SGGP
ກປ.ອອນໄລ - ວັນທີ 2 ກັນຍາ, ພະແນກສາທາລະນະສຸກແຂວງ ຮ່າຢາງ ໃຫ້ຮູ້ວ່າ: ການລະບາດຂອງພະຍາດຄໍຕີບຢູ່ເມືອງ ໝ່າວົກ (ແຂວງ ຮ່າຢາງ) ພວມປະກົດມີບັນດາບາດກ້າວພັດທະນາຢ່າງສັບສົນ. ມາຮອດປະຈຸບັນ, ທ້ອງຖິ່ນໄດ້ມີຜູ້ຕ້ອງສົງໄສເປັນພະຍາດຄໍຕີບ 32 ຄົນ, ໃນນັ້ນມີ 2 ຄົນເສຍຊີວິດ.
ສົງໃສເປັນພະຍາດຄໍຕີບ ກຳລັງໄປປິ່ນປົວຢູ່ໂຮງໝໍເມືອງບໍ່ແຕນ ມີອາການຄື: ໄຂ້, ໄອແຫ້ງ, ເຈັບຄໍ, ເຈັບທ້ອງນ້ອຍ, ເມື່ອຍລ້າ, ກິນເຂົ້າບໍ່ແຊບ...
ປະເຊີນກັບສະພາບການລະບາດຂອງພະຍາດຄໍຕີບທີ່ສັບສົນ, ພະແນກ ສາທາລະນະສຸກ ແຂວງ ຮ່າຢາງ ໄດ້ຮຽກຮ້ອງໃຫ້ບັນດາໂຮງໝໍຂັ້ນເທິງເຊັ່ນ: ໂຮງໝໍເດັກແຫ່ງຊາດ, ໂຮງໝໍບາກມາຍ, ໂຮງໝໍພະຍາດເຂດຮ້ອນແຫ່ງຊາດ ກຽມພ້ອມສົ່ງພະນັກງານໄປຊ່ວຍເຫຼືອດ້ານວິຊາສະເພາະ ແລະ ວິຊາການໃນການປິ່ນປົວຄົນເຈັບ ໂດຍສະເພາະກໍລະນີຮ້າຍແຮງ. ແຂວງ ຮ່າຢາງ ຍັງຂາດເຂີນຢາວັກຊີນເພື່ອດຳເນີນຂະບວນການສັກຢາປ້ອງກັນພະຍາດຄໍຕີບ ແລະ ຍັງບໍ່ມີຢາຕ້ານພິດຄໍຕີບ.
ພະຍາດຄໍຕີບເປັນພະຍາດຕິດຕໍ່ແບບສ້ວຍແຫຼມທີ່ແຜ່ລາມໂດຍການຕິດຕໍ່ໂດຍກົງຈາກຜູ້ຕິດເຊື້ອໄປຫາຜູ້ມີສຸຂະພາບດີໂດຍຜ່ານທາງເດີນຫາຍໃຈ, ຫຼືທາງອ້ອມໂດຍຜ່ານການສໍາຜັດກັບຂອງຫຼິ້ນຫຼືສິ່ງຂອງທີ່ປົນເປື້ອນຂອງລັບຂອງຜູ້ທີ່ຕິດເຊື້ອພະຍາດຄໍຕີບ. ເນື່ອງຈາກວ່າເຊື້ອແບັກທີເຣັຍພະຍາດຄໍຕີບແມ່ນຕິດຕໍ່ສ່ວນໃຫຍ່ຜ່ານທາງເດີນຫາຍໃຈ, ອັດຕາການແຜ່ກະຈາຍແມ່ນໄວຫຼາຍ.
ທີ່ມາ






(0)