ກປ.ອອນໄລ - ວັນທີ 2 ຕຸລາ, ທ່ານ ສະຫາຍ ຮວ່າງກວາງແຄງ, ເລຂາຄະນະພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງ ໄດ້ເປັນປະທານກອງປະຊຸມຖອດຖອນຄວາມຫຍຸ້ງຍາກ, ອຸປະສັກໃນການຈັດຕັ້ງປະຕິບັດໂຄງການ “ສ້າງສະຖຽນລະພາບຂອງປະຊາກອນ ແລະ ພັດທະນາ ເສດ ຖະກິດ-ສັງຄົມ ຢູ່ເຂດຍົກຍ້າຍຈັດສັນຂອງເຂື່ອນໄຟຟ້າ ເຊີນລາ” (ໂຄງການ 666).
ເຂົ້າຮ່ວມກອງປະຊຸມມີ ສະຫາຍ ເລຮົ່ງມິງ, ຮອງປະທານຄະນະປະຈຳພັກແຂວງ; ການນຳບັນດາພະແນກການ, ສາຂາທີ່ກ່ຽວຂ້ອງ ແລະ ບາງເມືອງ, ນະຄອນ ໃນເຂດທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ.
ອີງຕາມໝາກຜົນແຫ່ງການກວດກາ, ປັບປຸງ ແລະ ເພີ່ມເຕີມໂຄງການ 666 ຢູ່ແຂວງ ເຊີນລາ , ຮອດວັນທີ 31 ສິງຫາ 2024, ບັນດານັກລົງທຶນໄດ້ກວດກາ ແລະ ຜັນຂະຫຍາຍປະຕິບັດ 427 ໂຄງການ, ດ້ວຍຍອດຈຳນວນເງິນລົງທຶນກວ່າ 2.088 ຕື້ດົ່ງ (ຫຼຸດລົງ 16 ໂຄງການ ແລະ ຫຼຸດລົງ 37 ຕື້ດົ່ງເມື່ອທຽບໃສ່ໂຄງການອະນຸມັດ). ຍອດຈຳນວນເງິນລົງທຶນເພື່ອປະຕິບັດບັນດາເນື້ອໃນໜູນຊ່ວຍການຜະລິດແມ່ນກວ່າ 1.025/2.109 ຕື້ດົ່ງ (ຫຼຸດລົງກວ່າ 1.084 ຕື້ດົ່ງ ເມື່ອທຽບໃສ່ກັບແຫຼ່ງທຶນທີ່ໄດ້ມອບໃຫ້ໂຄງການ); ເມືອງ, ນະຄອນ ທົບທວນຄືນວ່າ ມີ 347 ຄົວເຮືອນ ໃນ 22 ພື້ນທີ່ຍົກຍ້າຍ ແລະ ຈຸດທີ່ຍັງບໍ່ທັນມີເງື່ອນໄຂ ສ້າງຄວາມໝັ້ນຄົງ, ພັດທະນາການຜະລິດ ແລະ ມີພື້ນຖານທີ່ຢູ່ອາໄສບໍ່ໝັ້ນຄົງ ຢູ່ໃນເຂດທີ່ມີຄວາມສ່ຽງຕໍ່ດິນເຈື່ອນ, ຫີນມ້ວນ, ນໍ້າຖ້ວມກະທັນຫັນ ແລະ ອື່ນໆ.
ຄວາມຫຍຸ້ງຍາກໃນປັດຈຸບັນໃນການຈັດຕັ້ງປະຕິບັດໂຄງການ 666 ແມ່ນການດຸ່ນດ່ຽງການລົງທຶນເພື່ອຍົກລະດັບ, ສ້ອມແປງ, ກໍ່ສ້າງພື້ນຖານໂຄງລ່າງໃໝ່; ການສະໜັບສະໜູນການພັດທະນາການຜະລິດບາງປະເພດບໍ່ເໝາະສົມກັບຄວາມເປັນຈິງ ແລະ ຄວາມຕ້ອງການຂອງປະຊາຊົນ; ວຽກງານໜູນຊ່ວຍການຜະລິດພວມປະສົບກັບຄວາມຫຍຸ້ງຍາກຍ້ອນບໍ່ມີການແບ່ງແຍກແຫຼ່ງທຶນອາຊີບຢ່າງຈະແຈ້ງເພື່ອປະຕິບັດ; ຍັງບໍ່ທັນມີການຊີ້ນຳກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ທຶນທີ່ໄດ້ຮັບການອະນຸມັດສຳລັບຕົ້ນທຶນອື່ນເພື່ອປະຕິບັດໂຄງການ ແລະ ຍັງມີຄວາມຫຍຸ້ງຍາກໃນການດຸ່ນດ່ຽງແຫຼ່ງທຶນຊັບພະຍາກອນມະນຸດໃນການຄຸ້ມຄອງໂຄງການ...
ສະຫາຍ ຮວ່າງກວກແຄ໋ງ ຮຽກຮ້ອງບັນດາເມືອງ, ນະຄອນຊີ້ແຈງບັນດາບັນຫາທີ່ເກີດຂຶ້ນໃນໄລຍະປະຕິບັດໂຄງການຢູ່ທ້ອງຖິ່ນ, ແລະ ວາງແຜນກຳນົດການເພີ່ມຫຼືຫຼຸດທຶນລົງທຶນໃຫ້ບັນດາລາຍການສະເພາະ. ໜ່ວຍງານຄຸ້ມຄອງໂຄງການຕ້ອງສະເໜີແຜນການແກ້ໄຂຄວາມຫຍຸ້ງຍາກ, ອຸປະສັກຕ່າງໆ ຕິດພັນກັບການດັດສົມທຶນຈັດສັນໃຫ້ທ້ອງຖິ່ນ, ທຶນຮອນເພື່ອຈັດຕັ້ງປະຕິບັດໂຄງການໃຫ້ມີຄວາມສົມເຫດສົມຜົນ, ແທດເໝາະກັບຄວາມຕ້ອງການຕົວຈິງ ແລະ ສອດຄ່ອງກັບລະບຽບກົດໝາຍ.
ແທງດາວ
ທີ່ມາ: https://baosonla.org.vn/thoi-su-chinh-tri/hop-thao-go-kho-khan-vuong-mac-trong-trien-khai-de-an-666-xElrTNkNg.html






(0)