ສັນຍາ RCEP ໄດ້ມີຜົນບັງຄັບໃຊ້ຢ່າງເຕັມສ່ວນສຳລັບ 15 ປະເທດທີ່ລົງນາມແຕ່ວັນທີ 2 ມິຖຸນາປີ 2023 ເປັນຕົ້ນມາ. |
ນີ້ແມ່ນເຫດການສຳຄັນໃນການພັດທະນາເສດຖະກິດຂອງພາກພື້ນອາຊີ - ປາຊີຟິກ , ສະແດງໃຫ້ເຫັນວ່າ, ສັນຍາການຄ້າເສລີຈະກາຍເປັນກົດລະບຽບສຳຄັນໃນການຮ່ວມມືດ້ານເສດຖະກິດລະຫວ່າງບັນດາປະເທດໃນພາກພື້ນອາຊີ - ປາຊີຟິກ.
ກະຊວງການຄ້າຈີນເນັ້ນໜັກວ່າ: ສະມາຊິກ RCEP ກວມປະມານ 30% ຂອງຈຳນວນປະຊາກອນທັງໝົດຂອງໂລກ ແລະ 30% ຂອງ GDP ແລະການຄ້າສິນຄ້າທົ່ວໂລກ, ສະນັ້ນ ການມີຜົນບັງຄັບໃຊ້ຢ່າງເຕັມທີ່ຂອງສັນຍານີ້ຈະສ້າງກຳລັງແຮງໃຫ້ຈີນຊຸກຍູ້ການເປີດປະຕູສູ່ລະດັບສູງກວ່າ.
ປີ 2022, ມູນຄ່າການນຳເຂົ້າແລະສົ່ງອອກທັງໝົດລະຫວ່າງຈີນກັບສະມາຊິກ RCEP ແມ່ນ 12,950 ຕື້ຢວນ (1,85 ຕື້ໂດລາສະຫະລັດ), ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ປີກາຍ, ກວມເອົາ 30,8% ຂອງຍອດມູນຄ່າການຄ້າຂາເຂົ້າແລະສົ່ງອອກຂອງຈີນ.
ວົງເງິນການລົງທຶນຕົວຈິງທີ່ຈີນນຳໃຊ້ກັບປະເທດສະມາຊິກສັນຍາບັນລຸ 23,53 ຕື້ USD, ເພີ່ມຂຶ້ນ 23,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ເຫດຜົນທີ່ວ່າສັນຍາ RCEP ສາມາດມີບົດບາດອັນໃຫຍ່ຫຼວງນັ້ນ ຕົ້ນຕໍແມ່ນອີງໃສ່ລັກສະນະດັ່ງຕໍ່ໄປນີ້:
ທີໜຶ່ງ , ຍຶດໝັ້ນຫຼັກການສະເໝີພາບ, ມີຜົນປະໂຫຍດເຊິ່ງກັນແລະກັນ ແລະ ເປີດກວ້າງ. ສະມາຊິກ RCEP ລວມມີທັງປະເທດທີ່ພັດທະນາແລ້ວ ແລະ ກໍາລັງພັດທະນາ; ມີທັງປະເທດສົ່ງອອກແຫຼ່ງພະລັງງານ ແລະປະເທດນຳເຂົ້າຊັບພະຍາກອນພະລັງງານ.
ເຫດຜົນທີ່ບັນດາປະເທດສະມາຊິກບັນລຸໄດ້ການພັດທະນາເສດຖະກິດຢ່າງໝັ້ນຄົງໂດຍໄດ້ຮັບການສະໜັບສະໜູນຈາກສັນຍາສະບັບນີ້ ແມ່ນທຸກປະເທດໄດ້ຕອບສະໜອງຄວາມຫຍຸ້ງຍາກຂອງກັນແລະກັນຢ່າງຄົບຖ້ວນບົນພື້ນຖານສະເໝີພາບ ແລະ ໄດ້ສະໜອງຂໍ້ກຳນົດທີ່ຄ່ອງຕົວໃນຫຼາຍບັນຫາສຳຄັນ.
ສອງ, ບັນດາສະມາຊິກ RCEP ໄດ້ທຳຄວາມມານະພະຍາຍາມຢ່າງກ້າຫານ ແລະ ເປີດກວ້າງ ເພື່ອບັນລຸການປະດິດສ້າງຂອງສະຖາບັນ, ລວມທັງການກຳນົດແຫຼ່ງກຳເນີດຜະລິດຕະພັນ, ໄດ້ເປີດປະຕູໃຫ້ແກ່ການຄ້າ ແລະ ການລົງທຶນລະຫວ່າງບັນດາສະມາຊິກ.
ທີສາມ, ບົນພື້ນຖານເພີ່ມທະວີຄວາມໄດ້ປຽບຂອງກັນ, ຊຸກຍູ້ການພັດທະນາເສດຖະກິດຂອງບັນດາປະເທດສະມາຊິກຜ່ານບັນດາມາດຕະການອຳນວຍຄວາມສະດວກດ້ານການຄ້າ. ພາຍຫຼັງສັນຍາດັ່ງກ່າວໄດ້ຮັບການປະຕິບັດແລ້ວ, ຜະລິດຕະພັນກະເສດຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້ຈະຕ້ອງເສຍພາສີເກືອບບໍ່ໝົດ ແລະ ສາມາດເຂົ້າສູ່ຕະຫຼາດຜູ້ບໍລິໂພກຂອງຈີນໄດ້ໂດຍກົງ.
ສິ່ງດັ່ງກ່າວບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກຈີນເທົ່ານັ້ນ, ຫາກຍັງນຳມາເຊິ່ງກາລະໂອກາດທີ່ຫາຍາກໃຫ້ແກ່ການສົ່ງອອກກະສິກຳຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້.
ໂດຍທົ່ວໄປແລ້ວ, ຜົນສຳເລັດຂອງ RCEP ແມ່ນຍ້ອນການເຄົາລົບເຊິ່ງກັນ ແລະ ກັນ, ຄວາມສະເໝີພາບ ແລະ ຜົນປະໂຫຍດເຊິ່ງກັນ ແລະ ກັນ, ຄວາມໄດ້ປຽບທີ່ສົມບູນ ແລະ ນະວັດຕະກໍາຂອງສະຖາບັນ. ຕາບໃດທີ່ພວກເຮົາຕັ້ງໜ້າສະຫລຸບບັນດາປະສົບການທີ່ປະສົບຜົນສຳເລັດ ແລະ ສືບຕໍ່ລົງເລິກເນື້ອໃນຂອງສັນຍາ, ພວກເຮົາເຊື່ອໝັ້ນວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງບັນດາປະເທດໃນພາກພື້ນອາຊີ - ປາຊີຟິກ ຈະໄດ້ຮັບການຍົກຂຶ້ນສູ່ລະດັບໃໝ່.
ທີ່ມາ
(0)