ຊົມເຊີຍເລື່ອງການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ມາເລເຊຍ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ, ພິເສດແມ່ນໃນຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິກຳ , ວັດທະນະທຳ, ການສຶກສາ ແລະ ບຳລຸງສ້າງ, ທ່ານນາຍົກລັດຖະມົນຕີ 2 ປະເທດເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນ ຫວຽດນາມ - ມາເລເຊຍ ຈະສືບຕໍ່ພັດທະນາຢ່າງແຮງ.
ຢືນຢັນວ່າ ຫວຽດນາມ ແລະ ມາເລເຊຍ ຈະກາຍເປັນຕົວແບບຂອງການຮ່ວມມືໃນ ອາຊຽນ: ໝັ້ນຄົງ ທາງດ້ານການເມືອງ , ເສດຖະກິດ, ໜັກແໜ້ນ, ວັດທະນາຖາວອນ, ມີວິໄສທັດກວ້າງໄກ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຖືວ່າ ມາເລເຊຍ ຈະສຳເລັດບົດບາດເປັນປະທານອາຊຽນ 2025, ກ່ອນອື່ນໝົດແມ່ນຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ຜ່ານການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບັນດາຂອບໂຄງການປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2025-2030 ຢ່າງວ່ອງໄວ; ແລະສ້າງກົນໄກພົບປະລະຫວ່າງສອງທ່ານນາຍົກລັດຖະມົນຕີ.
ກ່ຽວກັບການຮ່ວມມືດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, 2 ຝ່າຍຍິນດີເພີ່ມທະວີການແລກປ່ຽນວັດທະນະທຳລະຫວ່າງສອງປະເທດຢ່າງເລິກເຊິ່ງກ່ວາອີກ. ດ້ວຍວັດທະນະທຳທີ່ຫຼາກຫຼາຍ, ຫວຽດນາມ ແລະ ມາເລເຊຍ ຍາມໃດກໍ່ແມ່ນຈຸດນັດພົບທີ່ດຶງດູດນັກທ່ອງທ່ຽວ ເພາະການທ່ອງທ່ຽວແມ່ນປະຕູສູ່ປະສົບການວັດທະນະທຳຕົວຈິງທີ່ສຸດ ເພື່ອໃຫ້ແຂກທ່ອງທ່ຽວໄດ້ຄົ້ນຫາຮີດຄອງປະເພນີ, ຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ ແລະ ມາເລເຊຍ.
ເພື່ອດຶງດູດນັກທ່ອງທ່ຽວໃຫ້ຫຼາຍກວ່າເກົ່າ, ມາເລເຊຍ ຍາມໃດກໍ່ສຸມໃສ່ສ້າງບັນດາຜະລິດຕະພັນທ່ອງທ່ຽວໃໝ່, ຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ, ຊຸກຍູ້ການທ່ອງທ່ຽວສົມທົບກັບການສຶກສາຢູ່ຕະຫຼາດ ຫວຽດນາມ ແລະ ບາງປະເທດ.
ໃນດ້ານກິລາ, ເພື່ອສະແດງໃຫ້ເຫັນຈິດໃຈຂອງການຮ່ວມມືດ້ານກິລາລະຫວ່າງສອງປະເທດ, ທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ Anwar Ibrahim ໄດ້ສະຫລຸບຄຳປາໄສ ໂດຍໄດ້ເຊື້ອເຊີນທັງສອງຝ່າຍເຂົ້າຮ່ວມຊົມການແຂ່ງຂັນກິລາບານເຕະລະຫວ່າງ ທີມຊາດອາຊີຕາເວັນອອກສ່ຽງໃຕ້ ແລະ ສະໂມສອນ Manchester United ຂອງອັງກິດ ໃນວັນທີ 28 ພຶດສະພາ; ພ້ອມທັງເປັນກຳລັງໃຈໃຫ້ແກ່ການແຂ່ງຂັນລະຫວ່າງທີມຫວຽດນາມ ກັບທີມມາເລເຊຍ ໃນການແຂ່ງຂັນເຕະບານອາຊີໃນວັນທີ 10 ມິຖຸນານີ້, ໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ຖືກິລາເປັນກຳລັງແຮງຮ່ວມມືເພື່ອພັດທະນາຂອງສອງປະເທດ.
ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນຜ່ານທຸກຊ່ອງທາງ; ກ້າວໄປສູ່ການສ້າງຕັ້ງກົນໄກແລກປ່ຽນປະຈຳປີທີ່ຄ່ອງຕົວລະຫວ່າງການນຳຂັ້ນສູງຂອງສອງປະເທດ; ແລະ ສືບຕໍ່ປະຕິບັດກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ.
ພ້ອມກັບການເພີ່ມທະວີການຮ່ວມມືດ້ານການເມືອງ, ເສດຖະກິດ ແລະ ການຄ້າ, ທ່ານນາຍົກລັດຖະມົນຕີ 2 ທ່ານ ຢືນຢັນຈະສືບຕໍ່ສົມທົບກັນຊຸກຍູ້ການພົວພັນຮ່ວມມືດ້ານວັດທະນະທຳ, ກິລາ, ການທ່ອງທ່ຽວ ແລະ ການແລກປ່ຽນຂໍ້ມູນຂ່າວສານ, ຕາມນັ້ນແລ້ວ, ຕ້ອງພິຈາລະນາລົງນາມໃນສັນຍາຮ່ວມມືການບິນ ແລະ ທ່ອງທ່ຽວສະບັບໃໝ່ໂດຍໄວ; ເພີ່ມທະວີຄວາມຖີ່ຂອງການບິນເພື່ອເພີ່ມທະວີການແລກປ່ຽນນັກທ່ອງທ່ຽວ 2 ສົ້ນ; ຊຸກຍູ້ການຮ່ວມມືດ້ານການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານການທ່ອງທ່ຽວ, ສືບຕໍ່ຈັດຕັ້ງການແຂ່ງຂັນມິດຕະພາບລະຫວ່າງຄະນະກິລາຂອງສອງປະເທດ, ຊຸກຍູ້ການແລກປ່ຽນວັດທະນະທຳເພື່ອແນໃສ່ເພີ່ມທະວີການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ.
ກ່ອນໜ້ານັ້ນ, ຢູ່ Kuala Lumpur, ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ແລະ ທ່ານນາຍົກລັດຖະມົນຕີ Pham Minh Chinh ໄດ້ເຂົ້າຮ່ວມການພົບປະກັບວິສາຫະກິດ ຫວຽດນາມ ແລະ ມາເລເຊຍ, ໄດ້ມີການຕ້ອນຮັບບັນດາວິສາຫະກິດແຖວໜ້າຂອງມາເລເຊຍຄື: ກຸ່ມບໍລິສັດ Gamuda Land, ກຸ່ມ Capital A, ກຸ່ມ Grab ແລະ ສະມາຄົມການຄ້າ ແລະ ອຸດສາຫະກຳ ຈີນ ຕ່າງປະເທດຢູ່ ມາເລເຊຍ.
ທ່ານນາຍົກລັດຖະມົນຕີ ຊົມເຊີຍບັນດາຄວາມມານະພະຍາຍາມຊຸກຍູ້ການຫັນເປັນດີຈີຕອນຂອງ Grab, ຫວັງວ່າ Grab ຈະຮ່ວມມືກັບເຕັກໂນໂລຢີເພື່ອປະກອບສ່ວນເຂົ້າໃນການຫັນເປັນດິຈິຕອນຂອງຂະແໜງທ່ອງທ່ຽວ, ໜູນຊ່ວຍເປົ້າໝາຍຊຸກຍູ້ ແລະ ເລັ່ງລັດພັດທະນາການທ່ອງທ່ຽວ ຫວຽດນາມ - ແມ່ນໜຶ່ງໃນບັນດາກຳລັງໜູນໃໝ່ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຢູ່ ຫວຽດນາມ.
ພາຍຫຼັງກຸ່ມບໍລິສັດ Capital A ປາດຖະໜາຢາກຮ່ວມມືປັບປຸງກຳລັງການດຳເນີນງານຂອງສາຍການບິນ Vietravel ແລະ ເປີດກວ້າງການຮ່ວມມືກັບຫວຽດນາມ ໃນຂົງເຂດທ່ອງທ່ຽວ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ກຸ່ມບໍລິສັດຄົ້ນຄວ້າເພີ່ມຖ້ຽວບິນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ ເພື່ອສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຂອງສອງປະເທດເຊື່ອມຕໍ່, ດຳເນີນທຸລະກິດ, ພັດທະນາການທ່ອງທ່ຽວລະຫວ່າງ 2 ປະເທດ, ປະກອບສ່ວນພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ.
ທີ່ມາ: https://bvhtdl.gov.vn/quan-he-viet-nam-malaysia-sau-sac-ve-van-hoa-nhieu-tiem-nang-ve-du-lich-20250526100240494.htm






(0)