ກົມໃຫຍ່ທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ອອກຖະແຫຼງການຢ່າງເປັນທາງການໃຫ້ບັນດາພະແນກທ່ອງທ່ຽວ, ວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ, ນະຄອນຄື: ແຂວງ ເຫງະອານ, ຮ່າຕິ້ງ, ກວາງຈີ້, ເຫ້ວ, ດານັງ, ກວາງຫງາຍ, ກ່າລາຍ, ດັກລັກ, ແຂວງແຄ໋ງຮ່ວາ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນ, ແກ້ໄຂ ແລະ ຕ້ານໄພນ້ຳຖ້ວມ.
ການນຳອົງ ການທ່ອງທ່ຽວ ແຫ່ງຊາດຫວຽດນາມ ຮຽກຮ້ອງບັນດາທ້ອງຖິ່ນທີ່ກ່າວມາຂ້າງເທິງນີ້ ຕ້ອງຮີບຮ້ອນແກ້ໄຂຄວາມຫຍຸ້ງຍາກ, ແນະນຳ ແລະ ສະເໜີໃຫ້ອຳນາດການປົກຄອງມີມາດຕະການໜູນຊ່ວຍບັນດາວິສາຫະກິດບໍລິການທ່ອງທ່ຽວ ແລະ ບັນດາຄອບຄົວເຮັດການທ່ອງທ່ຽວຊຸມຊົນຢູ່ບັນດາເຂດຖືກຜົນສະທ້ອນຢ່າງໜັກໜ່ວງຈາກໄພນໍ້າຖ້ວມ, ເພື່ອເຮັດໃຫ້ການຜະລິດ ແລະ ຊີວິດການເປັນຢູ່ຂອງທຸລະກິດມີສະຖຽນລະພາບໂດຍໄວ.
ການນຳຂະແໜງອຸດສາຫະກຳ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນຊີ້ນຳບັນດາຄະນະຄຸ້ມຄອງແຫຼ່ງທ່ອງທ່ຽວ, ແຫຼ່ງທ່ອງທ່ຽວ, ບັນດາສະຖານທີ່ບໍລິການທ່ອງທ່ຽວຢູ່ເຂດດັ່ງກ່າວ ສົມທົບກັນຢ່າງແໜ້ນແຟ້ນກັບອຳນາດການປົກຄອງທ້ອງຖິ່ນ, ບັນດາອົງການໜ້າທີ່ ແລະ ຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງກຳລັງໜູນຊ່ວຍປະຊາຊົນ ແລະ ນັກທ່ອງທ່ຽວຢູ່ເຂດປະສົບໄພ.
ພ້ອມທັງກວດກາຄືນແລະປະເມີນຄວາມເສຍຫາຍດ້ານພື້ນຖານໂຄງລ່າງການທ່ອງທ່ຽວ ແລະ ເຕັກໂນໂລຊີ (ເຄື່ອງອຸປະກອນຢູ່ຈຸດໝາຍປາຍທາງ, ບ່ອນພັກອາໄສ, ເສັ້ນທາງຄົມມະນາຄົມ ແລະ ອື່ນໆ), ໄດ້ສຸມກຳລັງເຂົ້າໃນການສ້ອມແປງ ແລະ ຟື້ນຟູພື້ນຖານໂຄງລ່າງທີ່ໄດ້ຮັບຄວາມເສຍຫາຍພາຍຫຼັງພາຍຸໂດຍໄວ.
ສ້າງແຜນການ ແລະ ເສັ້ນທາງເປີດຄືນແຫຼ່ງທ່ອງທ່ຽວ ແລະ ການບໍລິການທີ່ໄດ້ຮັບຜົນກະທົບຈາກພະຍຸຢ່າງປອດໄພ ແລະ ມີປະສິດທິຜົນ; ຈັດຕັ້ງການອະນາໄມສິ່ງແວດລ້ອມ ແລະ ຂ້າເຊື້ອພະຍາດພາຍໃນສະຖານທີ່ ເພື່ອຮັບປະກັນສະຖານທີ່ທ່ອງທ່ຽວທີ່ສະອາດ ແລະ ສວຍງາມ; ຮັບປະກັນຄວາມປອດໄພ ແລະມາດຕະຖານສຸຂາພິບານສິ່ງແວດລ້ອມ ກ່ອນທີ່ຈະຕ້ອນຮັບແຂກກັບຄືນ.
ນອກນີ້, ອົງການທ່ອງທ່ຽວແຫ່ງຊາດຮຽກຮ້ອງໃຫ້ພັດທະນາບັນດາໂຄງການແລະຜະລິດຕະພັນການທ່ອງທ່ຽວທີ່ມີລັກສະນະໃໝ່, ແຮງຈູງໃຈ, ໂຄງການສົ່ງເສີມການດຶງດູດນັກທ່ອງທ່ຽວຫຼັງພະຍຸ.../.
ທີ່ມາ: https://www.vietnamplus.vn/nganh-du-lich-trien-khai-ngay-bien-phap-khac-phuc-hau-qua-bao-lu-post1075554.vnp






(0)