ນອກຈາກນັ້ນ, ຍັງໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຜູ້ຕາງໜ້າບັນດາກະຊວງ, ສາຂາ, ທ້ອງຖິ່ນ, ສະມາຄົມອຸດສາຫະກຳ, ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ແລະ ປະຊາຄົມວິສາຫະກິດໃຫຍ່ໃນຫຼາຍຂົງເຂດ.

ພາບລວມຂອງກອງປະຊຸມປຶກສາຫາລືເພື່ອເກັບກໍາຄວາມຄິດເຫັນກ່ຽວກັບການພັດທະນາເນື້ອໃນສໍາລັບລະບົບນິເວດເພື່ອສະຫນັບສະຫນູນທຸລະກິດໃນການໄດ້ຮັບຜົນປະໂຫຍດຈາກ FTAs.

ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ: ການພັດທະນາ ແລະ ປະຕິບັດໂຄງການລະບົບນິເວດເພື່ອໜູນຊ່ວຍວິສາຫະກິດປະຕິບັດ FTA ແມ່ນບາດກ້າວບຸກທະລຸເພື່ອປະຕິບັດແນວທາງຂອງລັດຖະບານກ່ຽວກັບການປັບປຸງຄວາມສາມາດເຊື່ອມໂຍງ, ສ້າງກຳລັງໜູນໃຫ້ແກ່ການເຕີບໂຕດ້ານການຄ້າ ແລະ ເສດຖະກິດຂອງປະເທດ.

ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Gillian Bird ກໍ່ແບ່ງປັນວ່າ: ບົດບັນທຶກຊ່ວຍຈຳແມ່ນຂີດໝາຍສຳຄັນໃນການພົວພັນ ຫວຽດນາມ - ອົດສະຕາລີ.
ກອງປະຊຸມຄັ້ງນີ້ ເປັນໂອກາດເພື່ອໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສະເໜີໂຄງການລະບົບນິເວດ ໜູນຊ່ວຍວິສາຫະກິດໃນການຍາດແຍ່ງ FTA ແລະ ຮັບຟັງການປະກອບຄຳຄິດຄຳເຫັນຫຼາຍດ້ານ, ວິທະຍາສາດ ແລະ ກໍ່ສ້າງ ຈາກບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ຕາມຮ່າງໂຄງການ, ລະບົບນິເວດຈະເປັນເຄືອຂ່າຍເຊື່ອມຕໍ່ຢ່າງຮອບດ້ານໃນລະບົບຕ່ອງໂສ້ມູນຄ່າ - ຈາກການຜະລິດ, ການປຸງແຕ່ງ, ການຂົນສົ່ງ, ການເງິນ, ສະມາຄົມເຖິງບັນດາອົງການຄຸ້ມຄອງ - ໜູນຊ່ວຍວິສາຫະກິດໃນການເພີ່ມປະສິດທິພາບຜົນປະໂຫຍດຈາກ FTA, ປັບປຸງຄວາມສາມາດແຂ່ງຂັນ ແລະ ຊຸກຍູ້ການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ. ຮູບແບບນີ້ເພື່ອແນໃສ່ສ້າງວັດທະນະທຳເຊື່ອມໂຍງ, ແບ່ງປັນຂໍ້ມູນຂ່າວສານ, ໜູນຊ່ວຍເຊິ່ງກັນ ແລະ ກັນ ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດຍາດແຍ່ງບັນດາກາລະໂອກາດຈາກ FTA ທີ່ຫວຽດນາມ ເຂົ້າຮ່ວມຢ່າງມີປະສິດທິຜົນ.
ລະບົບນິເວດໜູນຊ່ວຍບັນດາວິສາຫະກິດ ຍາດແຍ່ງທ່າໄດ້ປຽບ FTA ຄາດວ່າຈະນຳມາເຊິ່ງຜົນກະທົບດ້ານບວກຫຼາຍຢ່າງໃຫ້ແກ່ ເສດຖະກິດ ຫວຽດນາມ, ພິເສດແມ່ນເປີດກວ້າງ ແລະຫັນບັນດາຕະຫຼາດສົ່ງອອກ, ດຶງດູດການລົງທຶນຈາກຕ່າງປະເທດ, ຍົກສູງສະມັດຕະພາບ, ຊຸກຍູ້ຂະບວນການຫັນປ່ຽນຮູບແບບການເຕີບໂຕໄປສູ່ທິດສີຂຽວ ແລະຍືນຍົງ.
ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ເຄື່ອນໄຫວແລກປ່ຽນ, ປຶກສາຫາລື ແລະ ປະກອບຄຳເຫັນອັນລ້ຳຄ່າຫຼາຍຢ່າງເພື່ອເຮັດໃຫ້ໂຄງການມີປະສິດທິຜົນ ແລະ ແທດຈິງ.


ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ເຄື່ອນໄຫວແລກປ່ຽນ, ປຶກສາຫາລື ແລະ ປະກອບຄຳເຫັນອັນລ້ຳຄ່າຫຼາຍຢ່າງເພື່ອເຮັດໃຫ້ໂຄງການມີປະສິດທິຜົນ ແລະ ແທດຈິງ.
ກ່າວຄຳເຫັນສະຫລຸບ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຊິງຮູ່ງ ຢືນຢັນວ່າ: ການສ້າງລະບົບນິເວດເພື່ອໜູນຊ່ວຍບັນດາວິສາຫະກິດຍາດແຍ່ງທ່າໄດ້ປຽບຈາກ FTA ແມ່ນບາດກ້າວຍຸດທະສາດເພື່ອປະຕິບັດທິດທາງຂອງລັດຖະບານກ່ຽວກັບການຍົກສູງກຳລັງການເຊື່ອມໂຍງ, ສ້າງກຳລັງແຮງໃຫ້ແກ່ການເຕີບໂຕດ້ານການຄ້າ ແລະ ເສດຖະກິດຂອງປະເທດ. ກະຊວງອຸດສາຫະກຳ ແລະ ການຄ້າ ຈະເກັບກຳຄຳຄິດເຫັນຈາກບັນດາກະຊວງ, ສາຂາ, ທ້ອງຖິ່ນ, ສະມາຄົມ ແລະ ຊ່ຽວຊານ ເພື່ອຜັນຂະຫຍາຍໂຄງການດັ່ງກ່າວ, ຄາດວ່າຈະສະເໜີຕໍ່ນາຍົກລັດຖະມົນຕີ ໃນປີນີ້.
ໃນຂອບເຂດຂອງກອງປະຊຸມ, ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MoU) ກ່ຽວກັບການເພີ່ມທະວີຄວາມສາມາດບົ່ມຊ້ອນ FTA ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ. ພິທີລົງນາມ MoU ໂດຍທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຊິງຮຸ່ງ ແລະ ທ່ານນາງ Gillian Bird, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ, ຊຸກຍູ້ການຄ້າເສລີ ແລະ ໜູນຊ່ວຍວິສາຫະກິດ ຫວຽດນາມ ນຳໃຊ້ FTA ຢ່າງມີປະສິດທິຜົນ, ພິເສດແມ່ນ FTA ທີ່ຫວຽດນາມ ແລະ ອົດສະຕາລີ ເປັນສະມາຊິກ.


ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ - ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຊິງຮຸ່ງ ແລະ ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Gillian Bird - ຕາງໜ້າໃຫ້ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືເພື່ອຜັນຂະຫຍາຍບັນດາທ່າແຮງຂອງ FTA.
ທີ່ມາ: https://moit.gov.vn/tin-tuc/hoi-thao-tham-van-xay-dung-he-sinh-thai-ho-tro-doanh-nghiep-tan-dung-cac-fta.html






(0)