Vietnam.vn - Nền tảng quảng bá Việt Nam

ກອງທັບ​ຈີນ​ແລະຣັດ​ເຊຍ​ດຳ​ເນີນ​ການ​ລາດຕະ​ເວນ​ທາງ​ອາກາດ​ຮ່ວມ

Báo Đắk NôngBáo Đắk Nông16/06/2023


ຕາມ​ໂຄສົກ ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ຈີນ​ແລ້ວ, ການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 6 ຫາ​ວັນ​ທີ 7 ມິຖຸນາ​ນີ້​ເພື່ອ​ຕີ​ລາຄາ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ການ​ປະສານ​ງານ​ລະຫວ່າງ​ກອງທັບ​ອາກາດ​ຂອງ​ສອງ​ປະ​ເທດ.

Quan doi Trung Quoc va Nga tien hanh tuan tra chung tren khong hinh anh 1 ຍົນ​ຮົບ​ຂອງ​ກອງທັບ​ອາກາດຣັດ​ເຊຍ​ແລະ​ຈີນ​ດຳ​ເນີນ​ການ​ລາດຕະ​ເວນ​ຮ່ວມ. (ທີ່ມາ: CCTV)

ວັນ​ທີ 16 ມິຖຸນາ​ນີ້, ສຳນັກ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ, ກອງທັບ​ຈີນ​ແລະຣັດ​ເຊຍ​ໄດ້​ດຳ​ເນີນ ​ການ​ຊ້ອມ​ຮົບ​ທາງ​ອາກາດ​ຍຸດ​ທະ​ສາດ​ຮ່ວມ​ກັນ ​ເພື່ອ​ຕີ​ລາຄາ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ການ​ປະສານ​ງານ​ລະຫວ່າງ ​ກອງທັບ​ອາກາດ​ຂອງ ​ສອງ​ປະ​ເທດ.

ຕາມ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ທ່ານ Zhang Xiaogang ​ແລ້ວ, ການ​ລາດຕະ​ເວນ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 6 ​ແລະ 7 ມິຖຸນາ​ນີ້.

ນີ້​ແມ່ນ​ການ​ລາດຕະ​ເວນ​ທາງ​ອາກາດ​ຍຸດ​ທະ​ສາດ​ຄັ້ງ​ທີ 6 ທີ່ ​ກອງທັບ​ຈີນ​ແລະຣັດ​ເຊຍ ​ຮ່ວມ​ກັນ​ຈັດ​ຕັ້ງ​ແລະ​ດຳ​ເນີນ​ມາ​ແຕ່​ປີ 2019.

ທ່ານ ​ເຈືອງ​ຮ່ວາ​ບິ່ງ ຢືນຢັນ​ວ່າ: ການ​ເຄື່ອນ​ໄຫວ​ນີ້​ບໍ່​ໄດ້​ແນ​ໃສ່​ຝ່າຍ​ທີ​ສາມ ​ແລະ ບໍ່​ກ່ຽວຂ້ອງ​ເຖິງ​ສະພາບ​ການ​ທົ່ວ​ໂລກ ຫຼື ພາກ​ພື້ນ​ໃນ​ປະຈຸ​ບັນ./.

ແທງເຟືອງ (ສຳນັກຂ່າວສານຫວຽດນາມ/Vietnam+)



ທີ່ມາ

(0)

ວິຫານ Notre Dame ຢູ່ນະຄອນ ໂຮ່ຈີມິນ ໄດ້ສະຫວ່າງສະໄຫວເພື່ອຕ້ອນຮັບບຸນຄຣິສມາສ 2025
ເດັກຍິງຮ່າໂນ້ຍ "ແຕ່ງຕົວ" ທີ່ສວຍງາມສໍາລັບລະດູການວັນຄຣິດສະມາດ
ຫລັງ​ຈາກ​ລົມ​ພາຍຸ​ແລະ​ນ້ຳ​ຖ້ວມ, ໝູ່​ບ້ານ Tet chrysanthemum ​ເມືອງ Gia Lai ຫວັງ​ວ່າ​ຈະ​ບໍ່​ມີ​ໄຟຟ້າ​ໃຊ້​ເພື່ອ​ຊ່ວຍ​ປະ​ຢັດ​ໂຮງງານ.
ນະຄອນຫຼວງຂອງຕົ້ນຫມາກໂປມສີເຫຼືອງໃນພາກກາງໄດ້ຮັບຄວາມເສຍຫາຍຢ່າງຫນັກຫຼັງຈາກໄພພິບັດທໍາມະຊາດສອງເທົ່າ

ມໍລະດົກ

ຮູບ

ທຸລະກິດ

ຟໍ 'ບິນ' 100.000 ດົ່ງ/ໂຖ ເຮັດໃຫ້ເກີດຄວາມຂັດແຍ້ງ, ລູກຄ້າຍັງແອອັດ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ