ເນື່ອງໃນໂອກາດສະຫາຍ ເລືອງເກື່ອງ ໄດ້ຮັບເລືອກຕັ້ງເປັນ ປະທານາທິບໍດີ , ການນຳກຳປູເຈຍ, ສິງກະໂປ, ອີຕາລີ, ກາຊັກສະຖານ, ຟິນແລນ ແລະ ພັກສະຫະລັດ ລັດເຊຍ ໄດ້ສົ່ງສານຊົມເຊີຍ.

ເນື່ອງໃນໂອກາດ ສະຫາຍ ເລືອງເກື່ອງ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ຊຸດທີ 15 ໃຫ້ດຳລົງຕຳແໜ່ງປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ການນຳ ກຳປູເຈຍ, ສິງກະໂປ, ອີຕາລີ, ກາຊັກສະຖານ, ຟິນແລນ ແລະ ພັກສະຫະປະຊາ ລັດເຊຍ ໄດ້ສົ່ງສານອວຍພອນ.
ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Moha Borvor Thipadei Hun Manet ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ແລະ ວິໄສທັດຂອງທ່ານປະທານປະເທດ ເລືອງເກື່ອງ, ຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາຜົນງານພັດທະນາເສດ ຖະກິດ - ສັງຄົມ , ເພື່ອຜົນປະໂຫຍດຂອງປະຊາຊົນຫວຽດນາມ ແລະ ປະກອບສ່ວນຢ່າງຕັ້ງໜ້າຢູ່ບັນດາເວທີປາໄສສາກົນ; ທ່ານເຊື່ອໝັ້ນວ່າ, ການພົວພັນມິດຕະພາບອັນເປັນມູນເຊື້ອອັນຍາວນານທີ່ໄດ້ຮັບການກໍ່ສ້າງດ້ວຍຄຳຂວັນຂອງການເປັນບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບແບບດັ້ງເດີມ, ການຮ່ວມມືຮອບດ້ານ, ຄວາມໝັ້ນຄົງໃນໄລຍະຍາວຈະພັດທະນາຢ່າງແຮງ, ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ.
ທ່ານປະທານປະເທດ ສະຫະພັນ ລັດເຊຍ Dmitri Medvedev ເຊື່ອໝັ້ນວ່າ: ປະສົບການອັນອຸດົມສົມບູນຂອງປະທານປະເທດ ເລືອງເກື່ອງ ຈະຊຸກຍູ້ການແກ້ໄຂບັນດາວຽກງານພັດທະນາເສດຖະກິດ - ສັງຄົມສຳຄັນຂອງ ຫວຽດນາມ ຢ່າງມີປະສິດທິຜົນ, ເປັນການຮັດແໜ້ນທີ່ຕັ້ງຂອງ ຫວຽດນາມ ໃນເວທີສາກົນ; ພ້ອມກັນນັ້ນ, ສະແດງໃຫ້ເຫັນຄວາມຕັດສິນໃຈຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນທຸກຂົງເຂດ, ໃນນັ້ນມີການເຈລະຈາລະຫວ່າງພັກສະຫະພັນລັດເຊຍ ແລະ ພັກກອມມູນິດຫວຽດນາມ.
ທ່ານປະທານາທິບໍດີ ສິງກະໂປ Tharman Shanmugaratnam ຕີລາຄາວ່າ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດພວມພັດທະນາຢ່າງແຮງໃນທຸກຂົງເຂດ, ພິເສດແມ່ນການຄ້າ - ການລົງທຶນ, ຄວາມໝັ້ນຄົງ - ປ້ອງກັນຄວາມສະຫງົບ, ການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ.
ທ່ານປະທານປະເທດ ສິງກະໂປ ປາດຖະໜາຢາກຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດໃໝ່ຄື: ພະລັງງານສະອາດ, ສິນເຊື່ອກາກບອນ, ເສດຖະກິດດີຈີຕອນ ແລະ ການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນມີ ອາຊຽນ, ເພື່ອນຳການພົວພັນ ຫວຽດນາມ - ສິງກະໂປ ຂຶ້ນສູ່ລະດັບສູງໃໝ່.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ສິງກະໂປ ໄດ້ເຊື້ອເຊີນທ່ານປະທານປະເທດ ເຈືອງເຕີນຊາງ ໄປຢ້ຽມຢາມ ສິງກະໂປ ໃນເວລາທີ່ເໝາະສົມ.
ທ່ານປະທານາທິບໍດີ ອີຕາລີ Sergio Mattarella ໄດ້ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ອີຕາລີ; ໄດ້ສະແດງຄວາມເຊື່ອໝັ້ນໃນການພັດທະນາການພົວພັນສອງປະເທດກໍຄືການພົວພັນລະຫວ່າງອີຕາລີ ແລະ ອາຊຽນ.
ປະທານາທິບໍດີ Kazakhstan Kassym-Jomart Tokaev ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານປະທານປະເທດ ເລືອງເກື່ອງ.
ທ່ານປະທານາທິບໍດີ ແຟງລັງ Alexander Stubb ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງທ່ານປະທານປະເທດ ເລືອງເກື່ອງ./.
(0)