
ຕອນຕົ້ນການພົບປະ, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື ແລະ ການສະໜັບສະໜູນຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ໃນໄລຍະເກືອບ 5 ປີຢູ່ຫວຽດນາມ. ທ່ານເອກອັກຄະລັດຖະທູດ ແບ່ງປັນວ່າ, ໃນໄລຍະດຳລົງຕຳແໜ່ງຢູ່ຫວຽດນາມ, ທ່ານໄດ້ເຫັນວ່າ ຫວຽດນາມ ຜ່ານຜ່າສິ່ງທ້າທາຍຫຼາຍຢ່າງຄື: ໂລກລະບາດໂຄວິດ-19, ໄພທຳມະຊາດ, ພາຍຸ, ໄພນ້ຳຖ້ວມ, ວິກິດການພາສີອາກອນ ແລະ ອື່ນໆ, ແຕ່ຍັງຄົງຮັກສາຈັງຫວະການເຕີບໂຕຢ່າງແຂງແຮງ ແລະ ໝັ້ນຄົງ. ຄຽງຂ້າງນັ້ນ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ສິງກະໂປ ໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ນີ້ແມ່ນປະສົບການອັນລ້ຳຄ່າທີ່ທ່ານເອກອັກຄະລັດຖະທູດຈະນຳມາໃຫ້ໃນການເຮັດວຽກໃນຄັ້ງຕໍ່ໄປ.

ປະຈຸບັນ, ສິງກະໂປ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 4 ຂອງຫວຽດນາມ ໃນອາຊຽນ. ວົງເງິນການຄ້າສອງສົ້ນເພີ່ມຂຶ້ນ 26,5% ໃນໄລຍະ 2021-2024 (ຈາກ 8,3 ຕື້ USD ໃນປີ 2021 ຂຶ້ນເປັນ 10,5 ຕື້ USD ໃນປີ 2024). ສະເພາະ 9 ເດືອນຕົ້ນປີ 2025, ວົງເງິນນໍາເຂົ້າ-ສົ່ງອອກລະຫວ່າງ ຫວຽດນາມ ແລະ ສິງກະໂປ ບັນລຸ 8,8 ຕື້ USD, ເພີ່ມຂຶ້ນ 14,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນຂະແໜງການລົງທຶນ, ສິງກະໂປ ແມ່ນປະເທດທີ່ມີແຫຼ່ງທຶນຈົດທະບຽນໃໝ່ໃຫຍ່ກວ່າໝູ່ຢູ່ ຫວຽດນາມ ໃນປີ 2025. ບັນດາສວນອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIPs) ມີປະສິດ ທິ ຜົນ. ປະຈຸບັນມີ VSIP 20 ແຫ່ງຢູ່ 13 ແຂວງ, ນະຄອນຂອງຫວຽດນາມ, ສ້າງວຽກເຮັດງານທຳໃຫ້ຄົນງານ 3 ແສນກວ່າຄົນ.
ເປັນການສະແດງໃຫ້ເຫັນວ່າ, ໃນເດືອນ 3/2025, ໃນໄລຍະຢ້ຽມຢາມສິງກະໂປຂອງທ່ານເລຂາທິການໃຫຍ່ To Lam , 2 ປະເທດໄດ້ຍົກລະດັບການພົວພັນຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປັນຂີດໝາຍສຳຄັນໃນການພັດທະນາການພົວພັນສອງປະເທດ; ພ້ອມກັນນັ້ນເປີດກວ້າງຄວາມສາມາດບົ່ມຊ້ອນການຮ່ວມມືຮອບດ້ານໃນຫຼາຍຂົງເຂດລະຫວ່າງສອງປະເທດ.
ໃນຂົງເຂດການຄ້າເຂົ້າສານ, ສອງປະເທດໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານການຄ້າເຂົ້າລະຫວ່າງລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ສິງກະໂປ. ນີ້ແມ່ນສັນຍາການຄ້າເຂົ້າສານຄັ້ງທຳອິດຂອງສິງກະໂປກັບຄູ່ຮ່ວມມື. ໃນຂົງເຂດພະລັງງານ, ປະຈຸບັນ, ບໍລິສັດຮ່ວມທຸລະກິດ PTSC (ຫວຽດນາມ) ແລະ Sembcorp (ສິງກະໂປ) ພວມຮ່ວມມືຄົ້ນຄວ້າໂຄງການສົ່ງອອກພະລັງງານທົດແທນຈາກຫວຽດນາມ ໄປສິງກະໂປ. ໃນຂົງເຂດເສດຖະກິດດີຈີຕອນ, ບັນດາວິສາຫະກິດ e-commerce ຂອງສິງກະໂປຄື Grab, Shopee... ສືບຕໍ່ຜັນຂະຫຍາຍການເຄື່ອນໄຫວ ແລະ ບັນລຸໄດ້ຜົນສຳເລັດຫຼາຍຢ່າງຢູ່ຕະຫຼາດຫວຽດນາມ.
ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ກະຊວງອຸດສາຫະກຳ ແລະ ການຄ້າ ສືບຕໍ່ໜູນຊ່ວຍ ແລະ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຊຸກຍູ້ບັນດາໂຄງການຮ່ວມມືທີ່ມີທ່າແຮງລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານຮອງລັດຖະມົນຕີ Phan Thi Thang ໄດ້ສົ່ງຄຳອວຍພອນ ແລະ ອວຍພອນໄຊອັນປະເສີດ ຂອງທ່ານລັດຖະມົນຕີ ຫງວຽນຮົ່ງດ້ຽນ ໄປຍັງທ່ານເອກອັກຄະລັດຖະທູດ, ພ້ອມທັງຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ສິງກະໂປ. ທ່ານຮອງລັດຖະມົນຕີຢືນຢັນວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນກັບ ສິງກະໂປ ແລະ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບອຳນາດການປົກຄອງ ສິງກະໂປ ເພື່ອຮັດແໜ້ນ ແລະ ເພີ່ມທະວີການພົວພັນດ້ານການຄ້າ ແລະ ການລົງທຶນ 2 ຝ່າຍໃນໄລຍະຈະມາເຖິງ.
ທ່ານຮອງລັດຖະມົນຕີ ເຊື່ອໝັ້ນວ່າ ດ້ວຍປະສົບການ ແລະ ຄວາມຮູ້ສຶກດີຕໍ່ຫວຽດນາມ, ທ່ານເອກອັກຄະລັດຖະທູດຈະສືບຕໍ່ເປັນຂົວຕໍ່ຊຸກຍູ້ການຮ່ວມມື, ເພື່ອແນໃສ່ໂຄສະນາພາບພົດປະເທດ, ປະຊາຊົນ ແລະ ວັດທະນະທຳ ຫວຽດນາມ ໃຫ້ແກ່ ສິງກະໂປ ແລະ ເພື່ອນມິດສາກົນ.
ສິ້ນສຸດການພົບປະ, ທ່ານຮອງລັດຖະມົນຕີ ຟານທິແທງ ອວຍພອນທ່ານເອກອັກຄະລັດຖະທູດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ໃໝ່, ເຊື່ອໝັ້ນວ່າ ຍາມໃດກໍ່ແມ່ນເພື່ອນມິດສະຫາຍທີ່ສະໜິດສະໜົມ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນແໜ້ນແຟ້ນລະຫວ່າງ ຫວຽດນາມ ແລະ ສິງກະໂປ./.
ທີ່ມາ: https://moit.gov.vn/tin-tuc/thu-truong-phan-thi-thang-chao-xa-giao-dai-su-dac-menh-toan-quyen-cong-hoa-singapore-tai-viet-nam-truoc-khi-ket-thuc-nhi.html






(0)