ຕອນເຊົ້າວັນທີ 7 ພະຈິກ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈິມິນ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 108 ປີແຫ່ງວັນການປະຕິວັດເດືອນຕຸລາໃຫຍ່ຢູ່ລັດເຊຍ (7 ພະຈິກ 1917 – 7 ພະຈິກ 2025).
ກ່າວຄຳເຫັນທີ່ການພົບປະ, ທ່ານ ຮ່ວາງມິນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ການປະຕິວັດເດືອນຕຸລາຢູ່ ລັດເຊຍ 108 ປີຜ່ານມາ ແມ່ນໜຶ່ງໃນບັນດາເຫດການໃຫຍ່ທີ່ສຸດຂອງສະຕະວັດທີ 20.
ຢູ່ຫວຽດນາມ, ການປະຕິວັດເດືອນຕຸລາຂອງລັດເຊຍ ມີຄວາມໝາຍພິເສດ ແລະ ມີອິດທິພົນຢ່າງໃຫຍ່ຫຼວງຕໍ່ຂະບວນການປະຕິວັດ ແລະ ການພັດທະນາຂອງຫວຽດນາມ ໃນຕໍ່ໜ້າ.
ການປະຕິວັດເດືອນຕຸລາຢູ່ ລັດເຊຍ ກໍ່ໄດ້ວາງພື້ນຖານໃຫ້ແກ່ສາຍພົວພັນພື້ນຖານທີ່ດີລະຫວ່າງປະຊາຊົນຫວຽດນາມ ແລະ ລັດເຊຍ.
ທ່ານ ຮວ່າງມິນ ຢືນຢັນວ່າ ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ນະຄອນ ໂຮ່ຈີມິນ ຈະສົມທົບກັນຢ່າງແໜ້ນແຟ້ນກັບສະຖານກົງສຸນສະຫະພັນ ລັດເຊຍ ປະຈຳ ນະຄອນ ພ້ອມດ້ວຍບັນດາອົງການທີ່ກ່ຽວຂ້ອງ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນນະຄອນ ແລະ ປະຊາຊົນບັນດາທ້ອງຖິ່ນຂອງສະຫະພັນລັດເຊຍ ເວົ້າສະເພາະ ແລະ ລະຫວ່າງປະຊາຊົນຫວຽດນາມ ແລະປະຊາຊົນລັດເຊຍ ເວົ້າລວມ, ເພື່ອຄວາມຜາ ສຸກ , ວັດທະນາຖາວອນຂອງ 2 ປະເທດ;
ຂອບໃຈສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ໄດ້ຈັດຕັ້ງກອງປະຊຸມເພື່ອລະນຶກວັນປະຫວັດສາດອັນໃຫຍ່ຫຼວງຂອງລັດເຊຍ, ທ່ານ Timur Sirozhevich, ກົງສຸນໃຫຍ່ສະຫະພັນລັດເຊຍ ປະຈຳນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ການປະຕິວັດເດືອນຕຸລາ 108 ປີຜ່ານມາໄດ້ສ້າງກຳລັງແຮງໃຫ້ແກ່ການເຄື່ອນໄຫວປົດປ່ອຍຊາດໃນທົ່ວ ໂລກ , ເມື່ອໄດ້ຮັບການພັດທະນາຢ່າງຕັ້ງໜ້າ, ສິດເສລີໃນການເປັນເອກະລາດ, ເອກະລາດແຫ່ງຊາດ.

ທ່ານ Timur Sirozhevich, ກົງສຸນໃຫຍ່ສະຫະພັນລັດເຊຍ ປະຈຳນະຄອນໂຮ່ຈີມິນ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: ຊວນຄູ/VNA)
ທ່ານ Timur Sirozhevich ໄດ້ຍົກອອກຄຳເວົ້າຂອງປະທານ ໂຮ່ຈີມິນ ໃນບົດລາຍງານ “ ເສັ້ນທາງປະຕິວັດ ” ໂດຍກ່າວວ່າ “ພຽງແຕ່ເດີນຕາມເສັ້ນທາງການປະຕິວັດເດືອນຕຸລາ - ເສັ້ນທາງທີ່ຖືກຕ້ອງເທົ່ານັ້ນ, ການປະຕິວັດ ຫວຽດນາມ ສາມາດຍາດໄດ້ເອກະລາດ ແລະ ເສລີຢ່າງແທ້ຈິງ,” ໄດ້ສະແດງໃຫ້ເຫັນຄວາມໝາຍອັນໃຫຍ່ຫຼວງຂອງການປະຕິວັດເດືອນຕຸລາບໍ່ພຽງແຕ່ສຳລັບລັດເຊຍ ເທົ່ານັ້ນ ຫາກຍັງສຳລັບຊາວຫວຽດນາມ ແລະ ຊາວໂລກ.
ທ່ານເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈຳນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ: “ພວກເຮົາສາມາດສັງເກດເຫັນໄດ້ຢ່າງຈະແຈ້ງບັນດາໝາກຜົນຂອງຂະບວນການປະຕິວັດເດືອນຕຸລາ ຜ່ານແບບຢ່າງຂອງປະຊາຊົນຫວຽດນາມ - ໄດ້ຫັນປະເທດກະສິກຳທີ່ຖອຍຫຼັງໄປເປັນປະເທດສັງຄົມນິຍົມທີ່ພັດທະນາ.
ເນື່ອງໃນໂອກາດນີ້, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ມອບຫຼຽນໄຊ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາປະເທດ” ໃຫ້ທ່ານ Timur Sirozhevich, ກົງສຸນໃຫຍ່ສະຫະພັນລັດເຊຍ ປະຈຳນະຄອນ ໂຮ່ຈີມິນ, ເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຫວຽດນາມ ແລະ ສະຫະພັນລັດເຊຍ./.
(TTXVN/Vietnam+)
ທີ່ມາ: https://www.vietnamplus.vn/ton-vinh-gia-tri-lich-su-cua-cach-mang-thang-muoi-nga-cach-day-108-nam-post1075557.vnp






(0)