ໃນຖະແຫຼງການໃນວັນທີ 13 ທັນວານີ້, ໂຄສົກຂອງທ່ານ Katz ຢືນຢັນວ່າ: “ຍ້ອນສະຖານະການຢູ່ຊີຣີ, ການຮັກສາການປະກົດຕົວຂອງພວກເຮົາຢູ່ Mount Hermon ແມ່ນມີຄວາມສຳຄັນທີ່ສຸດຕໍ່ຄວາມປອດໄພ ແລະ ພວກເຮົາຕ້ອງເຮັດທຸກສິ່ງທີ່ເປັນໄປໄດ້ເພື່ອຮັບປະກັນໃຫ້ກຳລັງທະຫານຂອງພວກເຮົາກຽມພ້ອມທີ່ຈະຢູ່ທີ່ນັ້ນເຖິງວ່າຈະມີສະພາບອາກາດທີ່ຮຸນແຮງກໍ່ຕາມ”.
ຄວັນໄຟລຸກຂຶ້ນຫຼັງຈາກການໂຈມຕີທາງອາກາດຂອງອິສຣາແອລ ໃນນະຄອນ Damascus ປະເທດຊີຣີ, ວັນທີ 12 ທັນວາ 2024. (ພາບ: THX/TTXVN)
ມື້ດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຕວກກີ Hakan Fidan ໃຫ້ຮູ້ວ່າ, ບຸລິມະສິດຂອງປະເທດຕົນຢູ່ ຊີຣີ ແມ່ນຮັບປະກັນສະຖຽນລະພາບ ແລະ ສະກັດກັ້ນການລຸກຮື້ຂຶ້ນຂອງກຸ່ມກໍ່ການຮ້າຍພາຍຫຼັງລັດຖະບານປະທານາທິບໍດີ Bashar al-Assad ລົ້ມລົງ.
ກ່າວຄຳເຫັນທີ່ກອງປະຊຸມຂ່າວຮ່ວມກັບຄູ່ຕຳແໜ່ງຂອງອາເມລິກາ Antony Blinken ຢູ່ Ankara, ທ່ານ Fidan ຖືວ່າ: ບົດບາດຂອງ Türkiye ແລະ ອາເມລິກາ ໃນອະນາຄົດຂອງຊີຣີ ແມ່ນໜຶ່ງໃນບັນດາຫົວຂໍ້ທີ່ໄດ້ປຶກສາຫາລື.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ Blinken ໃຫ້ຮູ້ວ່າ: ບັນດາປະເທດໄດ້ມານະພະຍາຍາມຫຼາຍປີເພື່ອເອົາຊະນະອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ຢູ່ ຊີຣີ ແລະ ເນັ້ນໜັກເຖິງຄວາມຈຳເປັນເພື່ອຮັບປະກັນບັນດາຄວາມມານະພະຍາຍາມເຫຼົ່ານັ້ນເພື່ອສະກັດກັ້ນ IS ບໍ່ໃຫ້ລຸກລາມຂຶ້ນອີກ.
ກ່ຽວກັບບັນຫາກາຊາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ເນັ້ນໜັກວ່າ, ທ່ານໄດ້ເຫັນບັນດາສັນຍານທີ່ຕັ້ງໜ້າເພື່ອມຸ່ງໄປເຖິງການຢຸດຍິງຢູ່ເຂດປະສົບກັບຄວາມຂັດແຍ່ງກັນນີ້.
ທ່ານ Blinken ໄດ້ບິນໄປຍັງນະຄອນຫຼວງ Ankara ໃນຕອນແລງວັນທີ 12 ທັນວານີ້ ແລະໄດ້ພົບປະກັບປະທານາທິບໍດີປະເທດເຈົ້າພາບ Recep Tayyip Erdogan. ທີ່ການພົບປະ, ທ່ານ Erdogan ຢືນຢັນວ່າ Türkiye ຈະບໍ່ຜ່ອນຄາຍການຕໍ່ສູ້ຕ້ານ IS ແລະ ຈະຜັນຂະຫຍາຍບັນດາມາດຕະການປ້ອງກັນຕ້ານບັນດາອົງການກໍ່ການຮ້າຍຢູ່ ຊີຣີ.
ທີ່ມາ: https://vtcnews.vn/israel-duy-tri-luc-luong-tai-vung-dem-voi-syria-ar913518.html
(0)