ຮັກສາການຜູ້ບໍລິຫານອົງການ NASA ທ່ານ Sean Duffy ກ່າວວ່າ ທ່ານຈະພົບປະກັບຫົວໜ້າອົງການອະວະກາດ Roscosmos, ທ່ານ Dmitry Bakanov ໃນທ້າຍອາທິດນີ້ ເພື່ອຫາທາງຮ່ວມກັນໃນການຮ່ວມມືດ້ານອະວະກາດ.
ນີ້ແມ່ນການພົບປະສອງຝ່າຍຄັ້ງທຳອິດລະຫວ່າງການນຳສອງອົງການນັບແຕ່ປີ 2018 ເປັນຕົ້ນມາ.
ກ່າວຄຳເຫັນພາຍຫຼັງການເຄື່ອນໄຫວຢູ່ນະຄອນຫຼວງປັກກິ່ງໃນວັນທີ 29 ກໍລະກົດ, ທ່ານ Duffy - ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງອາເມລິກາ ຍອມຮັບວ່າ ຍັງຄົງມີຄວາມຂັດແຍ່ງກັນຢ່າງເລິກເຊິ່ງລະຫວ່າງ 2 ປະເທດກ່ຽວກັບການປະທະກັນຢູ່ ຢູແກຼນ.
ແນວໃດກໍດີ, ທ່ານກ່າວເນັ້ນວ່າ, ວໍຊິງຕັນຍັງຮັກສາການພົວພັນຄູ່ຮ່ວມມືກັບມົສກູໃນໂຄງການສະຖານີອະວະກາດສາກົນ (ISS), ພ້ອມທັງຢືນຢັນວ່າ ອາເມລິກາຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມື ແລະ ມິດຕະພາບໃນຂະນະທີ່ມະນຸດສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວສຳຫຼວດອະວະກາດ.
ທ່ານ Duffy ໄດ້ຮັບການແຕ່ງຕັ້ງໃຫ້ຮັກສາການເປັນຜູ້ບໍລິຫານອົງການ NASA ໂດຍປະທານາທິບໍດີ Donald Trump ໃນຕົ້ນເດືອນນີ້, ຫລັງຈາກທ່ານ Trump ຖອນຕົວອອກຈາກການແຕ່ງຕັ້ງໃນເດືອນທັນວາ 2024.
ຫົວໜ້າອົງການອະວະກາດສະຫະລັດ ຄາດວ່າຈະໄປຮອດ Cape Canaveral ລັດ Florida ໃນວັນທີ 30 ກໍລະກົດ ເພື່ອເຂົ້າຮ່ວມການສົ່ງຍານອະວະກາດ SpaceX Crew-11.
ຂະນະດຽວກັນ, ອົງການຂ່າວ TASS ໄດ້ອ້າງຄຳເວົ້າຂອງທ່ານ Bakanov ທີ່ກ່າວວ່າ, 2 ຝ່າຍຈະປຶກສາຫາລືກ່ຽວກັບການສືບຕໍ່ໂຄງການການບິນຂ້າມຜ່ານລະຫວ່າງນັກບິນອາວະກາດຂອງສອງປະເທດ, ການຂະຫຍາຍເວລາປະຕິບັດງານຂອງ ISS, ເຊັ່ນດຽວກັນກັບແຜນການການເຄື່ອນໄຫວຢ່າງປອດໄພ ແລະ ການຈັດວາງສິ່ງເສດເຫຼືອໃນອະວະກາດໃນອະນາຄົດຜ່ານຄະນະປະຕິບັດງານລັດເຊຍ-ອາເມລິກາ.
ໂຄງການອະວະກາດດັ່ງກ່າວ ຖືວ່າເປັນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ຍັງຄົງຄ້າງທີ່ຫາຍາກລະຫວ່າງອາເມລິກາ ແລະ ລັດເຊຍ ພາຍຫຼັງການພົວພັນລະຫວ່າງສອງປະເທດຕົກເຂົ້າສູ່ວິກິດການຍ້ອນຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ຢູແກຼນ ໄດ້ເກີດຂຶ້ນໃນປີ 2022.
ການພົບປະຄັ້ງຫຼ້າສຸດລະຫວ່າງຜູ້ນໍາອົງການ NASA ແລະ Roscosmos ໄດ້ຈັດຂຶ້ນໃນເດືອນຕຸລາ 2018 ທີ່ Baikonur Cosmodrome, Kazakhstan./.
ທີ່ມາ: https://www.vietnamplus.vn/my-nga-khoi-phuc-doi-thoai-khong-gian-sau-6-nam-gian-doan-post1052698.vnp






(0)