ກະຊວງ ການຕ່າງປະເທດ ອິນເດຍໄດ້ອອກຖະແຫຼງການໃນວັນທີ 24 ທັນວານີ້ໂດຍລະບຸວ່າ: ທ່ານລັດຖະມົນຕີການຕ່າງປະເທດ S. Jaishankar ຈະຢ້ຽມຢາມຣັດເຊຍແຕ່ວັນທີ 25-29 ທັນວານີ້.
| ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ S. Jaishankar ພວມຢ້ຽມຢາມ ລັດເຊຍ ເພື່ອລົງເລິກການຮ່ວມມື ດ້ານເສດຖະກິດ ແລະ ບັນດາບັນຫາສາກົນອື່ນໆ. (ທີ່ມາ: The New Indian Express) |
ຕາມຂ່າວແຈ້ງວ່າ, ທ່ານລັດຖະມົນຕີການຕ່າງປະເທດ Jaishankar ຈະພົບປະກັບທ່ານຮອງ ນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ລັດເຊຍ Denis Manturov ເພື່ອປຶກສາຫາລືກ່ຽວກັບການຮ່ວມມືດ້ານເສດຖະກິດ.
ນອກນີ້, ທ່ານຈະພົບປະກັບຄູ່ຮ່ວມງານເຈົ້າພາບ Sergey Lavrov ເພື່ອປຶກສາຫາລືບັນຫາສອງຝ່າຍ, ຫຼາຍຝ່າຍ ແລະ ສາກົນ.
ຕາມຂ່າວແຈ້ງວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອິນເດຍ - ລັດເຊຍ ໄດ້ຮັບການທົດສອບຢ່າງໝັ້ນຄົງ ແລະ ຢືດຢຸ່ນ ແລະ ສືບຕໍ່ມີລັກສະນະພິເສດໃນການພົວພັນຄູ່ຮ່ວມມືຍຸດທະສາດພິເສດ ແລະ ສິດທິພິເສດ.
ໃນເດືອນກັນຍາ, ທ່ານ Jaishankar ໄດ້ກ່າວວ່າ, ການພົວພັນລະຫວ່າງອິນເດຍ - ລັດເຊຍ ອາດຈະບໍ່ດຶງດູດຄວາມສົນໃຈແຕ່ແມ່ນ “ພິເສດ ແລະ ໝັ້ນຄົງ”, ໂດຍກ່າວຕື່ມວ່າ, ໃນຫຼາຍຮູບການການພົວພັນລະຫວ່າງມົດສະກູກັບປະເທດຕາເວັນຕົກໄດ້ “ພັງທະລາຍລົງ”.
ທ່ານລັດຖະມົນຕີການຕ່າງປະເທດ Jaishankar ເນັ້ນໜັກວ່າ, ເກືອບທຸກການພົວພັນສຳຄັນໃນ 70 ປີຜ່ານມາລ້ວນແຕ່ມີການຜັນແປແລະຜັນຂະຫຍາຍຫຼາຍຢ່າງ, ແຕ່ການພົວພັນອິນເດຍ - ລັດເຊຍ ແມ່ນພິເສດ ແລະ ໝັ້ນຄົງ.
ທີ່ມາ






(0)