
ກອງປະຊຸມໃຫຍ່ຄັ້ງນີ້ຈະປະກາດລາຍຊື່ໂຄງການຮຽກຮ້ອງລົງທຶນໃນຫຼາຍຂົງເຂດຄື: ພື້ນຖານໂຄງລ່າງຕົວເມືອງ, ກະສິກຳ ເຕັກໂນໂລຊີສູງ, ການທ່ອງທ່ຽວນິເວດ-ຣີສອດ, ພະລັງງານທົດແທນ, ອຸດສາຫະກຳປຸງແຕ່ງ. ພ້ອມກັນນັ້ນ, ກໍ່ຢືນຢັນຄຳໝັ້ນສັນຍາກໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກ, ໂປ່ງໃສ, ໝັ້ນຄົງ, ສ້າງເງື່ອນໄຂໃຫ້ວິສາຫະກິດ ແລະ ນັກລົງທຶນພາຍໃນ ແລະ ຕ່າງປະເທດ. ສ້າງຂົວຕໍ່ຮ່ວມມືລະຫວ່າງແຂວງກັບບັນດາວິສາຫະກິດ ແລະ ວິສາຫະກິດຂະໜາດໃຫຍ່ພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ການຮ່ວມມືພັດທະນາເສດຖະກິດ - ສັງຄົມ. ແຂວງ Lam Dong ປາດຖະໜາວ່າ: ເຫດການນີ້ຈະສ້າງກຳລັງແຮງດຶງດູດການລົງທຶນໃນໄລຍະໃໝ່, ຫັນທ້ອງຖິ່ນເປັນໃຈກາງເສດຖະກິດສີຂຽວ - ການທ່ອງທ່ຽວແບບນິເວດ - ກະສິກຳເຕັກໂນໂລຢີສູງຂອງເຂດພູດອຍພາກກາງ ແລະ ພາກໃຕ້.
ໃນຊຸມປີມໍ່ໆມານີ້, ແຂວງ ລຳດົງ ຍາມໃດກໍ່ຖືຂະແໜງອຸດສາຫະກຳເປັນໜຶ່ງໃນ 3 ເສົາຄ້ຳເສດຖະກິດຂອງແຂວງ, ເອົາໃຈໃສ່ເຖິງການກຳນົດທິດພັດທະນາອຸດສາຫະກຳພະລັງງານທົດແທນ ແລະ ອຸດສາຫະກຳປຸງແຕ່ງ, ໃນນັ້ນມີການລົງທຶນ ແລະ ພັດທະນາບັນດາເຂດອຸດສາຫະກຳ ແລະ ກຸ່ມບໍລິສັດ. ຄຽງຄູ່ກັນນັ້ນ, ແຂວງ Lam Dong ກໍ່ມີພື້ນຖານໂຄງລ່າງຄົມມະນາຄົມສະດວກ, ທາງຫຼວງ, ທ່າເຮືອສາກົນ Vinh Tan ໄດ້ຮັບການຜັນຂະຫຍາຍ, ສະໜາມບິນ Phan Thiet ພວມກໍ່ສ້າງ, ສະໜາມບິນ Lien Khuong ພວມດຳເນີນຢູ່, ເຊື່ອມຕໍ່ Lam Dong ກັບເຂດເສດຖະກິດສຳຄັນຂອງພາກໃຕ້, ສ້າງເງື່ອນໄຂຊຸກຍູ້ການພັດທະນາແບບຍືນຍົງ, ດຶງດູດບັນດານັກລົງທຶນຍຸດທະສາດໃນບັນດາຂົງເຂດທີ່ມີທ່າແຮງ ແລະໄດ້ປຽບ.
ເນື່ອງໃນໂອກາດນີ້, ແຂວງ Lam Dong ສືບຕໍ່ເຊື້ອເຊີນບັນດາວິສາຫະກິດ ແລະ ນັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ ໄປຍັງ Lam Dong, ແມ່ນດິນແດນທີ່ມີຄວາມສາມາດບົ່ມຊ້ອນ, ພວມມີການປ່ຽນແປງຢ່າງແຂງແຮງ ແລະ ເປີດກ້ວາງການດຶງດູດເງິນລົງທຶນໃໝ່. ດ້ວຍຄວາມປາດຖະໜາຢາກພັດທະນາ ແລະ ມີຈິດໃຈຮໍ່າຮຽນ, ການນຳແຂວງຈະພ້ອມກັບສ້າງເງື່ອນໄຂສະດວກທີ່ສຸດໃນດ້ານຂະບວນການ, ພື້ນຖານໂຄງລ່າງ, ທຶນຮອນ, ຊັບພະຍາກອນມະນຸດ ແລະ ອື່ນໆ ເພື່ອໃຫ້ບັນດານັກລົງທຶນມີຄວາມໝັ້ນຄົງໃນການປະຕິບັດ ແລະ ພັດທະນາແບບຍືນຍົງ. ພ້ອມກັນນັ້ນ, ກໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງເປີດກ້ວາງ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈໃຫ້ບັນດາອົງການສົ່ງເສີມການລົງທຶນ, ບັນດາວິສາຫະກິດ ແລະ ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດມາຮ່ຳຮຽນ ແລະ ຄົ້ນຄວ້າການລົງທຶນຢູ່ແຂວງ. ນີ້ກໍ່ແມ່ນການຢືນຢັນຄຳໝັ້ນສັນຍາຂອງລັດຖະບານທ້ອງຖິ່ນທີ່ພ້ອມກັບບັນດາວິສາຫະກິດ, ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ໂປ່ງໃສ, ສະດວກ ແລະ ຍືນຍົງ. ດ້ວຍເຫດນີ້, ຮຽກຮ້ອງລົງທຶນເຂົ້າບັນດາໂຄງການສຳຄັນ, ເປັນລະບົບຕ່ອງໂສ້ເຊື່ອມໂຍງ, ສ້າງກຳລັງແຮງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງແຂວງ ລຳດົງ ໃນຊຸມປີຕໍ່ໄປ.
ທີ່ມາ: https://baolamdong.vn/on-lan-song-dau-tu-moi-394857.html
(0)