
ງານວາງສະແດງ Vietbuild ສາກົນຄັ້ງນີ້ແມ່ນ 10 ເຫດການທີ່ດຳເນີນຢູ່ 3 ພາກພື້ນຂອງປະເທດ, ປະກອບສ່ວນສະເຫຼີມສະຫຼອງ 66 ປີແຫ່ງວັນປະເພນີອຸດສາຫະກຳກໍ່ສ້າງຫວຽດນາມ (1958 – 2024).
ງານວາງສະແດງສິນຄ້າ Vietbuild ຮ່າໂນ້ຍ 2024 ປະກອບສ່ວນໜູນຊ່ວຍບັນດາວິສາຫະກິດຟື້ນຟູການຜະລິດ ແລະ ດຳເນີນທຸລະກິດ, ເຊື່ອມຕໍ່ການຄ້າ, ການສະໜອງ ແລະ ຄວາມຕ້ອງການ, ເຊື່ອມໂຍງເຕັກໂນໂລຊີບົນເວທີດີຈີຕອນ, ເສດຖະກິດ ດີຈີຕອນ... ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມພາຍຫຼັງໂລກລະບາດ, ຮັບປະກັນສະຖຽນລະພາບຂອງຕະຫຼາດ ແລະ ພັດທະນາໃນປີ 2024.
ຜູ້ຕາງໜ້າຄະນະຈັດຕັ້ງໃຫ້ຮູ້ວ່າ: ງານວາງສະແດງຄັ້ງນີ້ໄດ້ດຶງດູດການເຂົ້າຮ່ວມຂອງກ່ວາ 1.200 ຮ້ານຂອງວິສາຫະກິດທັງພາຍໃນ ແລະ ຕ່າງປະເທດເກືອບ 400 ແຫ່ງ, ດ້ວຍບັນດາຜະລິດຕະພັນໃໝ່, ເຕັກໂນໂລຊີທີ່ກ້າວໜ້າ, ບັນດາຍີ່ຫໍ້ຂອງຫຼາຍປະເທດເຂົ້າຮ່ວມ.
ງານວາງສະແດງສາກົນ Vietbuild ສືບຕໍ່ດຳເນີນໄປເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດໃນສະພາບການໃໝ່, ປະກອບສ່ວນຕັ້ງໜ້າຊຸກຍູ້ການສົ່ງເສີມການຄ້າ ແລະ ຖ່າຍທອດເຕັກໂນໂລຊີໃຫ້ແກ່ວິສາຫະກິດ, ໄປຄຽງຄູ່ກັບການພັດທະນາແບບຍືນຍົງຂອງຂະແໜງການກໍ່ສ້າງຫວຽດນາມ ດ້ວຍຫຼາຍພາກສ່ວນຜະລິດຕະພັນທີ່ຫຼາກຫຼາຍ ແລະ ອຸດົມສົມບູນ.
ງານວາງສະແດງສາກົນ Vietbuild ຄັ້ງທີ 3 ປີ 2024 ຢູ່ນະຄອນ ຮ່າໂນ້ຍ ແລະ ງານຕະຫຼາດນັດວາງສະແດງ 10 ຊຸດໃນປີ 2024 ຄັ້ງທີ 7 ໄດ້ມີບັນດາວິສາຫະກິດໃຫຍ່ໃນຂະແໜງຕົບແຕ່ງພາຍໃນ ແລະ ພາຍນອກ - ອະສັງຫາລິມະຊັບ - ສະຖາປັດຕະຍະກຳ ແລະ ວັດສະດຸກໍ່ສ້າງເຂົ້າຮ່ວມຢ່າງຕັ້ງໜ້າ.
ທີ່ມາ: https://kinhtedothi.vn/khai-mac-trien-lam-quoc-te-vietbuild-ha-noi-2024-lan-thu-3.html






(0)