ກປ.ອອນໄລ - ວັນທີ 15 ຕຸລາ, ສະມາຄົມເຕັກໂນໂລຊີຂໍ້ມູນຂ່າວສານນະຄອນ ໂຮ່ຈີມິນ (HCA) ສົມທົບກັບ Meta Square ໄດ້ຈັດຕັ້ງໂຄງການເຊື່ອມຕໍ່ການຄ້າ ຫວຽດນາມ - ສ.ເກົາຫຼີ (ຫວຽດນາມ ແລະ ສ.ເກົາຫຼີ ກ່ຽວກັບຂະແໜງ ໄອທີ) ເພື່ອເພີ່ມທະວີການເຊື່ອມຕໍ່, ເປີດກວ້າງກາລະໂອກາດຮ່ວມມື, ທ່າແຮງລົງທຶນໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນ.
ໂຄງການເຊື່ອມຕໍ່ການຄ້າ ຫວຽດນາມ - ສ.ເກົາຫຼີ ດຳເນີນໄປແຕ່ວັນທີ 15 – 17/10 ຢູ່ນະຄອນ ໂຮ່ຈີມິນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຕອບສະໜອງວັນຫັນເປັນດີຈີຕອນແຫ່ງຊາດໃນວັນທີ 10/10 ຢູ່ນະຄອນ ໂຮ່ຈີມິນ, ດ້ວຍບັນດາການເຄື່ອນໄຫວເຊື່ອມຕໍ່ການຄ້າ (B2B) ລະຫວ່າງ 14 ວິສາຫະກິດເຕັກໂນໂລຊີ ສ.ເກົາຫຼີ ກັບ 60 ວິສາຫະກິດເຕັກໂນໂລຊີ ຫວຽດນາມ. ຄາດວ່າເຫດການດັ່ງກ່າວຈະສ້າງການເຊື່ອມຕໍ່ການຄ້າ 200 ກວ່າແຫ່ງ.
ຜູ້ຕາງໜ້າຄະນະຈັດຕັ້ງໃຫ້ຮູ້ວ່າ: ຄະນະຜູ້ແທນພັດທະນາບັນດາໂຄງການຕົວເມືອງອັດສະລິຍະຈາກ ສ.ເກົາຫຼີ ໄດ້ເຕົ້າໂຮມບັນດານັກຊ່ຽວຊານ, ອົງການຈັດຕັ້ງ ແລະ ບັນດາວິສາຫະກິດທີ່ມີຊື່ສຽງຄື: ສະຖາບັນພັດທະນາອຸດສາຫະກຳໂລຫະ Pohang; ສະມາຄົມສົ່ງເສີມອຸດສາຫະກໍາ ICT ແຂວງ Gyeongbuk...
ທ່ານ ຮວ່າງມິນ ແອງທູ, ຮອງປະທານສະມາຄົມເຕັກໂນໂລຊີຂໍ້ມູນຂ່າວສານນະຄອນ ໂຮ່ຈີມິນ ແບ່ງປັນວ່າ: “ເຫດການນີ້ມີການເຂົ້າຮ່ວມຂອງວິສາຫະກິດ ສ.ເກົາຫຼີ ຫຼາຍແຫ່ງ, ນຳເອົາເຕັກໂນໂລຊີໃໝ່ ແລະ ການນຳໃຊ້ການຫັນເປັນດີຈີຕອນທີ່ກ້າວໜ້າທີ່ສຸດ, HCA ຍາມໃດກໍ່ພ້ອມແລ້ວທີ່ຈະເປັນຂົວຕໍ່ຮ່ວມມືກັບສະມາຄົມ, ອົງການສົ່ງເສີມການຄ້າ ເພື່ອເປີດກວ້າງຕະຫຼາດໃຫ້ແກ່ວິສາຫະກິດສະມາຊິກຢູ່ ຫວຽດນາມ, ຜ່ານນັ້ນສ້າງກາລະໂອກາດແລກປ່ຽນ ແລະ ຮ່ວມມືພັດທະນາໃນອະນາຄົດ”.
ແລະກໍ່ໃນວັນດຽວກັນ, ພະແນກຖະແຫລງຂ່າວ ແລະ ສື່ສານນະຄອນ ໂຮ່ຈີມິນ ກໍ່ໄດ້ຕ້ອນຮັບບັນດາຫົວໜ່ວຍ, ວິສາຫະກິດ ສ.ເກົາຫຼີ ພົບປະແລກປ່ຽນ, ແລກປ່ຽນບົດຮຽນໃນການກໍ່ສ້າງບັນດາວິທີແກ້ໄຂການພັດທະນາຕົວເມືອງອັດສະລິຍະ, ຜ່ານການລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງ ສະມາຄົມຂໍ້ມູນຂ່າວສານນະຄອນ ໂຮ່ຈີມິນ (HCA) ແລະ ສະມາຄົມນະຄອນ Pohang ແຂວງ Gyeongsangbuk ແລະ ສະມາຄົມຂໍ້ມູນຂ່າວສານ Nara.
ທ່ານ ໂງມິງແທ່ງ, ຮອງຫົວໜ້າພະແນກຖະແຫລງຂ່າວ ແລະ ສື່ສານນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ນະຄອນ ໂຮ່ຈີມິນ ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບຄະນະຜູ້ແທນວິສາຫະກິດຕົວເມືອງສະຫຼາດຂອງ ສ.ເກົາຫຼີ ມາຢ້ຽມຢາມ, ເຮັດວຽກ ແລະ ແລກປ່ຽນປະສົບການ. ພະແນກຖະແຫລງຂ່າວ ແລະ ສື່ສານນະຄອນ ໂຮ່ຈິມິນ ຍາມໃດກໍ່ຮັບຮູ້ເຖິງບົດບາດຂອງຕົນໃນການຮ່ວມມື, ຊຸກຍູ້ຂະບວນການຫັນເປັນດີຈີຕອນ, ກໍ່ສ້າງພື້ນຖານໂຄງລ່າງຂໍ້ມູນຂ່າວສານ, ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ນະຄອນອັດສະລິຍະ. ສະນັ້ນ, ທ່ານໄດ້ຕີລາຄາສູງບັນດາຂໍ້ສະເໜີຂອງບັນດາວິສາຫະກິດ, ຫົວໜ່ວຍຖືເຕັກໂນໂລຢີທີ່ກ້າວໜ້າ, ທັນສະໄໝ, ມີຫົວຄິດປະດິດສ້າງ ແລະ ມີວິໄສທັດຍາວນານໃນຂົງເຂດນີ້. ຫວັງວ່າ, ພາຍຫຼັງການພົບປະຄັ້ງນີ້, ນະຄອນໂຮ່ຈິມິນ ແລະ ບັນດາວິສາຫະກິດ ສ.ເກົາຫຼີ ຈະຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນກ່ວາອີກ.
ບຸຍຕວນ
ທີ່ມາ: https://www.sggp.org.vn/ket-noi-hop-tac-xay-dung-do-thi-thong-minh-post763791.html
(0)