
ຄະນະຈັດຕັ້ງໄດ້ມອບໃບຢັ້ງຢືນ ແລະ ດອກໄມ້ໃຫ້ບັນດານັກສິລະປະກອນ.
ເຂົ້າຮ່ວມພິທີເປີດມີບັນດາການນຳຂອງສູນຄົ້ນຄວ້າ ແລະ ອະນຸລັກຮັກສາຄວາມເຊື່ອຖືວັດທະນະທຳຫວຽດນາມ; ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ການນຳຂອງນະຄອນ Tuyen Quang ພ້ອມກັບປະຊາຊົນ, ນັກທ່ອງທ່ຽວ ແລະ ນັກສິລະປະຂອງ Tuyen Quang, ຮ່າໂນ້ຍ, ໄທ ຫງວຽນ, ບັກຢາງ , ຮຸງອຽນ, ກາວບັງ ແລະ ຫາຍເຢືອງ ເປັນຈຳນວນຫຼວງຫຼາຍ.
ການໄຫວ້ບູຊາເຈົ້າແມ່ຂອງສາມອານາຈັກໄດ້ຮັບການຮັບຮອງຈາກອົງ ການການສຶກສາ , ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ. ນີ້ແມ່ນຮູບແບບການສະແດງພື້ນເມືອງທີ່ເປັນເອກະລັກສະເພາະ ດ້ວຍການສົມທົບກັນຢ່າງກົມກຽວຂອງບັນດາເນື້ອໃນສິລະປະ.
ງານບຸນແມ່ນໂອກາດເພື່ອໃຫ້ບັນດານັກສິລະປະກອນທົ່ວປະເທດມາເຕົ້າໂຮມຢູ່ ນະຄອນ Tuyen Quang ເພື່ອມອບຂອງຂວັນ, ຊົມເຊີຍ, ພົບປະແລກປ່ຽນບົນຈິດໃຈສາມັກຄີ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກໃນຊຸມຊົນ. ງານບຸນດຳເນີນໄປຮອດວັນທີ 23/3.
ທີ່ມາ






(0)