ສະຫະກອນໝາກມ່ວງຫິມະພານປອດສານພິດ Truecoop ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2017, ປະຈຸບັນມີເນື້ອທີ່ວັດຖຸດິບເກືອບ 6.000 ເຮັກຕາຢູ່ບັນດາເຂດພູດອຍຄື: ຝູ໋ກຮ່າ, ອານເຟືອງ, ບັກອ໋າຍໄຕ… ບັນລຸໄດ້ການຢັ້ງຢືນຈາກສາກົນຄື USDA ແລະ EU Organic. ບໍລິສັດຫຸ້ນສ່ວນສະໝຸນໄພ LKVN ເປັນວິສາຫະກິດທີ່ມີຄວາມຊ່ຽວຊານໃນການຄົ້ນຄວ້າ, ຜະລິດ ແລະ ຈຳໜ່າຍຜະລິດຕະພັນສະໝຸນໄພທຳມະຊາດ, ດ້ວຍລະບົບໂຮງງານທີ່ໄດ້ມາດຕະຖານ GMP ແລະ ເຄືອຂ່າຍການຈຳໜ່າຍທີ່ມີຄຸນນະພາບ.
Truecoop ແລະ LKVN ໄດ້ລົງນາມໃນສັນຍາຮ່ວມມືເພື່ອພັດທະນາເຂດປູກວັດຖຸດິບ. |
ຕາມຂໍ້ຕົກລົງ, ໄລຍະ 2025 – 2030, 2 ຝ່າຍຈະສົມທົບກັນພັດທະນາເນື້ອທີ່ປູກຢູ່ພາກໃຕ້ແຂວງ ແຄ໋ງຮ ່ວາ 50 ເຮັກຕາ, ໂດຍສຸມໃສ່ປູກຕົ້ນໄມ້ຄື: ໝາກນັດນ້ຳເຜິ້ງ Truecoop, ໝາກຕາເວັນແດງ, ສະໝຸນໄພ Hibiscus ແລະ ພືດສະຫມຸນໄພອື່ນໆ. Truecoop ສະໜອງແນວພັນ, ເຕັກນິກ ແລະ ບໍລິໂພກຜະລິດຕະພັນ; LKVN ລົງທຶນ ແລະ ພັດທະນາຂົງເຂດວັດຖຸດິບ. ເປົ້າໝາຍແມ່ນຮັບປະກັນການຜະລິດທີ່ໝັ້ນທ່ຽງ, ສ້າງເຂດວັດຖຸດິບທີ່ໄດ້ມາດຕະຖານໃຫ້ແກ່ອຸດສາຫະກຳປຸງແຕ່ງເລິກເຊິ່ງ. ທັງສອງໜ່ວຍງານນຳໃຊ້ການຫັນເປັນດິຈິຕອລໃນການຄຸ້ມຄອງພື້ນທີ່ປູກວັດຖຸດິບ ແລະ ການບໍລິໂພກຜະລິດຕະພັນ ເພື່ອຊ່ວຍເຮັດໃຫ້ຂະບວນການໂປ່ງໃສ, ເພີ່ມປະສິດທິພາບຕົ້ນທຶນ ແລະ ຂະຫຍາຍຕະຫຼາດພາຍໃນ ແລະ ຕ່າງປະເທດ.
ຊາວໜຸ່ມ
ທີ່ມາ: https://baokhanhhoa.vn/kinh-te/202509/ky-ket-hop-tac-phat-trien-vung-trong-nguyen-lieu-12b4988/
(0)