IFC ຊຸກຍູ້ການລົງທຶນໃນຂະແໜງການຂາຍຍ່ອຍ ແລະ ກະສິກຳ ຢູ່ ຫວຽດນາມ
ນີ້ແມ່ນການກູ້ຢືມເງິນທີ່ຮອງຈາກສາງຄັ້ງທຳອິດໂດຍ IFC ແລະ SMBC. ເງິນກູ້ດັ່ງກ່າວແມ່ນດໍາເນີນພາຍໃຕ້ໂຄງການການເງິນຄັງສິນຄ້າທົ່ວໂລກ (GWFP). ການສະໜອງທຶນນີ້ຄາດວ່າຈະຊຸກຍູ້ຕະຫຼາດການເງິນຄັງເກັບເງິນຢູ່ຫວຽດນາມ ແລະ ຊຸກຍູ້ບັນດາທະນາຄານພາຍໃນປະເທດເຂົ້າຮ່ວມໃນຕ່ອງໂສ້ມູນຄ່າທຸລະກິດກະສິກຳ ເພື່ອແນໃສ່ປັບປຸງກາລະໂອກາດການເງິນໃນຂະແໜງການທີ່ມີທ່າແຮງສູງນີ້.
GWFP ໄດ້ເປີດຕົວເພື່ອເສີມສ້າງທຶນຮອນໃຫ້ແກ່ຜູ້ຜະລິດ ຫຼື ພໍ່ຄ້າຜະລິດຕະພັນກະເສດ ໂດຍໃຊ້ສິນຄ້າຄົງຄັງເປັນຫຼັກຊັບຄໍ້າປະກັນ. ເປີດຕົວໃນປີ 2010, GWFP ໄດ້ສະຫນອງທຶນຫຼາຍກວ່າ 10 ຕື້ໂດລາທົ່ວໂລກຈົນເຖິງປະຈຸບັນ.
ທ່ານນາງ Dang Huynh Uc My, ຮອງປະທານສະພາບໍລິຫານ TTC AgriS ໃຫ້ຮູ້ວ່າ: ການແກ້ໄຂດ້ານການເງິນນີ້ ຈະເປັນບ່ອນອີງເພື່ອໃຫ້ TTC AgriS ໄດ້ຮັບເງິນກູ້ຜ່ານການນຳໃຊ້ວັດຖຸດິບເປັນຫຼັກປະກັນ. ນີ້ຈະຊ່ວຍໃຫ້ບໍລິສັດມີຄວາມຫ້າວຫັນແລະມີຄວາມຍືດຫຍຸ່ນໃນການຊື້, ເກັບຮັກສາແລະແຈກຢາຍວັດຖຸດິບແລະສິນຄ້າ, ແນໃສ່ລະບົບທີ່ເຫມາະສົມເພື່ອບັນລຸປະສິດທິຜົນສູງສຸດ.
“ພວກເຮົາເຊື່ອໝັ້ນວ່າ ການຮ່ວມມືກັບ IFC ແລະ SMBC ຈະເປັນສ່ວນໜຶ່ງທີ່ສຳຄັນຂອງຍຸດທະສາດການພັດທະນາ ເສດຖະກິດ ວົງວຽນຂອງ TTC AgriS, ສອດຄ່ອງກັບການກຳນົດທິດຫັນປ່ຽນຮູບແບບເສດຖະກິດກະສິກຳສະຫຼາດແບບປະສົມປະສານ ເພື່ອຢັ້ງຢືນທີ່ຕັ້ງແຖວໜ້າຂອງຕະຫຼາດວິວັດທະນາການດຳເນີນທຸລະກິດກະສິກຳຮອບດ້ານ ຫວຽດນາມ ແລະ ພາກພື້ນ”.
ທ່ານ Thomas Jacobs, ຜູ້ຈັດການຝ່າຍ IFC ປະຈຳ ຫວຽດນາມ, ກຳປູເຈຍ ແລະ ສປປ ລາວ ໃຫ້ຮູ້ວ່າ: IFC ໃຫ້ບຸລິມະສິດຂະ ແໜງການກະເສດຍ້ອນຜົນກະທົບດ້ານການພັດທະນາ ແລະ ຫຼຸດຜ່ອນຄວາມທຸກຍາກ. ດ້ວຍການຂະຫຍາຍຕົວທາງດ້ານເສດຖະກິດຢ່າງແຂງແຮງ, ຄົນຊັ້ນກາງທີ່ນັບມື້ນັບເພີ່ມຂຶ້ນ ແລະ ຄວາມຕ້ອງການດ້ານສຸຂະອະນາໄມ ແລະ ຄວາມປອດໄພດ້ານສະບຽງອາຫານຢູ່ ຫວຽດນາມ ເພີ່ມຂຶ້ນ, ການລົງທຶນສອງຢ່າງນີ້ຈະຊ່ວຍສ້າງຄວາມສະດວກໃຫ້ແກ່ບັນດາຜະລິດຕະພັນ ແລະ ການບໍລິການທີ່ດີຂຶ້ນຂອງທ້ອງຖິ່ນໃນອານາຄົດ. ແລະ ຄວາມຢືດຢຸ່ນຂອງຂະແໜງກະສິກຳຈະປະກອບສ່ວນຍົກສູງຄວາມສາມາດແກ່ງແຍ້ງຂອງຕ່ອງໂສ້ມູນຄ່າທຸລະກິດກະສິກຳຂອງຫວຽດນາມ, ສ້າງວຽກເຮັດງານທຳ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.”
ແຫຼ່ງທີ່ມາ
(0)