ວິສາຫະກິດເຂົ້າຮ່ວມການຮັບໃຊ້ແຮງງານຢູ່ສູນບໍລິການຈັດຫາງານ ດົງນາຍ . ຮູບພາບ: Thao My |
ສູນດັ່ງກ່າວໄດ້ໃຫ້ຄຳປຶກສາດ້ານການເຮັດວຽກໂດຍກົງ ແລະ ທາງອ້ອມໃຫ້ແກ່ຄົນງານ 52.000 ກວ່າຄົນ. ນອກຈາກນັ້ນ, ຍັງໄດ້ຈັດຕັ້ງ 4 ຊັ້ນວຽກເຮັດງານທຳໃຫ້ຄໍາປຶກສາໂດຍກົງ, ແນະນຳວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ ແລະ ໜູນຊ່ວຍວິສາຫະກິດໃນການບັນຈຸ ແລະ ຕອບສະໜອງແຫຼ່ງຊັບພະຍາກອນມະນຸດດ້ານການຜະລິດ. ຍ້ອນເຫດນັ້ນ, ໃນ 6 ເດືອນຕົ້ນປີ 2025, ມີຄົນງານ 4.300 ກວ່າຄົນໄດ້ຮັບການຈ້າງງານ.
ສູນບໍລິການຈັດຫາວຽກເຮັດງານທຳແຂວງ ດົ່ງນາຍ ໃຫ້ຮູ້ວ່າ: ໃນ 6 ເດືອນທ້າຍປີ, ຫົວໜ່ວຍຈະຜັນຂະຫຍາຍການຈັດຕັ້ງງານວາງສະແດງວຽກເຮັດງານທຳ; ພ້ອມກັນນັ້ນ, ກໍ່ໃຫ້ປະກາດຂໍ້ມູນການຮັບສະໝັກພະນັກງານລົງໃນ Fanpage, Zalo Official, E-mail ແລະ ໃຫ້ຄຳປຶກສາທາງໂທລະສັບເພື່ອໃຫ້ຜູ້ອອກແຮງງານສາມາດເຂົ້າໃຈຂໍ້ມູນວຽກ, ສົ່ງໃບສະໝັກ ແລະ ສຳພາດໂດຍກົງຢູ່ບັນດາທຸລະກິດຕ່າງໆ.
ທ່າວ
ທີ່ມາ: https://baodongnai.com.vn/cong-doan/lao-dong-viec-lam/202506/hon-43-ngan-lao-dong-duoc-giai-quyet-viec-lam-trong-6-thang-dau-nam-2025-3070b46/
(0)