນເຈົ້າພາບຈັດຕັ້ງກອງປະຊຸມຄັ້ງນີ້ ມີຄວາມໝາຍທາງດ້ານການເມືອງ ແລະ ການທູດຢ່າງເລິກເຊິ່ງ, ສະແດງອອກເຖິງມູນເຊື້ອອັນດີງາມຂອງນ້ຳໃຈສາມັກຄີລະຫວ່າງ 2 ປະເທດ.

1de8f012-78a8-466d-a5dc-b73cf390cb97-5363.jpg
ພາບບັນຍາກາດຂອງກອງປະຊຸມລັດຖະມົນຕີແຮງງານ ຫວຽດນາມ-ລາວ ຄັ້ງທີ 9 ຢູ່ ນິງບິ່ງ.

​ໃນ​ຂອບ​ເຂດ​ກອງ​ປະຊຸມ, ສອງ​ລັດຖະມົນຕີ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ ​ແລະ ຜູ້​ມີ​ຄຸນງາມຄວາມ​ດີ ລວມມີ 7 ຂໍ້ ​ໂດຍ​ສຸມ​ໃສ່​ເຂົ້າ​ໃນ​ເນື້ອ​ໃນ​ຄື: ການ​ຈ້າງ​ງານ, ຄວາມ​ປອດ​ໄພ ​ແລະ ສຸຂະ​ອະນາ​ໄມ, ການ​ຄຸ້ມ​ຄອງ​ແຮງ​ງານ​ອົບ​ພະຍົບ, ການ​ປະກັນ​ສັງຄົມ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ການ​ຫັນປ່ຽນ​ດີ​ຈີ​ຕອນ​ໃນ​ຂົງ​ເຂດ​ແຮງ​ງານ ​ແລະ ຜູ້​ມີ​ຄຸນງາມຄວາມດີ.

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສອງ​ຝ່າຍ​ຍັງ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ແຮງ​ງານ​ຫວຽດນາມ-ລາວ​ຄັ້ງ​ທີ 9, ​ໄດ້​ຕົກລົງ​ກ່ຽວ​ກັບ 12 ​ໂຄງການ​ຮ່ວມ​ມື​ສະ​ເພາະ​ໄລຍະ 2026-2027 ​ເຊັ່ນ: ສືບ​ຕໍ່​ສົມທົບ​ກັນ​ຊອກ​ຫາ ​ແລະ ເກັບ​ກູ້​ຊາກ​ສົບ; ​ແລກປ່ຽນ​ຄະນະ​ຜູ້​ແທນ​ເຮັດ​ວຽກ, ​ແບ່ງປັນ​ປະສົບ​ການ​ກ່ຽວ​ກັບ​ນະ​ໂຍບາຍ​ແຮງ​ງານ, ປະກັນ​ສັງຄົມ, ດຶງ​ດູດ​ແຫຼ່ງທຶນ ODA ​ເພື່ອ​ບຳລຸງ​ສ້າງ​ພະນັກງານ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ.

ກອງ​ປະຊຸມ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ສອງ​ກະຊວງ​ໃນ​ການ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່​ຄື: ການ​ຄຸ້ມ​ຄອງ​ບໍລິຫານ​ລັດ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດທະນາ​ສີມື​ແຮງ​ງານ ​ແລະ ປະກັນ​ສັງຄົມ, ສອດຄ່ອງ​ກັບ​ທ່າ​ອ່ຽງພັດທະນາ​ໃນ​ປະຈຸ​ບັນ.

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແຮງ​ງານ​ຫວຽດ​ນາມ - ລາວ ຄັ້ງ​ທີ 10 ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່​ລາວ​ໃນ​ປີ 2027.

ກອງປະຊຸມລັດຖະມົນຕີແຮງງານຫວຽດນາມ-ລາວ ຄັ້ງທີ 9 ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງກະຊວງ, ສອງຂະແໜງການ ແລະ ປະຊາຊົນສອງຊາດອ້າຍນ້ອງ.

ທີ່ມາ: https://nhandan.vn/hoi-nghi-bo-truong-lao-dong-viet-nam-lao-lan-thu-9-that-chat-hop-tac-mo-rong-sang-nhieu-linh-vuc-moi-post922427.html


(0)

No data
No data

'ຊາ​ປາ​ແຫ່ງ​ແຜ່ນ​ດິນ​ແທງ' ໝອກ​ໜາ​ໃນ​ໝອກ
ຄວາມງາມຂອງບ້ານລ້ອງໄຊ ໃນລະດູດອກບົວ
ໝາກເຜັດແຫ້ງດ້ວຍລົມ - ຄວາມຫວານຂອງລະດູໃບໄມ້ປົ່ງ
“ຮ້ານ​ກາ​ເຟ​ຂອງ​ຄົນ​ຮັ່ງ​ມີ” ຢູ່​ຊອຍ​ໜຶ່ງ​ໃນ​ນະ​ຄອນ​ຮ່າ​ໂນ້ຍ ຂາຍ​ລາ​ຄາ 750.000 ດົ່ງ/ຈອກ.

ມໍລະດົກ

ຮູບ

ທຸລະກິດ

ດອກ​ຕາ​ເວັນ​ປ່າ​ຍ້ອມ​ຕົວ​ເມືອງ​ພູ​ດອຍ​ເປັນ​ສີ​ເຫຼືອງ, ດ່າ​ລາດ ໃນ​ລະ​ດູ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ປີ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ