
ຕອນບ່າຍວັນທີ 16/10, ທີ່ການປະຊຸມຂ່າວເປັນປະຈຳ, ໃນເວລາຕອບຄຳຊັກຖາມຂອງນັກຂ່າວຫວຽດນາມຕໍ່ເຫດການທີ່ເກີດຂຶ້ນເມື່ອບໍ່ດົນມານີ້ຢູ່ເຂດນ່ານນ້ຳເກາະທິທູໃນໝູ່ເກາະເຈື່ອງຊາລະຫວ່າງກຳປັ່ນຂອງຈີນກັບກຳປັ່ນທາງການຟີລິບປິນ, ໂຄສົກ ກະຊວງການຕ່າງປະເທດຫວຽດນາມ Pham Thu Hang ເນັ້ນໜັກວ່າ:
ຫວຽດນາມ ມີພື້ນຖານດ້ານປະຫວັດສາດ ແລະ ກົດໝາຍຢ່າງຄົບຖ້ວນ ເພື່ອຢັ້ງຢືນ ອະທິປະໄຕ ທີ່ຈະແຈ້ງ ແລະ ເປັນເອກະພາບຂອງຕົນສຳລັບໝູ່ເກາະ Truong Sa, ໃນນັ້ນມີເກາະ Thi Tu.
ກ່ຽວກັບເຫດການທີ່ເກີດຂຶ້ນຢູ່ເຂດນ່ານນ້ຳ Thi Tu, ຫວຽດນາມ ແມ່ນວິຕົກກັງວົນຢ່າງສຸດຈິດສຸດໃຈຕໍ່ບັນດາຂໍ້ມູນຂ່າວສານຂອງບັນດາຝ່າຍທີ່ກ່ຽວຂ້ອງ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ Truong Sa, ປະຕິບັດຄວາມອົດກັ້ນ, ປະຕິບັດໜ້າທີ່, ເຄົາລົບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ແລະ ບັນດາລະບຽບການສາກົນກ່ຽວກັບຄວາມໝັ້ນຄົງທາງທະເລ, ໃນນັ້ນມີປະມວນກົດໝາຍປ້ອງກັນການປະທະກັນຢູ່ທະເລ (COLREG). ກົດໝາຍການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມປອດໄພຢູ່ທະເລຕາເວັນອອກ ແລະ ພາກພື້ນ.
ທີ່ມາ: https://nhandan.vn/phan-ung-cua-viet-nam-ve-vu-viec-xay-ra-trong-lanh-hai-cua-dao-thi-tu-thuoc-quan-dao-truong-sa-post915856.html
(0)