ເຫັນວ່າຫຼາຍຄອບຄົວຢູ່ໄທງວຽນຖືກ “ໂດດດ່ຽວ”, ແມ່ນກຸ່ມຊາວໜຸ່ມຄື ຕາແສງຮວນ, ໄມແອງ ແລະ ດັ້ງລອງ ໄດ້ມີຄວາມຄິດສ້າງເວັບໄຊເພື່ອແນໃສ່ເບິ່ງຈຸດທີ່ຕ້ອງການການຊ່ວຍເຫຼືອ, ຊ່ວຍເຫຼືອໜ່ວຍກູ້ໄພລົງທ້ອງຖິ່ນ ແລະ ກຳນົດເຂດທີ່ຕ້ອງການການໜູນຊ່ວຍຢ່າງວ່ອງໄວ ແລະ ມີປະສິດທິຜົນ. ມາຮອດຕອນເຊົ້າວັນທີ 9/10, “ຂໍ້ມູນຂ່າວສານກູ້ໄພ” (https://thongtincuuho.org/) ໄດ້ປັບປຸງບັນດາທ້ອງຖິ່ນເພີ່ມເຕີມຄື: ກາວບັງ, ລານເຊີນ, ບັກນິງ ແລະ ບັກຢາງ .
ເຖິງວ່າໄດ້ຮັບການຜັນຂະຫຍາຍໃນເວລາອັນສັ້ນກໍ່ຕາມ, ແຕ່ເວທີປາໄສນີ້ໄດ້ສະແດງໃຫ້ເຫັນຄວາມສາມັກຄີອັນສູງສົ່ງຂອງປະຊາຊົນ, ພິເສດແມ່ນຊາວໜຸ່ມ, ປາດຖະໜາຢາກໜູນຊ່ວຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸ, ໄພນ້ຳຖ້ວມໃຫ້ຜ່ານຜ່າຄວາມຫຍຸ້ງຍາກໂດຍໄວ./.
ທີ່ມາ: https://www.vietnamplus.vn/nen-tang-thong-tin-cuu-ho-giup-hang-nghin-nguoi-dan-vuot-qua-kho-khan-bao-lu-post1069444.vnp
(0)